ວັນທີ 15 ກັນຍາ 2020 ພະແນກກະສິກໍາ ແລະປ່າໄມ້ແຂວງອັດຕະປືຈັດກອງປະຊຸມສໍາມະນາວາງແຜນຂະຫຍາຍຈັດການນໍ້າຊົນລະປະທານໃຫ້ຮັບປະກັນການຕ້ານໄພແຫ້ງແລ້ງເພື່ອສະໜອງນໍ້າຢ່າງພຽງພໍໃຫ້ແກ່ກະສິກອນໃນຂອບເຂດທົ່ວແຂວງ ແລະມີຄວາມຍືນຍົງກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານຂອງທ່ານ ບຸນເສີດ ເສດທິລາດ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງອັດຕະປື, ມີບັນດາທ່ານຮອງເຈົ້າເມືອງ, ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງ ແລະວິຊາການຈາກຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

   ໃນຕະຫຼອດໄລຍະທີ່ຜ່ານມາເຫັນໄດ້ວ່າພະແນກກະສິກຳ ແລະປ່າໄມ້ແຂວງອັດຕະປືກໍໄດ້ເອົາໃຈໃສ່ເປັນພິເສດໃນການກຽມພ້ອມຊອກວິທີທາງອອກວາງແຜນຈັດການນໍ້າຊົນລະປະທານຕາມທ່າແຮງ ແລະເງື່ອນໄຂຂອງແຕ່ລະທ້ອງຖິ່ນເພື່ອແກ້ໄຂໄພແລ້ງ ແລະສະໜອງນໍ້າຢ່າງພຽງພໍໃຫ້ແກ່ກະສິກອນແຕ່ພາຍຫຼັງເກີດມີປາກົດການໄພພິບັດ, ບາງໂຄງການຊົນລະປະທານທີ່ສ້າງຂຶ້ນມີອາຍຸໃຊ້ງານຫຼາຍປີແລະບາງແຫ່ງກໍຈະໄດ້ມີການສ້ອມແປງຄືນໃໝ່ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ຄວນຊຶ່ງທົ່ວແຂວງອັດຕະປືມີໂຄງການຊົນລະປະທານທັງໝົດ 35ໂຄງການໃນນີ້ຊົນລະປະທານບໍ່ສາມາດນໍາໃຊ້ໄດ້ 11ໂຄງການລວມເນື້ອທີ່ສະໜອງນໍ້າໄດ້ໃນຜ່ານາ2.400 ເຮັກຕາ ແຕ່ການຕອບສະໜອງນໍ້າມາຮອດປະຈຸບັນສາມາດໃຊ້ໄດ້ພຽງ 408 ເຮັກຕາ.

  ທ່ານ ບຸນເສີດ ເສດທິລາດ ຫົວໜ້າພະແນກກະສິກຳ-ປ່າໄມ້ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມດ້ານວິຊາການພວກເຮົາຈະໄດ້ພ້ອມກັນຕີລາຄາຄືນຜົນການຈັດຕັ້ງປະຕິ ບັດໃນຊຸມປີຜ່ານມາ ແລະວາງແຜນການກະກຽມຜະລິດລະດູແລ້ງໃນປີ 2020-2021 ພ້ອມທັງໃຫ້ແຕ່ລະທ່ານໃນຂົງເຂດກະສິກຳ-ປ່າໄມ້ ແລະຂະແໜງການກ່ຽວ ຂ້ອງພ້ອມກັນພິຈາລະນາຄົ້ນຄວ້າປະກອບແນວຄວາມຄິດຊອກວິທີທາງໃນການຈັດການນໍ້າກໍຄືການວາງແຜນພັດທະນາໃນຂົງເຂດກະສິກຳເພື່ອຮັບປະກັນໃຫ້ແກ່ການແກ້ໄຂໄພແຫ້ງແລ້ງໃຫ້ເໝາະສົມກັບສະພາບແວດລ້ອມ ແລະຮັບປະກັນໃຫ້ມີຄວາມຍືນຍົງໃນອະນາຄົດ.

-------------

ຂ່າວ:  ເທວາ, ໜັງສືພິມເສດຖະກິດ-ສັງຄົມ