ລາວໄດ້ຮັບເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາເລເຣຍແສນຊຸດ

  ສະຫະລັດອາເມລິກາສືບຕໍ່ໃຫ້ການຊ່ວຍເຫຼືອລາວໃນການລຶບລ້າງພະຍາດມາເລເລຍໃນປີ 2030 ໂດຍການມອບເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍຢ່າງໄວຈຳນວນ 1 ແສນຊຸດ ໃຫ້ແກ່ລັດຖະບານລາວເຄື່ອງກວດເຫຼົ່ານີ້ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ແລະຈະໄດ້ຖືກແຈກຢາຍໄປທົ່ວສຸກສາລາ ແລະໂຮງໝໍໃນທົ່ວປະເທດໂດຍສະເພາະແມ່ນເຂດທີ່ມີການລະບາດສູງຂອງໄຂ້ມາເລເລຍ.

ພາບຂ່າວ

  ພິທີມອບ-ຮັບໄດ້ຈັດຂຶ້ນວັນທີ 6 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍຕາງໜ້າກ່າວມອບໂດຍທ່ານ ນາງ ຣີນາ ບິດເຕີເອກອັກຄະລັດຖະທູດສະຫະລັດອາເມ ລິກາ ປະຈໍາລາວ ແລະກ່າວຮັບໂດຍທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ສະໜັບສະໜຸນໂດຍ: HONDAພາບຂ່າວ 

 ໃນໄລຍະ 10 ປີທີ່ຜ່ານມາຜູ້ປ່ວຍພະຍາດມາເລເລຍໃນລາວໄດ້ມີຈໍານວນຫຼຸດລົງຢ່າງຕໍ່ເນື່ອງ ແລະລັດຖະບານກໍໄດ້ເຮັດວຽກຢ່າງຕັ້ງໜ້າໃນການລຶບລ້າງພາດມາເລເລຍ ເຊິ່ງໄດ້ເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອຫຼຸດລົງຫຼາຍເຖິງ 80% ເຊິ່ງຫຼຸດລົງຈາກຈຳນວນສູງສຸດທີ່ 50 ພັນໃນປີ 2014 ທີ່ມີການລະບາດຫາ 8.920 ກໍລະນີໃນປີ 2018ຕັ້ງແຕ່ນັ້ນມາກໍລະນີຄົນເຈັບໄຂ້ມາເລເລຍກໍສືບຕໍ່ຫຼຸດລົງຈຳນວນຄົນເຈັບໃນ 9 ເດືອນທໍາອິດ ຂອງປີ 2019 ຫຼຸດລົງເຫຼືອພຽງແຕ່ 5.120 ກໍລະ ນີ, ແລະສ່ວນຫຼາຍແມ່ນຊຸມຊົນໃນ 5 ແຂວງພາກໃຕ້.

ພາບຂ່າວ

  ໂອກາດນີ້ ທ່ານ ນາງ ຣີນາ ບິດເຕີ ໄດ້ສະແດງຄວາມປະທັບໃຈກັບການຄືບໜ້າຂອງກະຊວງສາທາລະນະສຸກໃນການເຮັດວຽກເພື່ອລຶບລ້າງພະຍາດມາເລເລຍ .ອາ ເມລິກາ ພູມໃຈທີ່ໄດ້ມີສ່ວນຮ່ວມໃນຂະບວນການນີ້ ແລະເຄື່ອງກວດພະຍາດຈຳນວນ 1 ແສນຊຸດນີ້ຈະເປັນເຄື່ອງມືໃຫ້ກັບແພດໝໍລາວສາມາດຮັກສາຊີວິດຂອງປະຊາ ຊົນລາວແລະປ້ອງກັນການລະບາດຂອງໄຂ້ມາເລເລຍໄດ້ງ່າຍຂຶ້ນເຄື່ອງເຫຼົ່ານີ້ແມ່ນການຊ່ວຍເຫຼືອລ້າຄັ້ງຫຼ້າສຸດຂອງລັດຖະບານສະຫະລັດອາເມລິກາໃຫ້ແກ່ສູນໄຂ້ຍຸງ, ແມ່ກາຝາກ ແລະແມງໄມ້ ແລະກະຊວງສາທາລະນະສຸກ.

ພາບຂ່າວ

__________

ຂຽນໂດຍແພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511