ຂ່າວ: ຣັດສະໝີ ດວງສັດຈະ
ນັບແຕ່ປະເທດເຮົາໄດ້ຈັດຕັ້ງຜັນຂະຫຍາຍພາລະກິດປ່ຽນແປງໃໝ່ຕາມມະຕິ ຄັ້ງທີ IV ຂອງພັກ; ປະເທດເຮົາກໍ່ໄດ້ດໍາເນີນການປະຕິຮູບເສດຖະກິດຕາມກົນໄກເສດຖະກິດຕະຫຼາດທີ່ມີການດັດສົມຂອງລັດ; ເວລານັ້ນ, ບັນດາວິສາຫະກິດຂອງລັດ, ລັດຮ່ວມທຶນ.... ໄດ້ເບັ່ງບານປານດອກເຫັດທີ່ເກີດຂຶ້ນໃນຂະແໜງການ ແລະທ້ອງຖິ່ນຕ່າງໆ; ແຕ່ກໍ່ມີຫຼາຍທຸລະກິດໄດ້ປະກອບສ່ວນມອບພັນທະເຂົ້າງົບປະມານຢ່າງຫຼວງຫຼາຍປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ແລະທ້ອງຖິ່ນ.
ຄຽງຄູ່ກັບການປັບປຸງ ແລະບືນຕົວຂອງບັນດາທຸລະກິດເຫຼົ່ານັ້ນ, ມີຫຼາຍແຫ່ງໄດ້ກາຍເປັນຕົວແບບໃນການຜະລິດ, ໃນການສ້າງວຽກເຮັດງານທໍາ, ສ້າງສະຫວັດດີການທີ່ດີເຮັດໃຫ້ສັງຄົມພູມໃຈກັບຄວາມຄືບໜ້າຂອງບັນດາວິສາຫະກິດລັດ; ແຕ່ຕົກມາໃນຂະນະນີ້, ຫຼາຍວິສາຫະກິດທີ່ເຄີຍຟຸ່ງຟູຜ່ານມາໄດ້ຫັນມາທົດຖອຍ ຫຼືຢໍ້າເທົ້າ ຫຼືຖອຍຫຼັງ; ບາງບໍລິສັດກໍ່ກໍາລັງໃສ່ອົກຊີ, ບາງແຫ່ງກໍ່ລົ້ມຫາຍຕາຍຈາກ (ລົ້ມລະລາຍ)... ສາເຫດຍ້ອນຫຍັງ?; ຫຼາຍຄົນຄົງຈະຕອບຍາກຫຼາຍເພາະມັນຕິດພັນກັບຫຼາຍສາເຫດ, ບາງບໍລິສັດຍັກໃຫຍ່ທີ່ລັດຖະບານອູ້ມຊູ, ສະໜັບສະໜູນດ້ານແຫຼ່ງທຶນ, ວັດສະດຸ, ພາຫະນະ, ວັດຖຸດິບປ້ອນໂຮງງານຫຼືບໍລິສັດ ຫຼື ວິສາຫະກິດລັດກໍ່ຕ້ອງປິດຕົວເອງລົງພ້ອມທັງຕິດລົບ(ຕິດໜີ້)ຈໍານວນຫຼວງຫຼາຍໃຫ້ພາກລັດ-ສະຖາບັນການເງິນທັງພາຍໃນ ແລະ ຕ່າງປະເທດຊຶ່ງໃນນີ້ມີບໍລິສັດພັດທະນາເຂດພູດອຍ... ແລະປະຈຸບັນ, ມີຫຼາຍໆວິສາຫະກິດຂອງລັດຍັງມີຕົວເລກໜີ້ສິນຕິດລົບຄຸ້ມເຄືອຈົນລັດບໍ່ອາດສາມາດປະຄັບປະຄອງ ຫຼືບໍ່ສາມາດອູ້ມໄດ້ ແລະເລີຍປັບປ່ຽນມາ ເປັນການຮ່ວມຫຸ້ນ, ຮ່ວມທຶນ, ຮ່ວມທຸລະກິດກັບນັກລົງທຶນ-ຜູ້ປະກອບການພາຍໃນ ແລະຕ່າງປະເທດຄື: ດັ່ງລັດວິສາຫະກິດໄຟຟ້າລາວ, ທະນາຄານພັດທະນາລາວ ແລະບໍລິສັດອື່ນໆ.
