ເຫດຜົນທີ່ ສປປ ລາວ ເລືອກເອົາບໍລິສັດຕາຂ່າຍໄຟຟ້າພາກໃຕ້ ຂອງ ສປ ຈີນ ເປັນຄູ່ຮ່ວມລົງທຶນ

  (ຄຳເຫັນຂອງທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະແຜນພະລັງງານກະຊວງພະລັງງານ ແລະບໍ່ແຮ່ຕໍ່ກັບການປັບປຸງໂຄງສ້າງດ້ານທຸລະກິດພະ ລັງງານໄຟຟ້າ ຢູ່ ສປປ ລາວ) ອີງຕາມຂໍ້ມູນຈາກໜັງສືພິມປະຊາຊົນໃຫ້ຮູ້ວ່າ: ຫຼັງຈາກການເຊັນສັນຍາຮ່ວມຮຸ້ນການສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ (EDL-T) ລະຫວ່າງລັດວິສາຫະກິດໄຟຟ້າລາວ (EDL-GEN) ແລະລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ (CSG) ໃນວັນທີ 1 ກັນຍາຜ່ານມາກໍໄດ້ມີກະແສຂ່າວອອກມາວິພາກວິຈານກັນຢ່າງຫຼວງຫຼາຍຈາກສື່ຂ່າວຕ່າງປະເທດ, ແຕ່ເນື້ອໃນຂອງຂ່າວອາດໄດ້ຮັບຂໍ້ມູນທີ່ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງບາງສ່ວນ, ເຮັດໃຫ້ການຕີລາຄາ ຫຼື ການໃສ່ຫົວຂໍ້ຂ່າວບໍ່ຖືກຕ້ອງຕາມຄວາມເປັນຈິງໂດຍການໃສ່ຮ້າຍປ້າຍສີວ່າ: “ລາວຍອມໃຫ້ຈີນຄຸມເຂື່ອນເພື່ອແລກໜີ້ກ້ອນໃຫຍ່” ຊຶ່ງໃນຄວາມເປັນຈິງແລ້ວການເຊັນສັນຍາຮ່ວມລົງທຶນເພື່ອສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ (EDL-T) ແມ່ນເປັນໄປຕາມແຜນປັບປຸງລັດວິສາຫະກິດໄຟຟ້າລາວຄືດັ່ງຫຼາຍໆປະເທດໄດ້ດຳເນີນ ແລະປະສົບຜົນສຳເລັດມາກ່ອນແລ້ວຄື: ມີບໍລິສັດຜະລິດໄຟຟ້າ, ບໍລິສັດສາຍສົ່ງ ແລະບໍລິສັດຈຳໜ່າຍໄຟຟ້າ. ສະເພາະ ສປປ ລາວ ເຮົາເມື່ອກ່ອນຂະໜາດການຜະລິດ ແລະການຊົມໃຊ້ໄຟຟ້າຍັງບໍ່ຫຼາຍຈຶ່ງລວມກັນເປັນບໍລິສັດດຽວເອີ້ນວ່າ: ລັດວິສາຫະກິດໄຟຟ້າລາວ. ແຕ່ເມື່ອອຸດສາຫະກຳໄຟຟ້າຂອງ ສປປ ລາວ ໄດ້ມີການພັດທະນາຢ່າງກ້າວກະໂດດໃນຊຸມປີຜ່ານມາຈຶ່ງໄດ້ແຍກຝ່າຍຜະລິດອອກ,ແລ້ວສ້າງຕັ້ງເປັນບໍລິສັດຜະລິດໄຟຟ້າລາວມະຫາຊົນ ຈຳກັດ, ມາຮອດໄລຍະນີ້ເຫັນວ່າມັນສຸກງອມແລ້ວທີ່ຈະ ແຍກລະບົບສາຍສົ່ງໄຟຟ້າແຮງສູງອອກມາເປັນບໍລິສັດ ສາຍສົ່ງແຫ່ງ ຊາດ ເຮັດໜ້າທີ່ລົງທຶນກໍ່ສ້າງສາຍສົ່ງ ແລະສະຖານີໄຟຟ້າແຮງດັນສູງ (230 ແລະ 500 ກິໂລໂວນ), ສ່ວນລັດວິສາຫະກິດໄຟຟ້າລາວແມ່ນເຮັດໜ້າທີ່ຈໍາໜ່າຍກະແສໄຟຟ້າໃຫ້ກັບຜູ້ຊົມໃຊ້ໄຟຟ້າພາຍໃນປະເທດ ແລະ ສົ່ງອອກໄປຕ່າງປະເທດ ແລະບໍລິສັດຜະ ລິດໄຟຟ້າລາວມະຫາຊົນ (EDL-G)ເຮັດໜ້າທີ່ຜະລິດໄຟຟ້າ. ການແບ່ງຄວາມຮັບຜິດຊອບທີ່ຊັດເຈນຄືແນວນັ້ນເປັນກົນໄກໜຶ່ງໃນການຍົກປະສິດທິພາບ ແລະປະສິດ ທິຜົນໃຫ້ສູງຂຶ້ນ, ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ຊົມໃຊ້ໄຟຟ້າຢ່າງທົ່ວເຖິງ.
   ເມື່ອເວົ້າເຖິງລະບົບສາຍສົ່ງ, ຂ້າພະເຈົ້າຢາກເນັ້ນໃຫ້ຮູ້ຕື່ມວ່າ: ນັບແຕ່ປີ 1995 ເປັນຕົ້ນມາ ແລະມາເຖິງປະຈຸບັນທະນາຄານພັດທະນາອາຊີ (ADB) ໄດ້ຊ່ວຍສຶກ ສາການເຊື່ອມຕໍ່ລະບົບໄຟຟ້າແຮງສູງຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງເຂົ້າເປັນລະບົບດຽວກັນ, ສາມາດຊື້-ຂາຍໄຟຟ້າໄດ້ຢ່າງສະດວກ ແລະ ດ້ວຍທີ່ຕັ້ງທາງດ້ານພູມສາດຂອງປະ ເທດເຮົາ, ທີ່ຕັ້ງຢູ່ໃຈກາງຂອງປະເທດລຸ່ມແມ່ນໍ້າຂອງມີຊາຍແດນຕິດກັບ ທຸກປະເທດທີ່ມີນໍ້າຂອງໄຫຼຜ່ານ ແລະໄດ້ມີການເຊັນສັນຍາຊື້-ຂາຍໄຟ ຟ້າກັບທຸກປະເທດລຸ່ມແມ່ນໍ້າຂອງ, ພ້ອມດຽວກັນນັ້ນກອງເລຂາພະລັງງານອາຊຽນກໍໄດ້ມີການສຶກສາຊຸກຍູ້ໃຫ້ມີການເຊື່ອມຕໍ່ລະບົບໄຟຟ້າແຮງສູງອາຊຽນເຂົ້າຫາກັນ, ໃນທີ່ສຸດລາວເຮົາກໍໄດ້ຂາຍໄຟຟ້າໃຫ້ກັບປະເທດມາເລເຊຍເຖິງແມ່ນວ່າບໍ່ມີຊາຍແດນຕິດກັບ ສປປ ລາວ ກໍຕາມ.
   ຕໍ່ຄຳຖາມທີ່ວ່າ: ເປັນຫຍັງ ສປປ ລາວ ຈຶ່ງເລືອກເອົາບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງ ສປ ຈີນ ເປັນຄູ່ຮ່ວມລົງທຶນ? ຕໍ່ກັບປະເດັນນີ້ຜ່ານມາກໍມີຫຼາຍບໍລິສັດຈາກຫຼາຍປະເທດໃຫ້ຄວາມສົນໃຈ, ເຫດຜົນຂອງຂ້າພະເຈົ້າມີດັ່ງນີ້: ໜຶ່ງ, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງ ສປ ຈີນ ເປັນລັດວິສາຫະກິດຂະໜາດໃຫຍ່ທີ່ຄຸ້ມຄອງລະບົບໄຟຟ້າ 5 ມົນທົນ ພາກໃຕ້ຂອງຈີນ; ສອງ, ສະພາບຂອງລັດວິສາຫະກິດໄຟຟ້າລາວ ມີ ແຫຼ່ງຜະລິດ ແລະສະຫຼອງໄຟຟ້າສ່ວນໃຫຍ່ແມ່ນໄຟຟ້ານໍ້າຕົກທີ່ເອື່ອຍອີງໃສ່ສະພາບດິນຟ້າອາກາດ, ຄືລະດູຝົນໄຟຟ້າເຫຼືອ,ສ່ວນລະດູແລ້ງໄຟຟ້າບໍ່ພໍໃຊ້ສະນັ້ນການເລືອກເອົາບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງ ສປ ຈີນ ກໍເພື່ອເຊື່ອມລະບົບໄຟຟ້າຂອງ ສປປ ລາວ ເຂົ້າກັບສາຍສົ່ງໄຟຟ້າແຮງສູງຂອງແຂວງຢູນນານທີ່ເປັນສ່ວນໜຶ່ງຂອງ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຂອງ ສປ ຈີນ; ຜົນປະໂຫຍດທີ່ໄດ້ຮັບຈາກການເຊື່ອມ ລະບົບໄຟຟ້ານີ້, ໃນລະດູຝົນໄຟຟ້າເຫຼືອກໍນໍາໄປຈໍາໜ່າຍຢູ່ ສປ ຈີນ, ສ່ວນ ລະດູແລ້ງໄຟຟ້າບໍ່ພໍກໍນໍາເຂົ້າຈາກຈີນມາດຸ່ນດ່ຽງ. ອີກເຫດຜົນໜຶ່ງກໍແມ່ນຄວາມສາມາດທາງດ້ານເຕັກນິກ ແລະຖານະດ້ານການເງິນຂອງບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງ ສປ ຈີນ ສ້າງຄວາມໜ້າເຊື່ອຖືກໍຄືຄວາມເຊື່ອໝັ້ນຕໍ່ນັກລົງທຶນພາກອຸດສາ ຫະກຳປຸງແຕ່ງຊຶ່ງຜ່ານມາເຂົາຕິວ່າໄຟຟ້າຢູ່ປະເທດເຮົາບໍ່ມີຄຸນນະພາບດັບ-ມອດເປັນປະຈຳ.
