ໃນວັນທີ 16 ກໍລະກົດ 2025, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີ ທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງສະຫວັນນະເຂດ, ຫົວໜ້າ-ຮອງຫົວໜ້າພະແນກການ ກົມກອງອ້ອມຂ້າງແຂວງ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ ພ້ອມຄະນະ ເຂົ້າຮ່ວມ.
ທ່ານ ຄາລາໂຊ ຫຼຸຍບົວທອງ ລາຍງານວ່າ: ເມືອງໄຊບູລີ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ລະບົບການເມືອງໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ແຕ່ຂັ້ນຮາກຖານບ້ານ ເຮັດໃຫ້ເມືອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ເມືອງໄຊບູລີ ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງສະໄໝສາມັນຄັ້ງທີ I ສະໄໝທີ VIII ແລະ ເຜີຍແຜ່ເຊື່ອມຊຶມມະຕິ ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2029) ໃຫ້ບັນດາສະຫາຍຄະນະພັກ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ມອບໝາຍໃຫ້ແຕ່ລະຫ້ອງການນໍາໄປສ້າງເປັນແຜນວຽກ, ກໍານົດກິດຈະກໍາ, ໂຄງການລະອຽດຂອງໃຜລາວ ໂດຍໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ທີ່ວາງໄວ້. ສໍາລັບການຜະລິດນາປີຂອງປະຊາຊົນ ຮອດປະຈຸບັນ ປັກດໍາແລ້ວ 14,300 ເຮັກຕາ, ເທົ່າກັບ 92% ຂອງແຜນການ 15,500 ເຮັກຕາ; ພືດລະດູແລ້ງ ປະຕິບັດໄດ້ 8,235 ເຮັກຕາ ໃນນີ້ມີພືດອຸສາຫະກຳ ມີເນື້ອທີ່ 7,083 ເຮັກຕາ, ອ້ອຍ 6,711, ມີຢາສູບ, ມັນຕົ້ນ, ຖົ່ວດິນ, ພືດສະບຽງອາຫານ,ໝາກໂມ, ສາລີຫວານ, ຖົ່ວຕ່າງໆ, ໝາກເຜັດ, ໝາກເຂືອ, ໝາກເລັ່ນ, ຜັກບົ່ວແບ່ງ ແລະ ອື່ນໆ. ພືດລະດູຝົນ ມີອ້ອຍ (ປູກຕົ້ນຝົນ) 2,532 ຮຕ, ຈໍານວນ 1,978 ຄອບຄົວ, ຄາດຄະເນຜົນຜະລິດ 164,580 ໂຕນ, ຢາງພາລາ 507 ຄອບຄົວ, 23 ບ້ານ, ເນື້ອທີ່ 2.093 ເຮັກຕາ. ການປູກພືດກະສິກຳເປັນສິນຄ້າຂອງຊາວກະສິກອນຂອງເມືອງໄຊບູລີ ໄດ້ເປັນບາດກ້າວອັນສໍາຄັນໃນການຈັດຕັ້ງປະຕິບັດມະຕິ 04 ຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່. ເຊິ່ງເປັນການສ້າງລາຍຮັບໃຫ້ແກ່ຊາວກະສິກອນຂອງເມືອງ, ຜ່ານມາໄດ້ເກີດມີຄອບຄົວຕົວແບບໃນຫຼາຍກິດຈະກຳ ເຊັ່ນ: ຕົວແບບໃນການປູກອ້ອຍ, ປູກມັນຕົ້ນ, ຢາງພາລາ, ປູກສາລີ ແລະ ອື່ນໆ. ມາຮອດປັດຈຸບັນເມືອງໄຊບູລີ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 52% ຂອງແຜນປີ.