ແຕ່ຈັ່ງໃດຫຼາຍທ່ານຄົງຈະເຫັນເຕັມຕາໄປແລ້ວ ແລະດ້ວຍເຫດອັນໃດບັນດາໂຮງງານ ຫຼືບໍລິສັດ ຫຼືວິສາຫະກິດລັດຈຶ່ງເກີດກໍລະນີແບບນີ້? ຕົ້ນຕໍກໍ່ແມ່ນນໍາເອົາຜູ້ບໍລິຫານ-ຜູ້ວາງແຜນ-ຜູ້ຈັດການທີ່ມີຄວາມຮູ້ໜ້ອຍ, ບໍ່ແມ່ນມືອາຊີບ; ຫົວໜ້າທິມງານການຜະລິດລວມທັງຜູ້ເຮັດການຜະລິດ, ລອງຜິດລອງຖືກ;ກົງຈັກການຈັດ ຕັ້ງໃຫຍ່ໂຕ, ຜູ້ເປັນນາຍກິນເງິນເດືອນຫຼາຍ,ຊໍ້າພັດຜູ້ຜະລິດທາງອ້ອມຫຼາຍກວ່າຜູ້ຜະລິດກົງ; ການຕະຫຼາດກໍ່ແບບອາຍາສິດ;ເກີດມີການຂີ້ລັກຢູ່ໃນອົງກອນ, ຜູ້ໃຫຍ່ກໍ່ກິນຫຼາຍ, ຜູ້ນ້ອຍກິນໜ້ອຍ; ພ້ອມ ນັ້ນ, ຍັງມີການແຊກແຊງຈາກເບື້ອງສູງ ທັງນໍາເອົາຈຸ້ມເຈື້ອເຊື້ອສາຍເຂົ້າມາ, ຜູ້ບໍລິຫານສ່ວນໃຫຍກໍ່ເບັງກ້າມ-ເບັ່ງອໍານາດ, ບໍ່ຄ່ອຍຟັງຄວາມ ຫຼື ນັ່ງເຮັດງານກັບທິມຜະລິດ, ເອົາມືຊີ້ ແລະ ສັ່ງການແບບບໍ່ມີຄວາມຮູ້ດ້ານວິຊາການ; ການໃຊ້ຈ່າຍຟຸມເຟືອຍ, ມີງານລ້ຽງປະຈໍາ, ສະຫວັດດີການຫຼາຍກ່ວາລາຍຮັບ; ເງິນເດືອນຜູ້ບໍລິຫານເປັນສິບໆລ້ານບໍ່ລວມເງິນຮັບແຂກ, ເງິນທ່ອງທ່ຽວພາຍໃນ ແລະຕ່າງປະເທດ, ຊື້ລົດລາຄາສູງ-ຫ້ອງການຫຼູ, ສ້າງນະໂຍບາຍຫາປະໂຫຍດໃຫ້ພວກພ້ອງ; ຂາດການກວດກາຕິດຕາມຢ່າງເອົາຈິງເອົາຈິງເພາະແຕ່ລະບໍລິສັດຖື 2-3 ບັນຊີ;ມີການສໍ້ລາດບັງຫຼວງເປັນເຄືອຂ່າຍຄົບວົງຈອນ; ຫາກອົງການກວດສອບ-ກວດກາກວດເຫັນສະເໜີທາງເທິງກໍ່ມິດຊ້ອຍມ້ອຍ, ມີແຕ່ດໍາເນີນຄະດີກັບປານ້ອຍ-ປາຊິວທໍ່ນັ້ນ.
ຕໍ່ບັນຫາດັ່ງກ່າວ; ພາຍໃຕ້ຄວາມເດັດຂາດຂອງລັດຖະບານຊຸດທີ IX ທີ່ເດັດດ່ຽວນໍາໃຊ້ມາດຕະການ “ເດັດຂາດ, ໂປ່ງໃສມືອາຊີບ” ແກ້ໄຂວັດທະນະທໍາທີ່ສົກກະປົກຕົກທອດຫຼາຍໆ ເຊັ່ນຄົນໂດຍສະເພາະການແກ້ໄຂ 2 ວາລະແຫ່ງຊາດໃນນີ້ການແກ້ໄຂຄວາມຫຍຸ້ງຍາກດານ ເສດຖະກິດ-ການ ເງິນແຕ່ນີ້ຫາ 2023 ໃຫ້ຫຼຸດລົງ ແລະຕ້ອງເດັດດ່ຽວແກ້ໄຂການຈັດເກັບລາຍຮັບໃຫ້ບັນລຸແຜນ, ຄຸ້ມຄອງລາຍຈ່າຍຈຳກັດ, ໜ້ອຍລົງ; ເລີກຮື້ລັດວິສາຫະກິດທີ່ສ້າງພາລະໃຫ້ລັດແບກຫາບໃຫ້ໝົດໄປ ໂດຍສະເພາະພວກ ລັດວິສາຫະກິດ ແລະບໍລິສັດລັດຫຼືທຸລະກິດອື່ນໆທີ່ສ້າງໜີ້ລົ້ນຫົວ; ແຕ່ພວກຜູ້ບໍລິຫານລັດວິສາຫະກິດ ແລະບໍລິສັດລັດພັດລໍ້າລວຍ, ຍູ່ທ່າງນັ່ງໃຊ້ຈ່າຍເງິນຄໍາທີ່ຍັກຍອກຈາກລັດ ແລະປະຊາຊົນ; ຊໍ້າບໍ່ພໍພັດໜ້າເອິກພັດເຕັມໄປດ້ວຍຫຼຽນໄຊ-ຫຼຽນຄໍາຊອບ ທີ່ໄດ້ມາຈາກການຍັກຍອກ; ຂໍໃຫ້ອົງການກວດສອບແຫ່ງລັດ-ອົງການກວດກາລັດຖະບານຕັດສິນໃຈເດັດຂາດກວດກາ-ກວດສອບຢ້ອນຫຼັງ 15-20 ປີ ແລະນໍາເອົາເງິນທີ່ເຂົາຍັກຍອກໄປນັ້ນມາແກ້ໄຂຄວາມຫຍຸ້ງຍາກດານເສດຖະກິດ-ການເງິນ ແລະໃນຜ່ານມາ, ປະຊາຊົນແມ່ນຍ້ອງຍໍຊົມເຊີຍລັດຖະບານ, 2 ອົງການ, ພາກສ່ວນທີ່ ກ່ຽວຂ້ອງ ແລະພົນລະເມືອງດີດ້ວຍດີຕະຫຼອດມາ.