ສາລະວັນ ມີລົດເຖື່ອນ 1,4 ພັນຄັນ

ທ່ານ ແສງເພັດ ສີສຸລາດ ຫົວໜ້າພາສີປະຈຳແຂວງສາລະວັນໄດ້ເປີດເຜີຍຕໍ່ສື່ມວນຊົນແຂວງເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ແຂວງສາລະວັນ ໄດ້ເລັ່ງຮີບຮ້ອນຈັດຕັ້ງວຽກງານແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງຢ່າງຮີບດ່ວນ, ເຊີ່ງໄດ້ແຕ່ງຕັ້ງຄະນະກຳມະການແກ້ໄຂພາຫະນະທຸກປະເພດແບບບໍ່ຖືກຕ້ອງຂັ້ນແຂວງລົງເຄື່ອນໄຫວໃນແຕ່ລະເມືອງທົ່ວແຂວງ ແລະຢູ່ຫ້ອງການພາສີປະຈຳແຂວງນັບແຕ່ນີ້ຈົນເຖີງວັນທີ 20 ມັງກອນ 2022 ເພື່ອເປີດໂອກາດໃຫ້ຜູ້ທີ່ຄຸ້ມຄອງພາຫະນະໃນກໍລະນີດັ່ງກ່າວເສຍພາສີ-ອາກອນ ໃຫ້ທ່ວງທັນກັບເວລາທີ່ໄດ້ກຳນົດໄວ້. ໃນລະຫວ່າງວັນທີ9-12 ພະຈິກນີ້ແມ່ນໄດ້ເຄື່ອນໄຫວປະຕິບັດຢູ່ເມືອງເລົ່າງາມ.

ໃນໄລຍະຜ່ານມາໄດ້ມີການເກັບກຳຂໍ້ມູນສະຖິຕິ ແລະຂຶ້ນບັນຊີພາຫະນະທີ່ນຳເຂົ້າ, ນໍາໃຊ້ແບບບໍ່ຖືກກົດໝາຍໃນທົ່ວແຂວງ ມີທັງໝົດ 1.443 ຄັນ, ໃນນັ້ນປະເພດລົດຈັກ 1.411 ຄັນ, ລົດໃຫຍ່ 32 ຄັນ, ສ່ວນການແຈ້ງເສຍພາສີ-ອາກອນ ຈະໄດ້ປະຕິບັດຕາມແຈ້ງການຂອງກະຊວງການເງິນກຳນົດເປັນຕົ້ນ: ຕາມປະເພດພາະນະ, ຄວາມແຮງ, ປີຜະລິດ ແລະຫັກຄ່າຫຼຸ້ຍຫ້ຽນ ອາຍຸການ ນຳໃຊ້ງານ ຫຼືການປະເມີນສະພາບຕົວຈິງເຊັ່ນ: 1. ພາຫະນະທີ່ຜະລິດແຕ່ປີ 2018 ຂຶ້ນໄປແມ່ນໃຊ້ລາຄາຊື້ຂາຍຕົວຈິງທີ່ກົມພາສີກໍານົດ, 2. ພາຫະນະທີ່ຜະລິດແຕ່ປີ 2016-2017 ນໍາໃຊ້ຖານລາຄາໃນການແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ແລະ 3. ຜະລິດແຕ່ປີ2015 ລົງມາ ແມ່ນຈະໄດ້ປະເມີນຕາມຄວາມເປັນຈິງຂອງພາຫະນະ. ສຳລັບຮູບແບບການຈັດຕັ້ງປະຕິບັດແມ່ນໄດ້ເຄື່ອນໄຫວ ແຈ້ງເສຍພາສີໃນແຕ່ລະເມືອງ ແລະຫ້ອງການພາສີປະຈຳແຂວງສາລະວັນ, ທັງໄດ້ມອບໃຫ້ເມືອງສືບຕໍ່ຈັດຕັ້ງປະຕິບັດຈົນເຖີງວັນທີ 20 ມັງກອນ 2022 ຕາມທີ່ໄດ້ກໍານົດໄວ້, ການແກ້ໄຂໃນຄັ້ງນີ້ເປັນຄັ້ງສຸດທ້າຍ. ຖ້າຫາກກາຍກຳນົດໃນການແຈ້ງເສຍພາສີ-ອາກອນ ໃນຄັ້ງນີ້ຈະໄດ້ປະຕິບັດຕາມລະບຽບກົດໝາຍ ແລະຢຶດມາເປັບຊັບສິນຂອງລັດ.

ທ່ານຫົວໜ້າພາສີປະຈຳແຂວງຍັງໄດ້ຮຽກຮ້ອງເຖີງບັນດາຜູ້ທີ່ຄຸ້ມຄອງ ແລະນຳໃຊ້ພາຫະນະແບບບໍ່ຖືກຕ້ອງໃນທົ່ວສັງຄົມຕື່ນຕົວສະໝັກໃຈ ແລະຈິງໃຈເຂົ້າມາແຈ້ງເສຍພາສີ-ອາກອນ ໃຫ້ທ່ວງທັນຕາມກຳນົດເວລາ ແລະຈົ່ງໃຫ້ການຮ່ວມມືແກ່ຄະນະກຳມະການເພື່ອພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ກໍ່ຄືເພື່ອເຮັດໃຫ້ທຸກຄົນໃນສັງຄົມໄດ້ໃຊ້ພາຫະນະແບບຖືກຕ້ອງຕາມລະບຽບກົດໝາຍ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