ຈັບສະຫຼາກມອບໂຊກສອງຊັ້ນຈາກຜູ້ສະສົມຝານໍ້າດື່ມຫົວເສືອ

  ບໍລິສັດເບຍລາວ ຈຳກັດ ໄດ້ຈັດພິທີຈັບສະຫຼາກມອບໂຊກໃຫ້ຜູ້ບໍລິໂພກພາຍໃຕ້ໂຄງການຊື່ນໃຈທ້າຍປີໂຊກ 2 ຊັ້ນຈາກນໍ້າດື່ມຫົວເສືອລົດຈັກ Honda Wave 110i ໍານວນ 12 ຄັນ ຂຶ້ນໃນວັນທີ 29 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ ການຈັບສະຫຼາກໃນຄັ້ງນີ້ແມ່ນຈະໄດ້ແບ່ງອອກເປັນ 3 ເຂດ (ພາກເໜືອ, ພາກກາງ ແລະພາກໃຕ້) ຊຶ່ງແຕ່ລະເຂດມີສິດໄດ້ຮັບລົດຈັກ Honda Wave 110i

ເຂດລະ 4 ຄັນ ລວມຈຳນວນທັງໝົດແມ່ນ 12 ຄັນ ຊຶ່ງຜູ້ໂຊກດີໄດ້ຮັບລາງວັນຄື: ທ້າວ ບຸນກອງ ອິນທະວົງ ບ້ານໂນນສະ ຫວ່າງນະຄອນຫຼວງວຽງຈັນ, ທ້າວ ຫວືທໍ້ ບ້ານທ່ານາກ ນະຄອນຫຼວງວຽງຈັນ, ນາງ ຫຼ້າ ມະນີພອນ ບ້ານນາມີສຸກ ນະຄອນຫຼວງວຽງຈັນ, ທ້າວ ເຕ້ ສຸກສະຫວັດ ບ້ານໂນນຄໍ້ໃຕ້ ນະຄອນຫຼວງວຽງຈັນ, ທ້າວ ຄໍາສີຖໍ ບ້ານຜາຕູບເໜືອ ແຂວງຫຼວງພະບາງ, ນາງ ພອນຈິດ ແຂວງອຸດົມໄຊ, ນາງ ຕູ້ນິ່ ວິໄລທອງ ບ້ານຜາໂຄມ ແຂວງຫຼວງພະບາງ, ທ້າວ ພວງແກ້ວ ແຂວງຫົວພັນ, ນາງຫັດສະດີ ບ້ານໂນນສະຫວ່າງໃຕ້ ແຂວງສະຫວັນນະເຂດ, ນາງ ໂສພາພອນ ໂພໄຊຊະນະສັກ ບ້ານສະໜາມໄຊ ແຂວງຈໍາປາສັກ, ທ້າວ ອຸດອນ ສິສຸວົງ ບ້ານໂພນ ສະອາດ ແຂວງຈໍາປາສັກ, ນາງ ພະນີ ພອນສິສຸວົງ ບ້ານໂພນງາມ ແຂວງຈໍາປາສັກຈາກການສະສົມຝານໍ້າດື່ມຫົວເສືອສີທອງ, ຕ່າງໜ້າໃນການຈັບສະຫຼາກໃນຄັ້ງນີ້ໄດ້ແກ່ທ່ານ ບຸນທະແສງ ສິຣິສັກ ຜູ້ຈັດການອາວຸໂສຜະລິດຕະພັນນໍ້າດື່ມຫົວເສືອ, ມີບັນດາພະນັກງານຂອງບໍລິສັດ ແລະສື່ມວນຊົນເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

  ງານຈັບສະຫຼາກຄັ້ງນີ້ເພື່ອເປັນການສືບຕໍ່ສະແດງຄວາມຮູ້ບຸນຄຸນທີ່ບໍລິສັດເບຍລາວ ແລະຜະລິດຕະພັນນໍ້າດື່ມຫົວເສືອໄດ້ຮັບຈາກຜູ້ບໍລິໂພກຕະຫຼອດໄລຍະຜ່ານມາ, ບໍລິສັດເບຍລາວ ຈໍາກັດ ໂດຍພາຍໃຕ້ກາໝາຍນໍ້າດື່ມຫົວເສືອສະເຫຼີມສະຫຼອງ45 ປີ ຂອງການສ້າງຕັ້ງບໍລິສັດເບຍລາວ ຈຳກັ ລະເພື່ອເປັນການສືບຕໍ່ການສະແດງຄວາມຮູ້ບຸນຄຸນທີ່ບໍລິສັດເບຍລາວແລະຜະລິດຕະພັນນໍ້າດື່ມຫົວເສືອໄດ້ຮັບຈາກຜູ້ບໍລິໂພກຕະຫຼອດໄລຍະຜ່ານມາສຳລັບການຈັບສະຫຼາກຄັ້ງຕໍ່ໄປແມ່ນຈະຈັດຂຶ້ນໃນວັນທີ 31 ທັນວາ 2019 ຈັບສະຫຼາກມອບລາງວັນລົດຈັກ Honda Wave 110i ຈໍານວນ 12 ແລະຈັບສະຫຼາກມອບລາງວັນລົດFord Everest  1 ລາງວັນ

  ບໍລິສັດ ເບຍລາວ ຈຳກັດ ໂດຍພາຍໃຕ້ຜະລິດຕະພັນນໍ້າດື່ມກາຫົວເສືອໄດ້ຈັດກິດຈະກຳມອບໂຊກສອງຊັ້ນໃຫ້ແກ່ຜູ້ບໍລິໂພກໂດຍການສະສົມຝານໍ້າດື່ມສີທອງເພື່ອແລກຂອງລາງວັນຕາມກະຕິກາດັ່ງນີ້: ສະສົມ 10 ເພື່ອແລກຮັບສະຫຼາກ 5 ໃບ, 300 ຝາ ເພື່ອແລກຮັັບຄັນຮົ່ມ 1 ຄັນ ພ້ອມສະຫຼາກ 10 ໃບ, 700 ຝາເພື່ອ ແລກຮັບກະຕິກນໍ້າກ້ອນຫົວເສືອ 1 ໜ່ວຍ ພ້ອມສະຫຼາກ 30 ໃບ.

-------------

ຂຽນໂດຍວົງມະນີ    
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511