ສະຫຼອງວັນສ້າງຕັ້ງ ກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 95 ປີ

ວັນທີ 29 ກໍລະກົດ ຜ່ານມາທີ່ນະຄອນຫຼວງວຽງຈັນ ສະຖານທູດຈີນປະຈຳລາວ ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95 ປີ (1/8/ 1927-1/8/2022) ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັບຄວາມສະຫງົບ, ທ່ານ ພັນເອກພິເສດ ຫລີປິ່ງ ທີ່ປຶກສາທູດປ້ອງກັນຊາດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍນາຍ ແລະພົນທະຫານ ແລະພາກສ່ວນກ່ຽວຂ້ອງທັງສອງຝ່າຍລາວ-ຈີນ ເຂົ້າຮ່ວມ.

ໃນພິທີ, ທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ກ່າວວ່າ: ການພົວພັນຮ່ວມມືຂອງສອງກອງທັບ ລາວ-ຈີນ ໄດ້ເປັນມູນເຊື້ອແບບສະຫາຍອ້າຍນ້ອງທີ່ມີມາແຕ່ດົນນານນັ້ນ ໄດ້ສືບຕໍ່ພັດທະນາ ແລະ ເສີມຂະຫຍາຍຈາກຮຸ່ນນີ້ໄປສູ່ຮຸ່ນໃໝ່ທີ່ສືບທອດດີຂຶ້ນໄປເລື້ອຍໆ. ກອງທັບປະຊາຊົນລາວໄດ້ຖືສໍາຄັນໃນການຊ່ວຍເຫຼືອຢ່າງມີປະສິດທິຜົນຈາກພັກ, ລັດ, ກອງທັບປົດປ່ອຍປະຊາຊົນຈີນ ແລະປະຊາຊົນຈີນໃນທຸກໄລຍະຂອງການປະຕິວັດລາວ ກອງທັບປະຊາຊົນລາວຈະສືບຕໍ່ຮັດແໜ້ນສາຍພົວພັນແຫ່ງມິດຕະພາບ ແລະການຮ່ວມມືຮອບດ້ານເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໝັ້ນຄົງຍາວນານບົນຈິດໃຈ 4 ດີຄື: ເປັນບ້ານໃກ້ເຮືອນຄຽງທີ່ດີ, ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ດີ ແລະ ເປັນສະຫາຍທີ່ດີລະຫວ່າງສອງຊາດສອງກອງທັບລາວ-ຈີນ, ຈີນ-ລາວ ພວກເຮົາຈະເພີ່ມພູນຄູນສ້າງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ພ້ອມກັນນີ້, ທ່ານ ພັນເອກພິເສດ ຫຼີ ປິ່ງ ໄດ້ຕີລາຄາສູງໝາກຜົນແຫ່ງການແລກປ່ຽນ ແລະການຮ່ວມມືດ້ານການທະຫານລະຫວ່າງສອງປະເທດລາວ ແລະຈີນ, ແລະຊົມເຊີຍຢ່າງອົບອຸ່ນຕໍ່ຜົນສຳເລັດຂອງການເຄື່ອນໄຫວ "ລົດໄຟສັນຕິພາບ" ຢ່າງຈົບງາມ. ທ່ານໄດ້ກ່າວອີກວ່າ ກອງກຳລັງປະກອບອາວຸດຈີນ ແລະລາວໄດ້ຈັດຕັ້ງປະຕິບັດການຊ້ອມຮົບຮ່ວມ " ຂະບວນລົດໄຟສັນຕິພາບ 2022 " ແລະການຊ້ອມຮົບຊ່ວຍເຫຼືອດ້ານມະນຸດສະທຳ ແລະການບໍລິການດ້ານການແພດ ຢູ່ນະຄອນຫຼວງວຽງຈັນ ສປປ ລາວ. ການຊ້ອມຮົບຮ່ວມຄັ້ງນີ້ເປັນຄັ້ງທຳອິດທີ່ຂະບວນລົດໄຟສັນຕິພາບຂອງກອງທັບປົດປ່ອຍປະຊົນຈີນ ປະຕິບັດງານຢູ່ຕ່າງປະເທດ, ເປັນການສືບຕໍ່ ແລະລົງເລິກການເຄື່ອນໄຫວຂອງຂະບວນລົດ ລົດໄຟສັນຕິພາບ ແຕ່ປີ 2017-2019. ການເຄື່ອນໄຫວຮ່ວມ, ການຕອບໂຕ້ສຸກເສີນ ແລະຄວາມສາມາດໃນການຮ່ວມມືໄດ້ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືລະຫວ່າງກອງທັບສອງປະເທດລາວ-ຈີນ.

ສປ ຈີນ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບກອງທັບປະຊາຊົນລາວໃນການຮັກສາຄວາມປອດໄພ ແລະ ສະຖຽນລະພາບຕາມຊາຍແດນ, ເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມຈີນ-ລາວໃນອະນາຄົດ, ຊຸກຍູ້ການກໍ່ສ້າງວິທະຍາໄລການທະຫານ ແລະການຊ້ອມຮົບຮ່ວມ ແລະການຝຶກອົບຮົມບຸກຄະລາກອນ ແລະຮ່ວມກັນປະກອບສ່ວນເຂົ້າໃນການຮ່ວມມືຮັກສາສັນຕິພາບ ແລະສະຖຽນລະພາບຂອງພາກພື້ນ ແລະສາກົນ.

ໃນໂອກາດນີ້, ທ່ານ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກຂອງກົມໃຫຍ່ພາລາທິການກອງທັບກໍໄດ້ຕີລາຄາສູງຕໍ່ການຮ່ວມມືສອງກອງທັບລາວ-ຈີນວ່າ: ໄລຍະຜ່ານມາ, ການຮ່ວມມືຊ່ວຍເຫລືສອງກອງທັບລາວ-ຈີນ ໄດ້ມີຫາຍຢ່າງທີ່ພົ້ນເດັ່ນ ເປັນຕົ້ນ ການກໍ່ສ້າງບຸກຄະລາກອນທາງດ້ານການທະຫານ, ບຸກຄະລາກອນການແພດ ແລະເຕັກນິກວິຊາການຕ່າງໆ ການກໍ່ສ້າງຕຶກອາຄານ, ໂຮງຮຽນ, ໂຮງໝໍ, ຕຶກປິ່ນປົວ ແລະອື່ນໆ. ສອງກອງທັບລາວ-ຈີນ ແມ່ນໄດ້ມີຜົນສໍາເລັດໃນການຝຶກຊ້ອມກອບກູ້ໄພພິບັດທີ່ໄດ້ນໍາໃຊ້ລົດໄຟຕົວຈິງກອບກູ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບາດທາງທໍາມະຊາດ ແລະເປັນປະຫວັດສາດທີ່ໄດ້ນໍາໃຊ້ລົດໄຟເປັນໂຮງໝໍພາກສະໜາມ. ມາຮອດປະຈຸບັນ, ການຮ່ວມມືສອງກອງທັບນັບມື້ນັບເພີ່ມທະວີຄວາມສາມັກຄີນັບມື້ເຂົ້າສູ່ລວງເລິກ ແລະຮອບດ້ານ.