ເຕືອນອາກາດຈະໜາວລົງຕື່ມຮອດວັນທີ 10 ທັນວາ

  ກົມອຸຕຸນິຍົມ ແລະອຸທົກກະສາດກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຈ້ງເຕື່ອນວ່າມວນອາກາດໜາວເຢັນຈາກ ສປ ຈີນ ໄດ້ມີກໍາລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງສົມທົບກັບລົມຕາເວັນອອກສຽງເໜືອພັດປົກຄຸມເປັນສ່ວນໃຫຍ່ໃນໄລຍະວັນທີ 4-10 ທັນວາ   201 9

 ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຫຼຸດລົງ 5-7 ອົງ ສາອາກາດຈະໜາວເຢັນຫາໜາວເຢັນຫຼາຍພ້ອມມີໝອກປົກຄຸມໃນຕອນເຊົ້າຢູ່ເຂດແຂວງພາກເໜືອ, ແຂວງໄຊສົມບູນ ແລະເຂດພູພຽງບໍລິເວນ, ສ່ວນພາກກາງຫາພາກໃຕ້ອາກາດເຢັນຫາໜາວເຢັນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດອຸນ ຫະພູມອາກາດຈະຫຼຸດລົງ 3- 5 ອົງສາ.

ສະໜັບສະໜຸນໂດຍ: HONDA

  ດັ່ງນັ້ນ, ຈຶ່ງເຕື່ອນເຖິງອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າທີ່ອາໄສຢູ່ເຂດດັ່ງກ່າວ, ແຂວງດັ່ງກ່າວໃຫ້ມີສະຕິລະວັງຕໍ່ສຸຂະພາບອາກາດໜາວເຢັນ ແລະມີລົມພັດແຮງ, ໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະອຸທົກກະສາ່າງຕໍ່ເນືອງ.

___________

  • ຂຽນໂດຍ: ວົງມະນີ
    ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ
  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511