ຄະນະຄອບຄົວການນໍາ ໃຫ້ການຊ່ວຍເຫຼືອສັງຄົມລວມມູນຄ່າທັງໝົດ 29,77 ຕື້ກີບ

ຄະນະຄອບຄົວການນໍາ ໄດ້ສະຫຼຸບການເຄື່ອນໄຫວໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955-ວັນທີ 20 ກໍລະກົດ 2025), ຊຶ່ງພິທີໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 18 ກໍລະກົດ 2025 ນີ້, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫຼ່ງ ສປປ ລາວ, ທ່ານ ສອນໄຊສີພັນດອນ ນາຍົກລັດຖະມົນຕີ, ທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີບັນດາທ່ານຄອບຄົວການນໍາ, ແມ້່ປ້າອາວຸໂສ, ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ ໄດ້ຂຶ້ນກ່າວເປີດພິທີ ໂດຍທ່ານໄດ້ເລົ່າຄືນມູນເຊື້ອອັນດີງາມຂອງແມ່ຍິງລາວ ແລະ ໄດ້ຊີ້ໃຫ້ເຫັນເຖິງຄວາມຕັດສິນໃຈສູງ ຂອງຄອບຄົວການນຳ ທີ່ມີຄວາມມຸ່ງມາດປາດຖະໜາໃນການມີສ່ວນຮ່ວມເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ. ຈາກນັ້ນ ທ່ານ ປ້າ ບົວໄຫຼ ຈິດມະນີ ພັນລະຍາ ທ່ານຮອງປະທານປະເທດ ລາຍງານການເຄື່ອນໄຫວຊ່ວຍເຫຼືອຂອງ ຄະນະຄອບຄົວການນໍາ ໃນໄລຍະຜ່ານມາ ໄດ້ປະກອບສ່ວນເຫຼືອສັງຄົມຫຼາຍຮູບການ, ຫຼາຍດ້ານ ໄດ້ດໍາເນີນມາຫຼາຍສະໄໝແລ້ວ ຈົນຮອດປີ 2018 ໄດ້ເລີ່ມຕົ້ນເຄື່ອນໄຫວພາຍ ໃຕ້ຄໍາຂວັນ “ເສັ້ນທາງຫ່ວງໄຍໄປເຖິງ” ຈົນຮອດປັດຈຸບັນ ເຊິ່ງມີຫຼາຍກິດຈະກຳ ເປັນຕົ້ນ ຊ່ວຍສ້າງເຮືອນທີ່ຢູ່ອາໃສຖາວອນໃຫ້ປະຊາຊົນທຸກຍາກຫ່າງໄກສອກຫຼີກ, ສ້າງໂຮງຮຽນ ແລະ ຫໍພັກນັກຮຽນ ຢູ່ບັນດາແຂວງຈໍານວນໜຶ່ງ, ຊ່ວຍເຫຼືອດ້ານ ທຶນຮອນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ, ຢາປົວພະຍາດ ແລະ ລົດຮັບ-ສົ່ງ ຄົນເຈັບ, ມອບວັດຖຸປັດໃຈ, ເງິນອຸປະຖຳ ໃຫ້ອ້າຍນ້ອງທະຫານ, ສະມາຄົມ, ພຸດທະ ສາສະໜາ ແລະ ອື່ນໆ ຊຶ່ງລວມມູນຄ່າການຊ່ວຍເຫຼືອທັງໝົດ 29,77 ຕື້ກີບ.
ໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ໂດຍສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດດັ່ງກ່າວ, ພ້ອມນັັ້ນ ທ່ານຍັງມີຄໍາເຫັນຕໍ່ບົດບາດ, ຜົນງານ ແລະ ການປະກອບສ່ວນ ອັນຄວາມສໍາຄັນຂອງການນໍາເພດຍິງ, ຄອບຄົວການນໍາ ແລະ ຄະນະບໍລິຫານງານ ສະຫະພັນແມ່ຍິງທຸກຂັ້ນ ດັ່ງນີ້: 1. ບົດບາດ, ຄວາມສໍາຄັນຂອງແມ່ຍິງໃນຄອບຄົວ ກໍ່ຄືບົດບາດຂອງຄອບຄົວການນໍາ: ໂດຍທົ່ວໄປແລ້ວ ບົດບາດຂອງແມ່ຍິງໃນຄອບຄົວ ບໍ່ພຽງແຕ່ເປັນຜູ້ດູແລ ເຮືອນຊານບ້ານຊ່ອງ ແລະ ເປັນຜູ້ສໍາຄັນໃນການສຶກສາອົບຮົມ, ເບິ່ງແຍງລູກເຕົ້າເທົ່ານັ້ນ, ແຕ່ຍັງເປັນເສົາຫຼັກທາງດ້ານຈິດໃຈ ໃຫ້ແກ່ຄອບຄົວ ກໍ່ຄືສາມີ ແລະ ລູກ; ເປັນຜູ້ທີ່ມີ ຄວາມເຂົ້າໃຈ, ມີຄວາມອົດທົນ ແລະ ເສຍສະຫຼະຢ່າງໃຫຍ່ຫຼວງ ໂດຍສະເພາະຄອບຄົວ ການນໍາ ເຊິ່ງບັນດາການນໍາ ມີວຽກຫຼາຍ, ບໍ່ມີເວລາໃຫ້ຄອບຄົວຄືຄົນທົ່ວໄປ. 2. ຈາກບົດບາດຂອງແມ່ຍິງ ໃນຄອບຄົວສູ່ສັງຄົມ, ໂດຍການເປັນແບບຢ່າງທີ່ດີ ແລະ ຊ່ວຍເຫຼືອສັງຄົມ: ນອກຈາກການສະໜັບສະໜູນການນໍາ ກໍຄືຄອບຄົວແລ້ວ, ແມ່ຍິງ ຍັງມີ ບົດບາດໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ໃນຮູບແບບຕ່າງໆ. ຂໍໃຫ້ບັນດາທ່ານຄອບຄົວ ການນໍາ ແລະ ສະຫະພັນແມ່ຍິງທຸກຂັ້ນ ສືບຕໍ່ຮັກສາມູນເຊື້ອ ແລະ ປະກອບຊ່ວຍເຫຼືອສັງຄົມ, ສ້າງເງື່ອນໄຂຊ່ວຍເຫຼືອແມ່ຍິງໃນສັງຄົມ ເທົ່າທີ່ສາມາດເຮັດໄດ້, ເປັນກໍາລັງ ແຮງອີກດ້ານໜຶ່ງ ໃນການຈັດຕັ້ງຜັນຂະຫຍາຍ ແນວທາງຂອງພັກ-ລັດ ໃຫ້ໄດ້ຮັບ ຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ. 3. ແມ່ຍິງນອກຈາກມີບົດບາດສໍາຄັນໃນຄອບຄົວ, ປະກອບສ່ວນຊ່ວຍສັງຄົມດ້ານຕ່າງໆແລ້ວ, ແມ່ຍິງຈຳນວນໜຶ່ງຍັງປະຕິບັດໜ້າທີ່ເປັນການນໍາເພດຍິງ, ພະນັກງານລັດຖະກອນ ໃນອົງການຈັດຕັ້ງພັກ-ລັດ ຄຽງບ່າຄຽງໄຫຼ່ອ້າຍນ້ອງຊາຍ ຕັ້ງແຕ່ໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນ ປັດຈຸບັນ.
ທ່ານນາຍົກລັດຖະມົນຕີ ກ່າວຕື່ມວ່າ: ໃນນາມຕາງໜ້າໃຫ້ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ລັດຖະບານ ກໍ່ຄື ສ່ວນຕົວ ຈະສືບຕໍ່ໃຫ້ການຊຸກຍູ້ສົ່ງເສີມ, ໃຫ້ກຳລັງໃຈ, ສ້າງເງື່ອນໄຂໃຫ້ການ ຊ່ວຍເຫຼືອບັນດາການນໍາເພດຍິງ, ຄອບຄົວການນໍາ ແລະ ເອື້ອຍນ້ອງແມ່ຍິງ ຕາມ ຄວາມສາມາດ ແລະ ເງື່ອນຕົວຈິງ ເພື່ອໃຫ້ແມ່ຍິງ ໄດ້ພັດທະນາ ແລະ ສາມາດເຄື່ອນ ໄຫວ ໄດ້ຢ່າງເຕັມສ່ວນຕາມຄໍາຂັວນ 3 ດີ ຂອງສະຫະພັນແມ່ຍິງລາວ, ໃຫ້ສົມກັບ ເປັນລູກຂອງພັກ, ເປັນພັນລະຍາທີ່ດີ, ເປັນແມ່ທີ່ດີ.
ຂ່າວ: ສາວລາວໃຕ້