ລະດູຝົນ ປີ 2025 ນີ້ ເຫັນວ່າມີຝົນຕົກໜັກຫຼາຍ ເຮັດໃຫ້ມີນໍ້າຖ້ວມອັ່ງ ແລະ ນໍ້າໄຫຼແຮງ ສົ່ງຜົນກະທົບໃຫ້ເສັ້ນທາງຫຼາຍເສັ້ນ ມີນໍ້າຖ້ວມອັ່ງ, ເປັນບວກເປັນຂຸມ ແລະ ບາງເສັ້ນກໍເປ້ເພເສຍຫາຍໜັກ ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ.
ຕໍ່ກັບບັນຫາດັ່ງກ່າວນີ້, ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ(ຍທຂ) ແຂວງຈໍາປາສັກ ໃຫ້ສໍາພາດໃນວັນທີ 16 ກໍລະກົດ 2025 ນີ້ວ່າ: ວຽກງານພັດທະນາພື້ນຖານໂຄງລ່າງໂດຍສະເພາະແມ່ນຂະແໜງການຂົວ - ທາງ ເປັນວຽກງານໜຶ່ງທີ່ສໍາຄັນ ຕໍ່ການພັດທະນາເສດຖະກິດ - ສັງຄົມ ແລະ ການຄົມມະນາຄົມຂົນສົ່ງ, ການສັນຈອນໄປມາ. ຍ້ອນເຫັນໄດ້ຄວາມຈໍາເປັນ ຂອງວຽກງານພື້ນຖານໂຄງລ່າງ, ການນໍາແຂວງ ຈິ່ງໄດ້ສຸມໃສ່ຕິດຕາມຢ່າງໃກ້ຊິດ ພ້ອມທັງຊີ້ນໍາ ໃຫ້ ພະແນກ ຍທຂ ແຂວງ ເອົາໃຈໃສ່ແກ້ໄຂຍົກລະດັບ, ປັບປຸງ ແລະ ສ້ອມແປງບັນດາເສັ້ນທາງ, ຂົວ ທີ່ເປ້ເພໜັກ ເພື່ອໃຫ້ການສັນຈອນສະດວກສະບາຍ, ຮັບປະກັນຄວາມປອດໄພໃນການສັນຈອນ ທັງເປັນການສົ່ງເສີມໃຫ້ແກ່ການ ບໍລິການທາງດ້ານການຄ້າ, ການຂົນສົ່ງ ແລະ ການທ່ອງທ່ຽວ, ເຊິ່ງພະແນກ ຍທຂ ໄດ້ແກ້ເອົາໃຈໃນການກໍ່ສ້າງ, ຍົກລະດັບ, ປັບປຸງ ແລະ ສ້ອມແປງ. ສະເພາະເສັ້ນທາງໃນເທດສະບານນະຄອນປາກເຊ, ພະແນກ ຍທຂ ກໍໄດ້ສຳຫຼວດ - ຂຶ້ນແຜນປັບປຸງ - ສ້ອມແປງເສັ້ນທາງທີ່ເປ້ເພໜັກ ເພື່ອຍົກລະດັບເປັນທາງເບຕົງ, ສ້ອມແປງທາງປູຢາງ ນໍາສະເໜີແຂວງ ຈໍານວນ 15 ເສັ້ນ, ປັດຈຸບັນ ນີ້ ຍັງລໍຖ້າການອະນຸມັດ ແລະ ເພື່ອຮັບປະກັນການສັນຈອນໄປມາ ໃນໄລຍະລະດູຝົນ, ພະແນກ ຍທຂ ກໍໄດ້ແກ້ໄຂສ້ອມແປງເສັ້ນທາງ ທີ່ເປ້ເພ ຈໍານວນໜຶ່ງ ຄື: ແກ້ໄຂສ້ອມແປງທາງເຂົ້າບ້ານຄັນເກີງ ແລະ ເສັ້ນທາງສາລາຂຽວ - ດົງຈອງ. ນອກນີ້ ກໍໄດ້ເອົາໃຈໃສ່ອະນາໄມຕະຄອງຮ່ອງນໍ້າ; ພ້ອມນັ້ນ ພໍ່ແມ່ປະຊາຊົນ ແລະ ຜູ້ປະກອບການ ກໍໄດ້ເປັນເຈົ້າການນໍາໃຊ້ທຶນເຂົ້າໃນກໍ່ສ້າງເສັ້ນທາງເບຕົງ ມີຈໍານວນ 7 ເສັ້ນ ຍາວ 2,04 ກິໂລແມັດ ຄື: ເສັ້ນທາງເຂົ້າບ້ານພູມ່ວງ, ຄວາມຍາວ 610 ແມັດ; ເສັ້ນທາງເຂົ້າບ້ານທ່າໄຮ, ຄວາມຍາວ 626 ແມັດ, ສໍາເລັດ 95%; ເສັ້ນທາງບ້ານໂພນບົກ - ບ້ານໂພນໃຊ້ ລວມຄວາມຍາວ 713 ແມັດ, ສໍາເລັດວຽກໜ້າທາງ 100%; ເສັ້ນທາງບ້ານແກ້ວສໍາພັນ ຍາວ 86 ແມັດ; ເສັ້ນທາງບ້ານໂພນສະຫວັນ ຍາວ 177 ແມັດ; ເສັ້ນທາງບ້ານສະພານໄຊ ຍາວ 120 ແມັດ ແລະ ເສັ້ນທາງບ້ານດອນເຂາະ 320 ແມັດ.
