ນັບແຕ່ເລີ້ມດໍາເນີນງານ, ປັດຈຸບັນ ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບພັນທະສະສົມໃຫ້ລັດຖະບານລາວ ລື່ນ 1 ຕື້ໂດລາສະຫະລັດ. ການມອບພັນທະດັ່ງກ່າວນີ້ ແມ່ນມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດຂອງຊາດ. ໃນໄຕມາດທໍາອິດຂອງປີ 2025, ບໍລິສັດ ພູເບ້ຍ ມາຍນິງ ສືບຕໍ່ປະຕິບັດພັນທະທາງດ້ານການເງິນດັ່ງກ່າວນີ້ໃຫ້ລັດຖະບານລາວ ດ້ວຍການມອບເງິນປັນຜົນຈໍານວນ 4 ລ້ານໂດລາສະຫະລັດ. ເງິນປັນຜົນຈໍານວນນີ້ ແມ່ນການປະກອບສ່ວນປະຈໍາປີລ່າສຸດໃຫ້ພາກລັດ, ຊຶ່ງຖືຮຸ້ນ 10 ສ່ວນຮ້ອຍໃນບໍລິສັດ ພູເບ້ຍ ມາຍນິງ.
ປັດຈຸບັນການມອບເງິນປັນຜົນໃຫ້ພາກລັດ ມີຈໍານວນທັງໝົດຫຼາຍກວ່າ 107.4 ລ້ານໂດລາສະຫະລັດ ນັບແຕ່ປີ 2012 ເປັນຕົ້ນມາ ພາຍຫຼັງການເຊັນສັນຍາຮ່ວມຮຸ້ນ. ມາຮອດປັດຈຸບັນ, ການມອບພັນທະສະສົມຂອງບໍລິສັດ ພູເບ້ຍ ມາຍນິງໃຫ້ພາກລັດ ລວມມີອາກອນບໍລິສັດຈໍານວນ 367.5 ລ້ານໂດລາສະຫະລັດ, ຄ່າຊັບພະຍາກອນແຮ່ທາດຈໍານວນ 523.5 ລ້ານໂດລາສະຫະລັດ, ອາກອນລາຍໄດ້ສ່ວນບຸກຄົນຈໍານວນ 71 ລ້ານໂດລາສະຫະລັດ, ແລະ ກອງທຶນປະກັນສັງຄົມຈໍານວນ 19.7 ລ້ານໂດລາສະຫະລັດ ແລະ ການປະກອບສ່ວນອື່ນໆອີກຈໍານວນ 72.2 ລ້ານໂດລາສະຫະລັດ.
ຜູ້ອໍານວຍການ ແລະ ປະທານບໍລິຫານຂອງບໍລິສັດ ແພນອອສ໌, ທ່ານ ດາລິງ ເຊັງ ໄດ້ກ່າວວ່າ ປີ 2025 ຈະນໍາເອົາໂອກາດຕ່າງໆຫຼາຍຂຶ້ນໃຫ້ບໍລິສັດ ພູເບ້ຍ ມາຍນິງ, ຊຶ່ງເປັນບໍລິສັດໃນເຄືອຂອງແພນອອສ໌. “ປີນີ້ ເປັນຂີດໝາຍຂອງການປ່ຽນແປງ ແລະ ວິວັດທະນາການສໍາລັບໂຄງການຂອງບໍລິສັດ ພູເບ້ຍ ມາຍນິງພວກເຮົາ. ລາຄາສິນຄ້າທີ່ເຂັ້ມແຂງໃນປັດຈຸບັນນີ້ ໝາຍຄວາມວ່າໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ສາມາດຊອກຫາໂອກາດໃນການສໍາຫຼວດ ເພື່ອພັດທະນາບໍ່ຂຸດຄົ້ນໃໝ່ ແລະ ເຮັດໃຫ້ໂຄງການປັດຈຸບັນເຕີບໂຕ ສໍາລັບການຜະລິດທອງ ແລະ ຄໍາ ຢູ່ພາຍໃນເຂດສັນຍາ MEPA ຂອງພວກເຮົາໃນແຂວງໄຊສົມບູນ.”
“ພວກເຮົາມີລະບົບຕ່າງໆແບບນະວັດຕະກໍາໃໝ່ໃນທຸກພາກສ່ວນຂອງຂະບວນການຜະລິດພວກເຮົາ, ແລະ ເຂົ້າໃຈຄວາມສໍາພັນລະຫວ່າງການລົງທຶນພິເສດໃນເຕັກໂນໂລຊີ, ແລະ ຜົນຕ່າງໆທີ່ດີໃນວິທີການທີ່ເຕັກໂນໂລຊີດັ່ງກ່າວໄດ້ປັບປຸງຂີດຄວາມສາມາດໃນການຜະລິດຂອງພວກເຮົາ, ປັບປຸງການດໍາເນີນງານ ແລະ ຂະບວນການຕ່າງໆຂອງພວກເຮົາໃຫ້ມີປະສິດທິພາບຫຼາຍຂຶ້ນ, ແລະ ໃນທີ່ສຸດ ກໍ່ຈະພາໃຫ້ໄດ້ກໍາໄລດີຂຶ້ນ.”
“ປະທານບໍລິສັດ ພູເບ້ຍ ມາຍນິງ, ທ່ານ ຈັນເພັງ ບຸນນະຜົນ ໃຫ້ຮູ້ຕື່ມອີກວ່າ: ຂ້າພະເຈົ້າເນັ້ນຢໍ້າຄວາມໝັ້ນໃຈຂອງຕົນເອງ ນັບແຕ່ເດືອນມັງກອນ 2024, ວ່າພວກເຮົາຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບພາກລັດ ແລະ ຂະແໜງການຕ່າງໆທີ່ຮັບຜິດຊອບອຸດສາຫະກໍາບໍ່ແຮ່. ດັ່ງທີ່ພະນະທ່ານ ນາຍົກລັດຖະມົນຕີ ໄດ້ກ່າວໄວ້ ກ່ຽວກັບປະສິດທິຜົນຂອງບັນດາໂຄງການບໍ່ແຮ່ຂອງລາວ, ພວກເຮົາສູ້ຊົນເພື່ອເປັນມາດຕະຖານໃຫ້ອຸດສາຫະກໍາດັ່ງກ່າວນີ້. ນີ້ແມ່ນເວລາທີ່ໜ້າຕື່ນເຕັ້ນສໍາລັບພວກເຮົາ ເພາະພວກເຮົາຊອກໂອກາດຕ່າງໆ ກັບຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ເພື່ອເຫັນໄດ້ວ່າອຸດສາຫະກໍານີ້ສາມາດໃຫ້ຜົນປະໂຫຍດສູງສຸດທາງດ້ານການເງິນແກ່ປະເທດລາວ ແລະ ປະຊາຊົນລາວ.”