ເປີດໂຕປຶ້ມປະຫວັດຊົນຊາດລາວ 5.000 ປີ

  ວັນທີ 13 ມີນາ ຜ່ານມາທີ່ຫໍສະໝຸດແຫ່ງຊາດໄດ້ຈັດພິທີເປີດໂຕປຶ້ມຢ່າງເປັນທາງການປະຫວັດຊົນຊາດລາວ 5.000 ປີ ໂດຍໃຫ້ກຽດເຂົ້າຮ່ວມທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າການພິມຈຳໜ່າຍແລະວັນນະຄະດີກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວທ່ານນາງ ດາລາ ກັນລະຍາ ສິນລະປິນ ແຫ່ງຊາດ, ທ່ານ ນາງ ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ,ທ່ານ ທອງໃບ ໂພທິສານປະທານສະມາຄົມນັກປະພັນລາວທ່ານ ອາຈານ ກາບແກ້ວ ທຳມະວົງ ນັກຂຽນ ແລະນັກສ້າງແຮງບັນດານໃຈລວມເຖິງພາກສ່ວນຕ່າງໆເຂົ້າຮ່ວມສະແດງຄວາມຍິນດີ.

  ສຳລັບປຶ້ມປະຫວັດຊົນຊາດລາວ 5.000 ປີ”  ຄົ້ນຄວ້າ ແລະຮຽບຮຽງໂດຍທ້າວ ກາບແກ້ວ ທໍາມະວົງ ນັກສ້າງແຮງບັນດານໃຈ, ທີ່ປຶກສາວິທະຍາກອນຝຶກອົບ ຮົມໃນຫຼັກສູດກ່ຽວກັບທຸລະກິດ ແລະການພັດທະນາຕົນເອງໃຫ້ຮ້ອຍກວ່າອົງກອນທັງພາກລັດ ແລະ ເອກະຊົນ, ພາຍໃນແລະຕ່າງປະເທດກາບແກ້ວເປັນເຈົ້າຂອງລາງວັນ “ນາກຄໍາລາວເອັນເຕີເທັນເມັ້ນປີ 2011-2012, ລາງວັນຜູ້ບໍລິຫານດີເດັ່ນແຫ່ງການປ່ຽນແປງໃໝ່ 2013, ນັກຂຽນລາງວັນແມ່ນໍ້າຂອງປີ 2018, ລາງວັນຊາວໜຸ່ມຕົວແບບດີເດັ່ນປີ  2018” ກາບແກ້ວໄດ້ຂຽນປຶ້ມມາແລ້ວຫຼາຍກວ່າ 12 ເຫຼັ້ມ ຊຶ່ງຜົນງານລ່າສຸດກໍຄືປຶ້ມປະຫວັດຊົນຊາດລາວ 5.000 ປີ”.

     ການຂຽນກໍຍາກການພິມຍາກກວ່າປຶ້ມທຳມະດາກໍຍາກນີ້ເປັນປຶ້ມປະຫວັດຊົນຊາດລາວ 5.000 ປີ ຊິຍາກຊໍ່າໃດປຶ້ມ 100 ໜ້າ 200 ໜ້າ ກໍວ່າເກັ່ງອັນນີ້ເກືອບ 1.000 ໜ້າຊິຊໍ່າໃດຜ່ານມາເຮົາເຫັນປຶ້ມ 100-200 ໜ້າສິບຊາວປີຈຶ່ງມີປຶ້ມ 1.000 ໜ້າປາກົດອອກມາສູ່ສາຍຕາມວນຊົນ ຊຶ່ງນັກປາດອາຈານໄດ້ຄິດຄົ້ນຄວ້າໃຊ້ສະຕິປັນຍາສັງລວມຂໍ້ມູນຈຶ່ງພິມອອກເປັນປຶ້ມເປັນຜົນງານປະດັບຊາດ ແລະແຜ່ນດິນ, ບາງທີຕະຫຼອດຊີວິດຂອງກາບແກ້ວມັນອາດເປັນຜົນງານເບື້ອງຕົ້ນ ຫຼື ສຸດທ້າຍກໍເປັນໄດ້ແຕ່ແນ່ນອນວ່າອີກ 10ປີ 20 ປີ100 ປີ ຄົນ ກໍຍັງຈະໃຊ້ຂໍ້ມູນຈາກປຶ້ມນີ້ຄືກັບປຶ້ມປະຫວັດສາດຫຼາຍເຫຼັ້ມທີ່ຜ່ານມາ, ເຮົາກໍໄດ້ສຶກສາຮໍ່າຮຽນຜ່ານມາແລ້ວມື້ນີ້ພວກເຮົາມາອ່ານມາສຶກສາປະຫວັດຊົນຊາດລາວ 5.000 ປີເບິ່ງອາດຈະເຫັນບາງແງ່ບາງມູມໃນປະຫວັດສາດຂອງຊົນຊາດລາວເຮົາການອ່ານປະຫວັດ ສາດບໍ່ແມ່ນສິ່ງທີ່ຕ້ອງເຊື່ອແລະບັງຄັບໃຫ້ໃຜມາເຊື່ອກໍບໍ່ໄດ້ແຕ່ປຶ້ມຫົວນີ້ຈະຊ່ວຍຊັ່ງຊາຄວາມຄິດຂອງຜູ້ອ່ານໄດ້ບໍ່ໜ້ອຍ.

  ນອກຈາກນີ້, ຍັງຄົງມີຫຼາຍປະເດັນທີ່ສໍາຄັນທີ່ແລ່ນຢູ່ເທິງໜ້າເຈ້ຍປຶ້ມປະຫວັດຊົນຊາດລາວ 5.000 ປີ ທີ່ກາບແກ້ວໄດ້ນໍາເອົາມາຮວດຫ້ອຍເປັນຖ້ອຍຄໍາສໍານວນຫຼາກຫຼາຍອັດຖະລົດ, ຂ້າພະເຈົ້າຍິ່ງອ່ານກໍຍິ່ງບໍ່ຢາກວາງ, ຍິ່ງອ່ານກໍຍິ່ງມ່ວນອອນຊອນ,ຍິ່ງອ່ານກໍຍິ່ງເສົ້າ, ຍິ່ງອ່ານຍິ່ງພາກພູມໃຈເຖິງຄວາມຍິ່ງໃຫຍ່ຂອງລາວໃນອະດີດ ຊຶ່ງບໍ່ໜ້ອຍໜ້າໄປກວ່າຊາດໃດໃນໂລກປຶ້ມປະຫວັດຊົນຊາດລາວ 5.000 ປີແມ່ນເອກະສານທາງດ້ານປະຫວັດສາດທີ່ມີຄຸນຄ່າສູງສະບັບໜຶ່ງຊຶ່ງເປັນແຫຼ່ງຂໍ້ມູນທີ່ດີໃຫ້ແກ່ນັກຄົ້ນຄວ້າ, ນັກສຶກສາ ແລະນັກຮຽນຮູ້ປັນຍາຊົນທັງຫຼາຍເພື່ອນໍາມາຄົ້ນຄວ້າ ແລະຊອກຮູ້ຕົ້ນກໍາເນີດຂອງລາວເຮົາ.