ແຕ່ງຕັ້ງ ສະຫາຍ ບຸນຫຼາຍ ບຸດທິ ຂຶ້ນເປັນຮັກສາການເລຂາພັກແຂວງ-ເຈົ້າແຂວງເຊກອງ

ພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ເຫຼັກໄຫລ ສີວິໄລ ເລຂາຄະນະບໍລິຫານງານພັກແຂວງ-ເຈົ້າແຂວງເຊກອງ (ຜູ້ເກົ່າ) ແລະສະຫາຍ ບຸນຫຼາຍ ບຸດທິ ຮັກສາການເລຂາພັກແຂວງ-ເຈົ້າແຂວງເຊກອງ ໄດ້ຈັດຂື້ນຕອນເຊົ້າວັນທີ 1 ກໍລະກົດ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮວ່ມ ຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງສປປລາວ ມີບັນດາສະຫາຍຄະນະພັກ ຄະນະນໍາ ແຂວງ,ເມືອງ, ພະນັກງານຫັກແຫລ່ງ ເຂົ້າຮວ່ມ.
ໃນພິທີ ສະຫາຍ ເຫຼັກໄຫຼ ສີວິໄລ ໄດ້ຂຶ້ນຜ່ານບົດສະຫຼູບການນໍາພາ-ຊີ້ນໍາຕະຫຼອດໄລຍະຜ່ານມາເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານໃນການປະຕິບັດໜ້າທີ່ການເມືອງອັນໜັກໜ່ວງ ແລະ ມີກຽດສະຫງ່າ ທີ່ພັກ- ລັດ ແລະ ປະຊາຊົນຊາວແຂວງເຊກອງ ມອບໝາຍໃຫ້ ນັບແຕ່ໄດ້ຮັບໜ້າທີ່ເປັນເລຂາພັກແຂວງ, ເຈົ້າແຂວງເຊກອງ ເປັນຕົ້ນມາ.
ຈາກນັ້ນ ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນອ່ານມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດວ້ຍການຍົກຍ້າຍແຕ່ງຕັ້ງພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່,ມະຕິຕົກລົງ ວ່າດວ້ຍການແຕ່ງຕັ້ງ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ດໍາລັດ ວ່າດວ້ຍການແຕ່ງຕັ້ງຮັກສາການແທນເຈົ້າແຂວງເຊກອງ, ກົມການເມືອງສູນກາງພັກ ໄດ້ຕົກລົງຍົກຍ້າຍ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆເຊກອງໄປຮັບໜ້າທີ່ໃໝ່ຢູ່ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຕົກລົງແຕ່ງຕັ້ງ ສະຫາຍ ບຸນຫຼາຍ ບຸດທິ ເປັນຮັກສາການແທນເລຂາພັກແຂວງ, ຮັກສາການແທນເຈົ້າແຂວງໆເຊກອງ.
ໂອກາດນີ້ ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນການນຳພາ-ຊີ້ນໍາວຽກງານຂອງສະຫາຍຄະນະບໍລິຫານງານພັກແຂວງ ກໍຄືສະຫາຍເລຂາພັກແຂວງ ເຈົ້າແຂວງເຊກອງ ໃນຕະຫຼອດໄລຍະຜ່ານມາ; ເຊິ່ງການປັບປຸງ ສັບຊ້ອນຫນ້າທີ່ຂອງບັນດາການນໍາຂັ້ນຕ່າງໆນັ້ນ, ກໍເພື່ອແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ໃນແຕ່ລະໄລຍະ ໃຫ້ເຂັ້ມແຂງ, ໜັກແໜ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ໂດຍສະເພາະ ພະນັກງານ ນໍາພາ-ຄຸ້ມຄອງ ແຕ່ລະຂັ້ນຢູ່ແຕ່ລະບ່ອນ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ຂະຫຍາຍຕົວດີຂຶ້ນກວ່າເກົ່າ ໂດຍການຍົກຍ້າຍ ແລະແຕ່ງຕັ້ງຮັກສາການແທນ ການນໍາແຂວງເຊກອງ ໃນເທື່ອນີ້ ກໍເນື່ອງດ້ວຍຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ສະນັ້ນ, ຈິ່ງຮຽກຮ້ອງມາຍັງສະຫາຍ ຜູ້ຖືກແຕ່ງຕັ້ງຮັກສາການແທນ ຈົ່ງສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນໍາໃນການນໍາພາ ເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ສືບຕໍ່ເພີ່ມທະວີສ້າງຄວາມເຂັ້ມແຂງໃນລະບົບການເມືອງ ແຕ່ຂັ້ນແຂວງ ລົງຮອດຮາກຖານ ໂດຍຖື ເອົາການປັບປຸງ-ກໍ່ສ້າງພັກເປັນໃຈກາງ; ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ມີຄຸນນະພາບ; ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງເພີ່ມກໍາລັງແຮງນໍາພາເຮັດຕົວຈິງຢູ່ຂັ້ນຮາກຖານ; ປັບປຸງກົນໄກ, ລະບອບ-ລະບຽບ , ແບບແຜນນໍາພາວິທີເຮັດວຽກ,ສືບຕໍ່ຊີ້ນໍາການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ເລິກເຊິ່ງນັບທັງການຕີລາການນໍາພາລວມຂອງຄະນະພັກ ແລະ ສຳຫຼວດຕີລາຄາຄວາມຮັບຜິດຊອບຂອງແຕ່ລະສະຫາຍໃນຄະນະພັກແຂວງ, ຄົ້ນຄວ້າກຳແໜ້ນ ,ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ແຂງແຮງ ແລະ ດ້ານອື່ນໆ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ ຄວາມສາມາດ, ປະສົບປະການ ແລະ ບົດຮຽນຂອງສະຫາຍ ຈະສາມາດນໍາພາ-ຊີ້ນໍາວຽກງານ ມີການເຕີຍໃຫຍ່ ຂະຫຍາຍຕົວດີຂຶ້ນໄປເລື້ອຍໆ; ທັງນີ້, ບັນດາສະຫາຍການນໍາ, ສະມາຊິກພັກ ແລະ ພະນັກງານ ຂໍໃຫ້ມີຄວາມເປັນເອກະພາບ, ມີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນປະຕິບັດຕາມແນວທາງຂອງພັກ-ລັດວາງອອກໃນແຕ່ລະໄລຍະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.

ຂ່າວ-ພາບ:ອັດສະວິນ