ປະທານປະເທດ ຕ້ອນຮັບ ຄະນະການນໍາໜຸ່ມ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ

ໃນວັນທີ  14 ກໍລະກົດ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະພະນັກງານການນໍາໜຸ່ມ ສຳລັບແຂວງທີ່ມີຊາຍແດນຕິດຈອດ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຫົວຂໍ້ສະເພາະ ໂດຍການເປັນເຈົ້າພາບ ແລະ ຈັດຂຶ້ນໃນລະຫວ່າງ ວັນທີ 8-15 ກໍລະກົດ 2025, ທີ່ນະຄອນຫລວງວຽງຈັນ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ ໃນການຝຶກອົບຮົມຫົວຂໍ້ສະເພາະ ສຳລັບພະນັກງານການນໍາໜຸ່ມ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ທີ່ຈັດຂຶ້ນເປັນ ຄັ້ງທີ III, ເຊິ່ງຄັ້ງນີ້ແມ່ນ ພັກ ປປ ລາວ ເປັນເຈົ້າພາບ, ເປັນການຈັດຕັ້ງປະຕິ ບັດ ຕາມເນື້ອໃນຈິດໃຈຜົນການພົບປະຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ, ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງ ຕໍ່ນັກສໍາມະນາກອນທັງ 3 ປະເທດ ທີ່ໄດ້ເອົາໃຈໃສ່ແລກປ່ຽນປະກອບຄໍາຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ໂດຍສະເພາະ ແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ, ວັດທະນະທໍາ ແລະ ອື່ນໆ ຂອງແຕ່ລະພັກ, ແຕ່ລະປະເທດ ເປັນການປະ ກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ການຮັດແໜ້ນສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງ 3 ພັກ ແລະ ປະຊາຊົນ 3 ຊາດລາວ-ຫວຽດນາມ-ກໍາປຸເຈຍ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ສະຫາຍ ເລຂາທິການໃຫຍ່ ໄດ້ຕີລາຄາສູງການພົວພັນຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາ ຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ເຊິ່ງເປັນການພົວພັນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຄືກັບຄຽງ 3 ຂາ, ມີມູນເຊື້ອຄວາມສາມັກຄີສະໜິດແໜ້ນ, ມີການຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຊິ່ງກາຍເປັນຊັບສົມບັດອັນລໍ້າຄ່າ, ເປັນປັດໄຈສໍາຄັນ ແລະ ເປັນກໍາລັງແຮງອັນໃຫຍ່ຫລວງທີ່ສຸດ ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງແຕ່ລະປະເທດ ໃນປັດຈຸບັນ ແລະ ຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ສະຫາຍເລຂາທິການໃຫຍ່ ຍັງໄດ້ແຈ້ງໃຫ້ຊາບ ໂດຍຫຍໍ້ຜົນສຳເລັດການພັດທະນາເສດຖະກິດ-ສັງຄົມ ທີ່ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ, ຜົນການດໍາເນີນກອງປະ ຊຸມຄົບຄະນະບໍລິຫານງານສູນກາງພັກ ເທື່ອທີ 10 ສະໄໝທີ XI, ການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ໃນຕົ້ນປີ 2026 ແລະ ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານສໍາຄັນດ້ານຕ່າງໆທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ສຳມະນາກອນ ເຫັນໄດ້ມູນເຊື້ອຄວາມສາມັກ ຄີຂອງ 3 ພັກ, 3 ຊາດອິນດູຈີນ ທີ່ຈະຕ້ອງພ້ອມກັນເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍໃຫ້ງອກງາມຍິ່ງໆຂຶ້ນ.

ໃນຕອນທ້າຍ, ຕາງໜ້າສໍາມະນາກອນຂອງ 3 ປະເທດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການໃຫ້ກຽດຕ້ອນຮັບອັນອົບອຸ່ນ, ສະໜິດສະໝົມ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ຂອງ ສະຫາຍ ທອງລຸນ ສີສຸລິດ ສະແດງເຖິງການໃຫ້ຄວາມສຳຄັນ ແລະ ເປັນຫ່ວງເປັນໄຍ ທີ່ມີຕໍ່ຄະນະ, ພ້ອມທັງຈະນໍາເອົາທິດຊີ້ນໍາຂອງ ສະຫາຍເລຂາທິການໃຫຍ່  ນໍາໄປຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຂອງຕົນ ໃຫ້ເກີດດອກອອກຜົນ, ປະກອບສ່ວນສໍາຄັນເຂົ້າໃນການພົວພັນຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ, ພ້ອມທັງຢຶນຢັນຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັນໃນການປົກປົກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມດັ່ງກ່າວ ໃຫ້ຈະ ເລີນງອກງາມຍິ່ງໆຂຶ້ນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.