ທ່ານ ຈັນທະວີສຸກ ວັນສີລິ ກ່າວຕື່ມວ່າ: ຄຽງຄູ່ກັນນີ້ ຍັງໄດ້ເອົາໃຈໃນການກໍ່ສ້າງ, ຍົກລະດັບ, ປັບປຸງ ແລະ ສ້ອມແປງໃນທົ່ວແຂວງ ເຊິ່ງປັດຈຸບັນນີ້ ທົ່ວແຂວງມີຕາໜ່າງເສັ້ນທາງ, ຂົວ ຄື: ຕາໜ່າງເສັ້ນທາງ ທັງໝົດ 1,114 ເສັ້ນ, ຄວາມຍາວ 4,885, 11 ກິໂລແມັດ, ໃນນີ້ ທາງຫຼວງແຫ່ງຊາດ ຈໍານວນ 7 ເສັ້ນ, ຄວາມຍາວ 631,45 ກິໂລແມັດ; ສ່ວນທີ່ເຫຼືອແມ່ນທາງຫຼວງແຂວງ, ທາງຫຼວງເມືອງ, ທາງຕົວເມືອງ ແລະ ທາງຊົນລະບົດ. ໃນນັ້ນ, ທາງເບຕົງກວມເອົາ 4%; ທາງອັດສະຟານກວມເອົາ 2%; ທາງປູຢາງກວມເອົາ 17%, ນອກນັ້ນແມ່ນທາງປູດິນແດງ 77%. ຂົວຈໍານວນ 269 ແຫ່ງ, ໃນນີ້ ຂົວເບຕົງ 134 ແຫ່ງ, ຂົວເບເລ 79 ແຫ່ງ, ຂົວປະສົມ 10 ແຫ່ງ; ຂົວໄມ້ 37 ແຫ່ງ, ຂົວອູ່ 9 ແຫ່ງ, ຄວາມຍາວ 560 ແມັດ. ໃນນັ້ນ ເສັ້ນທາງຫຼວງແຫ່ງຊາດ ໄດ້ສຸມໃສ່ແກ້ໄຂຂຸມໜ້າທາງທີ່ເປ້ເພ ຕາມເສັ້ນທາງ 13 ໃຕ້ ຢູ່ເຂດເມືອງຊະນະສົມບູນ ແລະ ເຂດເມືອງໂຂງ, ທາງເລກ 20 ຢູ່ເຂດບ້ານແກ້ງເກຍ ເມືອງບາຈຽງຈະເລີນສຸກ ແລະ ທາງ 16 ຢູ່ໃນເຂດນະຄອນປາກເຊ ເພື່ອອໍານວຍຄວາມສະດວກໃນການສັນຈອນໄປມາຂອງພໍ່ແມ່ປະຊາຊົນ. ພາຍຫຼັງທີ່ດິນຟ້າອາກາດເອື້ອອໍານວຍ ກໍຈະໄດ້ແກ້ໄຂຈຸດທີ່ເປ້ເພໜັກ ໃຫ້ສໍາເລັດຕາມແຜນ. ເສັ້ນທາງຫຼວງແຂວງ, ທາງຫຼວງເມືອງ, ທາງຕົວເມືອງ ກໍໄດ້ສໍາຫຼວດ - ຂຶ້ນແຜນຂຽນເປັນບົດສະເໜີໂຄງການຫຼາຍເສັ້ນ ເພື່ອຍົກລະດັບ, ປັບປຸງ ແລະ ສ້ອມແປງ ແຕ່ເນື່ອງຈາກງົບປະມານມີຈຳກັດ ແຂວງຈໍາປາສັກໄດ້ຮັບການອະນຸມັດພຽງແຕ່ 16 ເສັ້ນ, ໃນນັ້ນ ທຶນປົກກະຕິິຂອງແຂວງ ຈຳນວນ 7 ເສັ້ນ ຄື: ເສັ້ນທາງເຂົ້າບ້ານດອນຊາດ - ບ້ານໜອງເມັກ ເມືອງໂພນທອງ ຍາວ 7,8 ກິໂລແມັດ; ເສັ້ນທາງເຂົ້າບ້ານຜະລິງ ຍາວ 4,8 ກິໂລແມັດ; ເສັ້ນປູຢາງເຂົ້າບ້ານໂຕະໂໝະທ່າ ເມືອງປະທຸມພອນ ຍາວ 4,8 ກິໂລແມັດ; ເສັ້ນທາງເຂົ້າບ້ານແຊງ ເມືອງປະທຸມພອນ ຍາວ 5,2 ກິໂລແມັດ; ເສັ້ນທາງເຂົ້າບ້ານທ່າກວ້າງ ເມືອງປະທຸມພອນ ຍາວ 8 ກິໂລແມັດ; ເສັ້ນທາງ ເຂົ້າບ້ານໜອງຜໍາ ເມືອງຈໍາສັກ ຍາວ 12 ກິໂລແມັດ ແລະ ເສັ້ນທາງເຂົ້າບ້ານໂນນເອື້ອງ - ບ້ານໂນນພະເຈົ້າ ເມືອງສຸຂຸມາ ຍາວ 5,7 ກິໂລແມັດ. ທຶນເກີນແຜນຂອງແຂວງ ຈຳນວນ 6 ເສັ້ນ ໃນນັ້ນ, ທາງເຂົ້າບ້ານທຸກຍາກ 5 ເສັ້ນ ຄື: ເສັ້ນທາງເຂົ້າບ້ານໜອງປີງ ເມືອງປະທຸມພອນ ຍາວ 6 ກິໂລແມັດ; ເສັ້ນທາງເຂົ້າບ້ານເວີນ ເມືອງປະທຸມພອນ ຍາວ 7 ກິໂລແມັດ; ເສັ້ນທາງເຂົ້າບ້ານຄໍາບອນ ເມືອງຊະນະສົມບູນ ຍາວ 6,2 ກິໂລແມັດ; ເສັ້ນທາງເຂົ້າບ້ານໂພນວິໄຊ ເມືອງໂຂງ ຍາວ 7,6 ກິໂລແມັດ; ເສັ້ນທາງເຂົ້າບ້ານ ຫ້ວຍຊາຍ ເມືອງມູນລະປາໂມກ ຍາວ 10,6 ກິໂລແມັດ ແລະ ສ້ອມແກ້ໄຂສຸກເສີນທາງເຂົ້າບ້ານກະຕຶບເມືອງຈຳປາສັກ. ກອງທຶນທາງ ຈໍານວນ 3 ເສັ້ນ ຄື: ເສັ້ນທາງດອນດູ່ - ບ້ານໂນນສໍາລານ ເມືອງຈໍາປາສັກ ຍາວ 5,8 ກິໂລແມັດ; ເສັ້ນທາຄງພາຍໃນດອນລົບປາກດີ ເມືອງໂຂງ ຍາວ 16 ກິໂລແມັດ; ເສັ້ນທາງບ້ານຫ້ວຍຍາງຄໍາ ແລະ ສ້ອມແປງ ຮ່ອງນໍ້າ ນະຄອນປາກເຊ.
ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກ ຍທຂ ແຂວງ ກ່າວອີກວ່າ: ໃນຕົ້ນປີ 2025 ທີ່ພົ້ນເດັ່ນທີ່ສຸດ ການນໍາແຂວງ ຮ່ວມກັບ ພະແນກ ຍທຂ ໄດ້ບຸກລະດົມ, ນໍາພາ - ຊີ້ນໍາ ເຮັດໃຫ້ ຄະນະພັກ - ອົງການປົກຄອງເມືອງ - ນະຄອນ ແລະ ພໍ່ແມ່ປະຊາຊົນ ໃນທົ່ວສັງຄົມ ມີຄວາມຮັບຮູ້ - ເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນວຽກງານຍົກລະດັບ, ປັບປຸງ - ສ້ອມແປງເສັ້ນທາງ, ທຸກພາກສ່ວນຈິ່ງໄດ້ເອົາໃຈໃສ່ເປັນເຈົ້າການ ເສຍສະຫຼະ, ທຸ້ມເທສະຕິປັນຍາ, ກໍາລັງເຮື່ອແຮງ ແລະ ກໍາລັງຊັບ ຕາມນະໂຍບາຍ ລັດ ແລະ ປະຊາຊົນຮ່ວມກັນ ປະກອບສ່ວນເຂົ້າໃນການຍົກລະດັບເສັ້ນທາງ ທີ່ເປ້ເພໜັກ ແລ້ວກໍ່ສ້າງເປັນທາງປູ ເບຕົງ ໃນທົ່ງແຂວງ ຈໍາວນ 70 ໂຄງການ, ຄວາມຍາວ 48 ກມ; ໄດ້ຮັບການກໍ່ສ້າງຂົວເບຕົງ ທຶນທຸລະກິດ 1 ແຫ່ງ, ຍາວ 25 ແມັດ, ກວ້າງ 8 ແມັດ; ໄດ້ແກ້ໄຂສ້ອມແປງຂົວເບເລ ຈໍານວນໜຶ່ງ. ພ້ອມນັ້ນ, ໃນໄລຍະລະດູຝົນນີ້ ພະແນກ ຍທຂ ຈະໄດ້ຕິດຕາມ, ກວດກາ ເປັນປະຈຳ ເສັ້ນທາງ, ຂົວ ເພື່ອເອົາໃຈໃສ່ແກ້ໄຂໜ້າທາງເປັນຂຸມ, ເປັນບວກ ຕາມທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ເພື່ອອໍານວຍຄວາມສະດວີກແກ່ການສັນຈອນ. ນອກນີ້ ກໍຈະເອົາໃຈໃສ່ ຕິດຕາມບັນດາເສັ້ນທາງ ທີ່ມີຄວາມສ່ຽງ ອາດຈະເກີດຕັດຂາດ ໃນໄລຍະລະດູຝົນ ເພື່ອຈະໄດ້ແກ້ໄຂໃຫ້ທັນເຫດການ ສະເພາະເສັ້ນທາງທີ່ນອນໃນສັນຍາຮັບເໝົາ; ສ່ວນເສັ້ນທາງບໍ່ທັນມີ
ສັນຍາຮັບເໝົາ ກໍຈະໄດ້ສົມທົບກັບຄະນະຄຸ້ມຄອງປ້ອງກັນໄພພິບັດຂັ້ນແຂວງ ເພື່ອໃຫ້ໄດ້ຮັບການແກ້ໄຂໂດຍໄວ. ແນວໃດກໍດີ, ການເດີນທາງໄປມາຂອງພໍ່ແມ່ປະຊາຊົນ ອາດຈະບໍ່ສະດວກ, ສະບາຍ ກໍຂໍໃຫ້ພໍ່ແມ່ນປະຊາຊົນ ທີ່ນໍາໃຊ້ຖະໜົນ ມີສະຕິລະມັດລະວັງ, ໃຊ້ລົດໃຫ້ລະວັງຄົນ, ຂ້າໃລມຖະໜົນໃຫ້ລະວັງລົດ. ນອກນີ້ ກໍຂໍໃຫ້ທຸກພາກສ່ວນໃນສັງຄົມ ເປັນເຈົ້າການຊ່ວຍກັນອະນາໄມລະບົບຮ່ອງລະບາຍນໍ້າ ຕາມຂອບເຂບໍລິເວນທີ່ຢູ່ອາໄສ ແລະ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
ຂ່າວ-ພາບ: ທູນທອງໃຈ