ຖະແຫຼງມອບ-ຮັບລາງວັນຊີໄຣ ແລະລາງວັນນະກຳແມ່ນໍ້າຂອງ

 ວັນທີ 6 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ສະມາຄົມນັກປະພັນລາວ ໄດ້ຈັດພິທີຖະແຫຼງຂ່າວຜົນການເຂົ້າຮ່ວມພິທີມອບ-ຮັບລາງວັນຊີໄຣ ປີ 2016-2018 ແລະລາງວັນນະກໍາແມ່ນນໍ້າຂອງປີ 2019 ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາໃບ ໂພທິສານ ປະທານສະມາຄົມນັກປະພັນລາວພ້ອມດ້ວຍນັກກະວີ, ນັກປະພັນແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 

  ລາງວັນນະກໍາແມ່ນໍ້າຂອງເປັນລາງວັນໜຶ່ງຊຶ່ງມີຄວາມໝາຍຄວາມສໍາຄັນໃນການເສີມສ້າງສັນຕິພາບ, ມິດຕະພາບແລະການຮ່ວມືທາງດ້ານການປະພັນວັນນະຄະດີໃນຂົງເຂດທັງເປັນເວທີໃນການພົບປະສົນທະນາເສີມສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງນັກປະພັນ, ນັກກະວີດ້ວຍກັນໃຫ້ນັບມື້ນັບກວ້າງຂວາງ ແລະເລິກເຊິ່ງກວ່າເກົ່າເພື່ອພ້ອມກັນກ້າວໄປຂ້າງໜ້າດ້ວຍອະນາຄົດອັນສົດໃສ ແລະໝັ້ນຄົງ, ພ້ອມກັນນັ້ນກໍເພື່ອເສີມສ້າງອາລິຍະທໍາທາງດ້ານຈິດໃຈຄວາມຮັ່ງມີທາງດ້ານສິລະປະວັນນະຄະດີໃຫ້ແກ່ປະຊາຊົນບັນດາເຜົ່າຂອງຂອງຕົນຢູ່ໃນແຕ່ລະປະເທດໃຫ້ນັບມື້ອຸດົມສົມບູນຢ່າງບໍ່ຢຸດຢັ້ງ,ຊຶ່ງມີຜູ້ໄດ້ຮັບລາງວັນວັນຊີໄຣ ປີ 2016-2018 ທັງ ໝົດ 22 ຄົນ ແລະລາງວັນນະກໍາແມ່ນນໍ້າຂອງ ປີ 2019 31 ຄົນ ໃນນີ້ມີເລື່ອງສັ້ນ, ເລື່ອງຍາວ, ບົດກະວີ ແລະບົດບັນທຶກ.

ສະໜັບສະໜຸນໂດຍ: HONDA

  ລາງວັນນະກໍາແມ່ນໍ້າຂອງໄດ້ສ້າງຕັ້ງຂຶ້ນປີ 2007 ໂດຍການລິເລີ່ມຂອງສະມາຄົມນັກປະພັນຫວຽດນາມ, ລາວ ແລະກໍາປູເຈຍໃນການມອບລາງວັນຄັ້ງແລກໃນປີ 2008 ໂດຍມີຈຸດປະສົ່ງເພື່ອເສີມສ້າງສາຍພົວພັນມິດຕະພາບ ແລະການຮ່ວມືຂອງນັກປະພັນ, ນັກກະວີທັງຫຼາຍໃນບັນດາປະເທດທີ່ມີຊາຍແດນຕິດແມ່ນໍ້າຂອງ, ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະກັນຊຶ່ງມາຮອດປະຈຸບັນມີນັກປະພັນ, ນັກກະວີຫຼາຍກວ່າ 10 ຄົນ ທີ່ໄດ້ຮັບລາງວັນດັ່ງກ່າວ ແລະ ປະກອບມີປະເທດທີ່ມີຊາຍແດນຕິດແມ່ນໍ້າຂອງເຂົ້າຮ່ວມເປັນສະມາຊິກທັງໝົດ 6 ປະເທດຄື: ລາວ, ຫວຽດນາມ, ກໍາປູເຈຍ, ໄທ, ມຽນມາ ແລະສປ ຈີນ ຕັ້ງແຕ່ ປີ2015 ເປັນຕົ້ນມາ.

_________

ຂຽນໂດຍ: ວົງມະນີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511