 ອີກບັນຫາໜຶ່ງທີ່ຂ້າພະເຈົ້າຢາກເວົ້າ ແລະຕັ້ງບັນຫາໃຫ້ສັງຄົມໄດ້ເຂົ້າໃຈຢ່າງຖືກຕ້ອງແມ່ນເປັນຫຍັງລັດວິສາຫະກິດໄຟຟ້າລາວຈຶ່ງຖືຮຸ້ນ 10%? ເຫດຜົນຍ້ອນວ່າ: ບໍລິສັດສາຍສົ່ງແຫ່ງຊາດເປັນການລົງທຶນຂະໜາດໃຫຍ່ເພື່ອສ້າງສາຍສົ່ງ ແລະ ສະຖານີໄຟຟ້າແຮງສູງໃຫ້ເຊື່ອມຈອດທົ່ວປະເທດ ແລະ ສາມາດເຊື່ອມໂຍງກັບປະເທດອ້ອມຂ້າງເພື່ອຕອບສະໜອງໃຫ້ແກ່ການຂາຍໄຟຟ້າຈາກລະບົບສູ່ລະບົບຄາດວ່າຈະໃຊ້ທຶນຫຼາຍສິບຕື້ໂດລາ, ໃຊ້ເວລາຫຼາຍປີຈຶ່ງຈະໄດ້ທຶນຄືນ, ນອກນັ້ນລັດຖະບານຍັງຈະສືບຕໍ່ດັດສົມລາຄາໄຟຟ້າໃຫ້ສອດຄ່ອງກັບສະພາບເສດຖະກິດ-ສັງຄົມ ຢູ່ປະເທດເຮົາ, ອີກຢ່າງລັດວິສາຫະກິດໄຟຟ້າລາວກໍຂາດທຶນຮອນ ແລະ ຍັງມີຄວາມຈໍາເປັນຕ້ອງໄດ້ນຳໃຊ້ທຶນຈໍານວນຫຼາຍເພື່ອຂະຫຍາຍໄຟຟ້າໄປສູ່ຊົນນະບົດຮັບໃຊ້ຂົງເຂດການຜະລິດຕື່ມອີກ. ດັ່ງນັ້ນ, ສັດສ່ວນການຖືຮຸ້ນນີ້ຈຶ່ງມີຄວາມໝາຍສຳຄັນຕໍ່ຄວາມໜ້າເຊື່ອຖືໃນເວລາໄປລະດົມທຶນ, ເພາະວ່າບໍລິສັດສາຍສົ່ງແຫ່ງຊາດແມ່ນດຳເນີນທຸລະກິດໃນຮູບແບບສຳປະທານນໍາລັດຖະບານລາວ ແລະ ລັດຖະບານບໍ່ໄດ້ຄໍ້າປະກັນເງິນກູ້ຄືດັ່ງຜ່ານມາ. ນອກຈາກນັ້ນລັດວິສາຫະກິດໄຟຟ້າລາວຍັງມີໂອກາດຫັນໜີ້ຈໍານວນໜຶ່ງມາເປັນທຶນປະກອບເຂົ້າຮຸ້ນກັບບໍລິສັດສາຍສົ່ງແຫ່ງຊາດໄດ້ຕື່ມອີກ.
   ລັດຖະບານລາວຈະໄດ້ຜົນປະໂຫຍດຫຍັງຕື່ມ ? ຕາມທັດສະນະຂອງຂ້າພະເຈົ້າເຫັນວ່າອັນທີ່ໜຶ່ງກໍໄດ້ການລົງທຶນເຂົ້າໃສ່ການພັດທະນາລະບົບສາຍສົ່ງ ແລະ ສະຖາ ນີໄຟຟ້າແຮງສູງໃນຮູບແບບມີອາຍຸສຳປະທານຫຼັງຈາກນັ້ນກໍສົ່ງມອບໃຫ້ລັດຖະບານ; ອັນທີສອງ, ເມື່ອລະບົບໄຟຟ້າມີຄຸນນະພາບສູງບວກໃສ່ທາງລົດໄຟຄວາມໄວສູງຈະສໍາເລັດໃນໄວໆນີ້ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນພາກອຸດສາຫະກຳເຂົ້າມາລົງທຶນສ້າງໂຮງງານຫຼໍ່ຫຼອມແຮ່ທາດ, ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາ, ກ້າວໄປສູ່ສ້າງເປັນຜະລິດຕະພັນຮັບໃຊ້ສັງຄົມຢ່າງກ້ວາງຂວາງ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ, ຊຶ່ງເປັນນະໂຍບາຍໜຶ່ງຂອງລັດຖະບານລາວໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວ.
   ສັງລວມແລ້ວ, ການພັດທະນາຂະແໜງພະລັງງານຢູ່ ສປປ ລາວ ແມ່ນຖືກຕ້ອງສອດຄ່ອງກັບທ່າອ່ຽງຂອງການພັດທະນາລວມຂອງພາກພື້ນ ແລະສາກົນ, ຕາມທິດພັດທະນາແບບຍືນຍົງ ແລະສີຂຽວ. ໃນນັ້ນເລັ່ງໃສ່ພັດທະນາລະບົບສາຍສົ່ງໄຟຟ້າສຳລັບການສະໜອງໄຟຟ້າພາຍໃນ ແລະສົ່ງອອກໃຫ້ມີປະສິດທິຜົນ ແລະທົ່ວເຖິງ ໃນຂອບເຂດທົ່ວປະເທດ ແລະເຊື່ອມໂຍງອະນຸພາກພື້ນໂດຍລັດຖະບານມີນະໂຍບາຍສົ່ງເສີມການລົງທຶນໃສ່ການພັດທະນາລະບົບສາຍສົ່ງດ້ວຍຮູບແບບຕ່າງໆເຊັ່ນ: ຮູບແບບສໍາປະທານກໍ່ສ້າງ, ດໍາເນີນງານ ແລະມອບໂອນ (BOT), ຮູບແບບຮ່ວມທຶນ (JV), ຮູບແບບ PPP ແລະອື່ນໆ ທີ່ເໝາະສົມເພື່ອຫຼຸດຜ່ອນການແບກຫາບໜີ້ສາ ທາລະນະພາກລັດໂດຍສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໂດຍເລັ່ງໃສ່ 2 ຄາດໝາຍຄື 1) ປັບປຸງລະບົບສາຍສົ່ງໄຟຟ້າເພື່ອສະໜອງໄຟຟ້າໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ ແລະເພື່ອຮັບປະກັນຄວາມໝັ້ນຄົງຂອງລະບົບບໍ່ໃຫ້ມີໄຟດັບໄຟມອດເປັນເວລາດົນ ແລະ 2) ແມ່ນສືບຕໍ່ປັບປຸງລະບົບໄຟຟ້າໃຫ້ມີຄວາມໝັ້ນຄົງໃນການເຊື່ອມໂຍງ ແລະ ແລກປ່ຽນພະລັງງານກັບບັນດາປະເທດໃນອະນຸພາກພື້ນ. ດັ່ງນັ້ນ, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດແມ່ນສ່ວນປະກອບໜຶ່ງທີ່ສຳຄັນ ແລະ ຈຳເປັນຕໍ່ກັບການພັດທະນາຢູ່ປະເທດເຮົາແນໃສ່ການສະໜອງໄຟຟ້າຢູ່ພາຍໃນປະເທດໃຫ້ທົ່ວເຖິງ ແລະ ພຽງພໍ, ພ້ອມທັງຮັບປະກັນການແລກປ່ຽນພະລັງງານໄຟຟ້າກັບປະເທດໃກ້ຄຽງຢ່າງມີປະສິດທິພາບສູງ.

-------------------