ໃນວັນທີ 16 ກໍລະກົດ 2025 ທ່ານນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດແຫ່ງ ສປປ ລາວ, ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII ທີ່ໂຮງແຮມແລນມາກ,ນະຄອນຫຼວງວຽງຈັນ. ໃນໂອກາດນີ້, ທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ສານປະຊາຊົນແຕ່ລະຂັ້ນໄດ້ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກ 7 ບັນຫາສຳຄັນ ເພື່ອໃຫ້ວຽກງານຜູ້ພິພາກສາມີການຫັນປ່ຽນຢ່າງຕັ້ງໜ້າ.
ທ່ານນາງ ປານີ ຢາທໍ່ຕູ້ ໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງການສືບຕໍ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານສານປະຊາຊົນ ເພື່ອໃຫ້ມີຄວາມເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່.
ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນວ່າຕ້ອງ ເອົາໃຈໃສ່ລົງຊຸກຍູ້, ຕິດຕາມສານປະຊາຊົນທ້ອງຖິ່ນ ໃນການດຳເນີນຄະດີໃຫ້ຖືກຕ້ອງຕາມກົດໝາຍ, ເພີ່ມທະວີການໃຫ້ໂຈດ, ຈຳເລີຍ, ບຸກຄົນທີ່ສາມ ແລະ ທະນາຍຄວາມເຂົ້າຮ່ວມໃນການດຳເນີນຄະດີ ເພື່ອໃຫ້ຂະບວນການດຳເນີນຄະດີສິ້ນສຸດຕາມກົດໝາຍ ແລະ ເຊິດຊູບົດບາດຂອງອົງການຕຸລາການໃຫ້ເຂັ້ມແຂງ.
ບັນຫາທີ່ສຳຄັນຕໍ່ມາແມ່ນການ ພິຈາລະນາແກ້ໄຂຄະດີຢູ່ສານປະຊາຊົນໃຫ້ມີຄວາມວ່ອງໄວ ແລະ ມີຄຸນນະພາບສູງ, ໂດຍຕ້ອງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດທີ່ໄດ້ຮັບຮອງເອົາຕົວຊີ້ວັດໃນການແກ້ໄຂຄະດີປະເພດຕ່າງໆໃຫ້ໄດ້ຕາມເປົ້າໝາຍ. ນອກຈາກນີ້, ຍັງຕ້ອງ ເອົາໃຈໃສ່ບໍາລຸງ-ສ້າງຜູ້ພິພາກສາ ແລະ ພະນັກງານຂອງສານ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ, ແລະ ໃກ້ຊິດກັບປະຊາຊົນ ເພື່ອໃຫ້ການຕັດສິນຄະດີມີຄວາມຖືກຕ້ອງ ແລະ ເປັນທຳ.
ທ່ານຮອງປະທານປະເທດຍັງໄດ້ເນັ້ນຍໍ້າເຖິງການ ຍົກສູງຄວາມຮັບຜິດຊອບຂອງຜູ້ພິພາກສາ ໃນການດຳເນີນ, ຕັດສິນ ແລະ ພິພາກສາຄະດີ ເພື່ອປົກປ້ອງສິດຜົນປະໂຫຍດຂອງລັດ ແລະ ຂອງປະຊາຊົນ, ໂດຍການຄັດເລືອກຜູ້ພິພາກສາຕ້ອງຮັບປະກັນເງື່ອນໄຂມາດຕະຖານດ້ານຄຸນທາດການເມືອງ ແລະ ຄວາມຮູ້ຄວາມສາມາດ, ພ້ອມທັງສ້າງກົນໄກກຳນົດຄວາມຮັບຜິດຊອບຢ່າງຈະແຈ້ງ.
ພ້ອມກັນນີ້, ທ່ານໄດ້ຮຽກຮ້ອງໃຫ້ ເພີ່ມທະວີການຕິດຕາມກວດກາ ການປະຕິບັດໜ້າທີ່ຕັດສິນຄະດີຂອງຜູ້ພິພາກສາ ແລະ ພະນັກງານກົດໝາຍໃຫ້ເປັນປົກກະຕິ, ໂດຍສຸມໃສ່ການປະພຶດ, ການປະຕິບັດໜ້າທີ່ຕາມກົດໝາຍ, ການຮັບເອົາຄຳຮ້ອງຟ້ອງ, ແລະ ການປະຕິບັດການຍ້ອງຍໍ-ວິໄນ.
ສຸດທ້າຍ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ກ່າວເຖິງຄວາມສຳຄັນຂອງການ ປະສານສົມທົບກັບອົງການປົກປ້ອງກົດໝາຍ ອື່ນໆ ເພື່ອແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນທີ່ຍັງຄ້າງຄາ, ເຮັດໃຫ້ຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດໄດ້ຮັບການຈັດຕັ້ງປະຕິບັດຢ່າງແທ້ຈິງ, ພ້ອມທັງກວດກາ ແລະ ໄຈ້ແຍກບັນຫາເພື່ອຊອກຫາທາງແກ້ໄຂ.