ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 15 ກັນຍາ 2020 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ສອນໄຊ ສິດພະໄຊ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ຜູ້ວ່າການ ທຫລ ແລະ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີບັນດາສະຫາຍຜູ້ຕາງໜ້າຈາກຄະນະຈັດຕັ້ງສູນ ກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ພະນັກງານປະຕິວັດອາວຸໂສບຳນານ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະບັນດາຜູ້ແທນສົມ ບູນຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກ ທຫລ ເຂົ້າຮ່ວມ.

  ກອງປະຊຸມໃຫຍ່ໃນຄັ້ງນີ້, ສະຫາຍ ສອນໄຊ ສິດພະໄຊ ເລຂາຄະນະພັກ ທຫລ ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ,ຜ່ານຮ່າງບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກ ທຫລ ສະໄໝທີ III ທີ່ສະເໜີໂດຍສະຫາຍ ພຸດທະໄຊ ສີວິໄລ ກຳມະການປະຈຳພັກ ທຫລ; ຫຼັງຈາກນັ້ນ,ກໍ່ໄດ້ມີການປະກອບຄຳຄິດຄຳເຫັນຕໍ່ຮ່າງບົດລາຍງານການເມືອງຢ່າງກົງໄປກົງມາ ແລະມີເນື້ອໃນໜັກແໜ້ນ, ຄົບຖ້ວນ ແລະກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາບົດລາຍງານການເມືອງ ແລະບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກທຫລ ສະໄໝທີ III ຕໍ່ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງ ທຫລ.

  ຈາກນັ້ນ, ບັນດາສະຫາຍຜູ້ແທນສົມບູນກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ທຫລ ຊຸດໃໝ່ຊຶ່ງມີຜູ້ລົງສະໝັກທັງໝົດ 19 ສະຫາຍ ແລະໄດ້ເລືອກເອົາ 15 ສະຫາຍ ເປັນຄະນະບໍລິຫານງານພັກ ທຫລ ເພື່ອເປັນຫຼັກແຫຼ່ງນຳພາ, ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນຂະແໜງການທະນາຄານ, ປັບປຸງກໍ່ສ້າງພັກໃຫ້ປອດໃສເຂັ້ມແຂງໜັກແໜ້ນ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກ ທຫລ.

  ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກ ທຫລ ໄດ້ເປັນເອກະສັນເລືອກເອົາຄະນະປະຈຳພັກ ທຫລ 5 ສະຫາຍ ຊຶ່ງມີສະຫາຍ ສອນໄຊ ສິດພະໄຊ, ສະຫາຍ ຄຳວົງ ທິບພະວົງ, ສະຫາຍ ນາງ ວັດທະນາ ດາລາລອຍ, ສະຫາຍ ພຸດທະໄຊ ສີວິໄລ ແລະສະຫາຍ ນາງ ຂັນແກ້ວ ຫຼ້າມະນີເງົາ. ກອງປະຊຸມຍັງໄດ້ເລືອກເອົາສະຫາຍ ສອນໄຊ ສິດພະໄຊ ເປັນເລຂາຄະນະພັກ, ສະຫາຍ ຄຳວົງ ທິບພະວົງ ເປັນຮອງເລຂາສະຫາຍ ນາງ ວັດທະນາ ດາລາລອຍ ເປັນປະທານກວດກາ,ຮອງປະທານກວດກາ 2 ສະຫາຍຄື: ສະຫາຍ ວຽງສະຫວັນ ໄຊຍະວົງ ແລະສະຫາຍ ອາລຸນ ບຸນຍົງ ກອງປະຊຸມຍັງໄດ້ພ້ອມກັນປ່ອນບັດເອົາຜູ້ແທນສົມບູນ ແລະສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

  ໃນໂອກາດດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະຕີລາຄາສູງຕໍ່ການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກ ທຫລ ສະໄໝທີ III ໃນຕະຫຼອດ 5 ປີຜ່ານມາສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມຂອງຊາດ ແລະພ້ອມນັ້ນຍັງເນັ້ນ ໃຫ້ເຊີດຊູຄວາມຮັບຜິດຊອບ, ຕິດຕາມກວດກາຢ່າງໃກ້ສິດວິໃນການເງິນບໍ່ໃຫ້ເກີດມີຊ່ອງຫວ່າງ, ສືບຕໍ່ເສີມຂະຫຍາຍຜົນງານດ້ານຕັ້ງໜ້າ ແລະ ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນໄລຍະຜ່ານມາເປັນຕົ້ນສະກັດກັ້ນບັນຫາປາກົດການຫຍໍ້ທໍ້ຢູ່ບັນດາໜ່ວຍພັກ-ຮາກຖານພັກໃຫ້ຫຼຸດລົງເທື່ອລະກ້າວ ແລະຍັງຮຽກຮ້ອງມາຍັງຄະນະບໍລິຫານງານພັກ ທຫລ ຊຸດໃໝ່ຈົ່ງເອົາໃຈໃສ່ໃນການສ້າງ ແລະປັບປຸງພັກ, ສືບຕໍ່ປະຕິບັດໜ້າທີ່ວິຊາສະເພາະໃຫ້ດີຂຶ້ນກວ່າເກົ່າໂດຍສະເພາະການຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ການສົ່ງເສີມການນຳໃຊ້ເງິນກີບ, ປັບປຸງ 3 ທະນາຄານລັດຢ່າງຮີບດ່ວນ, ການປ່ອຍສິນເຊື່ອຕ້ອງຕິດພັນກັບການຜະລິດທີ່ມີຄຸນນະພາບໃນນີ້ສິນເຊື່ອໃນພາກເອັສເອັມອີໃນດອກເບ້ຍຕໍ່າ, ໄວ ແລະ ໃຫ້ທັນສະພາບຂອງຜູ້ປະກອບການ, ແກ້ໄຂຂອດຂັ້ນການໃຫ້ສິນເຊື່ອ, ການໃຫ້ ຄວາມຮູ້ກໍ່ຄວນງ່າຍດາຍ ແລະປະຕິບັດນະໂຍບາຍເງິນຕາໃຫ້ແທດເຖິງຕົວຈິງ, ກົມກຽວດ້ວຍມານະຈິດປະຕິວັດ ແລະບຸກທະລຸ ແລະຕ້ອງຫັນເອົາມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ເປັນແຜນງານໂຄງການ ແລະ ສ້າງເປັນນິຕິກຳລະອຽດເພື່ອຈັດຕັ້ງການເຜີຍແຜ່ ແລະ ເຊື່ອມຊຶມ,ຕັ້ງໜ້າປຸກລະດົມຖັນແຖວສະມາຊິກພັກ, ອົງການຈັດຕັ້ງມະຫາຊົນ ແລະພະນັກງານທົ່ວຂະແໜງການທະນາຄານເຂົ້າຮ່ວມຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

---------------

ຂ່າວ: ຣັດສະໝີ ດວງສັດຈະ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