ສໍາລັບວຽກງານການປັບປຸງກົງຈັກການຈັດຕັ້ງ ໂຮມຫ້ອງການ ຕາມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ, ເມືອງໄຊບູລີໄດ້ຈັດຕັ້ງເຊື່ອມຊຶມ ແລະ ບັນດານິຕິກຳທີ່ກ່ຽວຂ້ອງໃຫ້ພະນັກງານ-ລັດຖະກອນ ໂດຍສະເພາະແມ່ນເປົ້າໝາຍຫ້ອງການທີ່ຈະໂຮມເຂົ້າກັນ ເພື່ອໃຫ້ຮັບຮູ້, ເຂົ້າໃຈ ແລະ ປະຕິບັດຕາມທິດນໍາຂອງພັກກ່ຽວກັບການປັບປຸງກົງຈັກການຈັດຕັ້ງ. ການກະກຽມສ້າງຕາແສງ ເມືອງໄດ້ຄົ້ນຄວ້າ ແລະ ນໍາສະເໜີການນໍາແຂວງ ຄາດຄະເນຈະສ້າງ 4 ຕາແສງຄື: ຕາແສງແກ້ງກະເບົາ, ຕາແສງເຄືອເຂົາກາດ, ຕາແສງເວີນ ແລະ ຕາແສງຊຽງໄຄ. ປະຈຸບັນໄດ້ຄົ້ນຄວ້າສັບຊ້ອນຈັດວາງຄະນະພັກເມືອງ, ສະມາຊິກພັກ, ພະນັກງານ ເພື່ອແຕ່ງຕັ້ງລົງເປັນຄະນະພັກຮາກຖານກຸ່ມບ້ານໃນ 4 ກຸ່ມບ້ານ.
ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງສະຫວັນນະເຂດ ກໍໄດ້ສະແດງຄວາມຊົມເຊີຍຄະນະພັກ-ອຳນາດການປົກຄອງເມືອງ ທີ່ໄດ້ຜັນຂະຫຍາຍວຽກງານໄປຕາມທິດ, ວຽກງານ ປກຊ-ປກສ, ວຽກງານເສດຖະກິດມີການຂະຫຍາຍໂຕ ສະແດງເຖິງການເອົາໃຈໃສ່ຂອງຄະນະພັກ ອຳນາດການປົກຄອງໃນການຊີ້ນຳ-ນຳພາ ຈື່ງມີຜົນສຳເລັດ. ຄຽງຄູ່ກັບຜົນງານ ກໍຕ້ອງເອົາໃຈໃສ່ຕໍ່ແຜນພັດທະນາເສດຖະກິດສັງຄົມຂອງເມືອງທີ່ວາງອອກ, ພາຍຫຼັງເຜີຍແຜ່ຜົນສຳເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງເມືອງແລ້ວ, ກໍຕ້ອງປະເມີນຄືນການກຳແໜ້ນເຊື່ອມຊຶມ, ສະເພາະໃນ 25 ສະຫາຍຄະນະພັກເມືອງ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕື່ມ, ຮັກສາ ແລະ ສືບຕໍ່ມູນເຊື້ອຜົນສຳເລັດ, ເບິ່ງຄືນຂໍ້ຄົງຄ້າງ ແລະ ນຳມາຄົ້ນຄ້ວາແກ້ໄຂ. ກຳແໜ້ນເລີກເຊີ່ງ ແລະ ເປັນເອກະພາບກັນໃນທ່າແຮງຂອງເມືອງ, ອັນທີ1 ແມ່ນທ່າແຮງການຜະລິດ ທີ່ເປັນອັນດັບຕົ້ນໆຂອງແຂວງ, ທ່າແຮງດ້ານທ່ອງທ່ຽວ ທີ່ສາມາດດຶງດູດການພັດທະນາ ແລະ ນຳລາຍໄດ້ມາໃຫ້ປະຊາຊົນ, ສີ່ງທີ່ເປັນອຸປະສັກ ອັນໃດທີ່ເຮັດໃຫ້ການປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງເມືອງ ບໍ່ໄດ້ຮັບຜົນສໍາເລັດ, ສືບຕໍ່ຄົນຄ້ວາເຊື່ອມຊືມ ມະຕິ 05 ຂອງກົມການເມືອງສູນກາງພັກ, ກຳແໜ້ນເນື້ອໃນມະຕິ 05 ໃນເນື້ອແທ້ແມ່ນເນັ້ນໃຫ້ລະບົບການເມືອງຢູ່ຂັ້ນຮາກຖານມີຄວາມເຂັ້ມແຂງ ເພື່ອແນ່ໃສ່ບູລະນະລະບອບປະຊາທິປະໄຕປະຊາຊົນ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ສ້າງເງື່ອນໄຂໃຫ້ປະຊາຊົນ ມີສ່ວນຮ່ວມໃນການພັດທະນາເສດຖະກິດສັງຄົມ ປະຊາຊົນໄດ້ປຶກສາຫາລື ປະຊາຊົນເປັນຜູ້ເຮັດ ປະຊາຊົນເປັນຜູ້ຕິດຕາມກວດກາ ແລະ ປະຊາຊົນໄດ້ຊົມໃຊ້. ການສ້າງຕາແສງ ແມ່ນການຫັນເອົານະໂຍບາຍ, ຫັນເອົາທຶນ, ຫັນເອົາການພັດທະນາລົງສູ່ປະຊາຊົນ, ແມ່ນການສ້າງພະນັກງານນຳພາຄຸ້ມຄອງສ້າງພະນັກງານກັບທີ່, ສ້າງໃຫ້ເປັນນັກພັດທະນາ ນຳພາປະຊາຊົນປ່ຽນແປງແບບແຜນວິຖີຊີວິດ, ນຳພາປະຊາຊົນທຳການຜະລິດທັນສະໄໝ, ຫັນການບໍລິການ ຄົນ ງົບປະມານ ລົງສູ່ປະຊາຊົນ, ບ້ານທີ່ຈະສ້າງຕາແສງ ຕ້ອງບໍ່ໃຫ້ໄກຈາກປະຊາຊົນ, ໃຫ້ປະຊາຊົນເຂົ້າເຖິິງການບໍລິການທີ່ງ່າຍດາຍ, ບັນດາສະຫາຍໃນຄະນະບໍລິຫານງານພັກ ທີ່ຈະໄປເປັນປະທານປົກຄອງຕາແສງ ບໍ່ແມ່ນການລົງຮາກຖານ ໃຫ້ເຂົ້າໃຈເປັນເອກະພາບວ່າໄປຮັບໜ້າທີ່ໃໝ່ ທີ່ໄດ້ຮັບການມອບໝາຍ ເພື່ອໄປນຳພາຊີ້ນຳການພັດທະນາຂອງປະຊາຊົນ, ຕາແສງໜຶ່ງຕ້ອງມີລັດຖະກອນ 12 ຄົນ ມີ 4 ກຸ່ມວຽກ. ພ້ອມກັນນັ້ນ ກໍໃຫ້ອຳນາດການປົກຄອງເມືອງ ຊຸກຍູ້ປະຊາຊົນເສີມຂະຫຍາຍມູນເຊື້ອຄວາມດຸໝັ່ນ, ນອກຈາກປູກອ້ອຍ ແມ່ນເນັ້ນເລື່ອງພືດຜັກ ເພື່ອສະໜອງໃຫ້ນະຄອນໄກສອນ ກໍ່ຄືເທສະບານແຂວງ ເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນເຮົາມີລາຍຮັບຫຼາຍຂື້ນ, ສຳຄັນແມ່ນເນັ້ນການລັກລອບນຳເຂົ້າຈາກປະເທດເພື່ອນບ້ານ ເພື່ອບໍ່ໃຫ້ກະທົບຕໍ່ຜົນຜະລິດຂອງປະຊາຊົນ. ສຸມໃສ່ສອງກຳລັງປ້ອງກັນຊາດປ້ອງກັນຄວາມສະຫງົບ ໃນການເປັນເຄື່ອງມືໃຫ້ແຂວງ ຕ້ານທຸກປາກົດການຫຍໍ້ທໍ້ໃນສັງຄົມ ເພື່ອໃຫ້ເມືອງມີຄວາມສະຫງົບ ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງປະຊາຊົນ.