ຜົນດໍາເນີນງານ ສສງ ມິດຕະພາບປີແລ້ວ

    ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດມິດຕະພາບ (ສສງມ) ໄດ້ຈັດຕັ້ງກອງປະຊຸມສະຫຼຸບຜົນດໍາເນີນງານ ປະຈໍາປີ 2020 ແລະ ແຜນການເຄື່ອນໄຫວປີ 2021 ແລະ ເລືອກຕັ້ງຄະນະສະພາບໍລິຫານຊຸດໃໝ່ໃນວັນທີ 13 ມີນາ 2021 ທີ່ສະໂມສອນເມືອງໄຊທານີ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ຮົງນູ ປະທານສະພາພາບໍລິຫານ ສສງມ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ສຸລິຍະນັນ ຮອງເມືອງໄຊທານີ; ຜູ້ຕາງໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສປປ ລາວ (ທຫລ); ຄະນະສະພາບໍລິຫານ-ຄະນະອໍານວຍການ, ພະນັກງານ-ສະມາຊິກ ສສງມ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຄົບຖ້ວນ.

  ທ່ານປະທານສະພາພາບໍລິຫານ ສສງມ ໄດ້ກ່າວວ່າ: ສສງມແມ່ນການຈັດຕັ້ງທຸລະກິດລວມໝູ່ທີ່ສ້າງຂຶ້ນຕາມໃບອະນຸຍາດຈາກກົມຄຸ້ມຄອງສະຖາບັນການເງິນ ທຫລ ແລະຈົດທະບຽນວິສາຫະກິດຈາກກະຊວງການຄ້າໃນປີ 2009 ແລະໃນປະຈຸບັນໂຄງປະກອບການຈັດຕັ້ງມີສະມາຊິກສະພາບໍລິຫານ 5 ຄົນ, ຄະນະກໍາມະການກວດກາ 3 ຄົນ, ຄະນະກໍາມະການສິນເຊື່ອ 5 ຄົນ; ຜູ້ອໍານວຍການ-ພະນັກງານລວມ 7 ຄົນ; ມາເຖິງທ້າຍເດືອນທັນວາ 2020 ມີສະມາຊິກທັງໝົດ1.001 ຄົນ.

  ກ່ຽວກັບການເຄື່ອນໄຫວດໍາເນີນງານ, ສະພາບໍລິຫານໄດ້ຈັດກອງປະຊຸມສະຫຼຸບປະຈໍາເດືອນທຸກໆເດືອນເພື່ອທົບທວນກວດກາຄືນຜົນການດໍາເນີນງານຮອບດ້ານໃນເດືອນຜ່ານມາ ແລະວາງແຜນເດືອນຕໍ່ໄປ; ຈາກນັ້ນ, ກໍ່ສົ່ງບົດສະຫຼຸບລາຍງານໃຫ້ກົມຄຸ້ມຄອງສະຖາບັນການເງິນ ທຫລ ເປັນປົກກະຕິ; ດ້ານວຽກງານສິນເຊື່ອກໍ່ໄດ້ປັບປຸງດອກເບ້ຍເງິນກູ້ຈາກ 2,8%ມາເປັນ 2,7% ພ້ອມນີ້ຍັງພົບປະສະມາຊິກຂອງຕົນຢູ່ກັບບ້ານເຮືອນໂດຍສະເພາະສະມາຊິກຜູ້ທີ່ຂໍກູ້ເງິນແຕ່ເງື່ອນໄຂບໍ່ພຽງພໍເພື່ອຊ່ວຍປຶກສາແນະນໍາກ່ຽວກັບເງິນກູ້;ຫາວິທີ ແລະສ້າງເງື່ອນໄຂໃຫ້ສະມາຊິກໄດ້ຮັບວົງເງິນກູ້ທີ່ເໝາະສົມກັບຄວາມສາມາດໃນການຊໍາລະຄືນທັງນີ້ເພື່ອຫຼີກເວັ້ນການສ້າງພາລະໜີ້ສິນເກີນຄວາມສາມາດຂອງສະມາຊິກ.

  ສະເພາະດ້ານເງິນຝາກ, ສສງມ ໄດ້ວາງນະໂຍບາຍເງິນຝາກທີ່ມີລັກສະນະຈູງໃຈເພື່ອສົ່ງເສີມການປະຢັດເງິນໃນອັດຕາດອກເບ້ຍທີ່ເໝາະສົມ; ຂະນະດຽວກັນສສງມໄດ້ຮັບການກວດສອບຈາກບໍລິສັດກວດສອບພາຍນອກ(ບໍລິສັດເອເຊຍຈໍາກັດ) ເພື່ອໃຫ້ເຫັນໄດ້ຈຸດດີ, ຂໍ້ຄົງຄ້າງຂອງການດໍາເນີນງານແລ້ວມີການປັບປຸງໃຫ້ດີຂຶ້ນ; ແກ້ ໄຂຂໍ້ຄົງຄ້າງຕາມຄໍາແນະນໍາໃນບົດລາຍງານຂອງບໍລິສັດກວດສອບພາຍນອກ ແລະຄະນະກວດກາກັບທີ່ປະຈໍາປີ 2018-2019 ຂອງກົມຄຸ້ມຄອງສະຖາບັນການເງິນ ທຫລ; ເອົາໃຈໃສ່ລົງຕິດຕາມ ແລະເກັບກູ້ຄືນໜີ້ຊັກຊ້າ, ໜີ້ທີ່ຖືກຫັກລ້າງອອກນອກຝັງເປັນປົກກະຕິ.

  ສໍາລັບເງິນຮຸ້ນ-ເງິນຝາກ ໂດຍທົ່ວໄປ, ສະມາຊິກມີຄວາມຕື່ນຕົວ ແລະເພີ່ມຄວາມຮັບຜິດຊອບປະຕິບັດສິດໜ້າທີ່ຂອງຕົນຕໍ່ສະຫະກອນກໍ່ຄືຕໍ່ຕົນເອງຫຼາຍຂຶ້ນສະແດງອອກເຖິງການສະສົມເງິນຝາກປະຢັດ ແລະສະສົມຮຸ້ນສະໝໍ່າສະເໝີຕາມກໍາລັງຄວາມສາມາດ ແລະຄວາມສະດວກຂອງສະມາຊິກແຕ່ລະຄົນ ແລະໄດ້ນໍາໃຊ້ແຫຼ່ງທຶນເຂົ້າຖືກເປົ້າໝາຍ; ການຊໍາລະເງິນກູ້ກໍ່ໄດ້ຊໍາລະເງິນຕົ້ນທຶນ ແລະດອກເບ້ຍເປັນປົກກະຕິຕາມສັນຍາອັດຕາສ່ວນໜີ້ຊັກຊ້າ,ໜີ້ເສຍໃນປີນີ້ກໍ່ຢູ່ໃນເກນຄວາມສ່ຽງນ້ອຍ ແລະເຮັດໃຫ້ເງິນກູ້ສາມາດສ້າງໃຫ້ເກີດປະໂຫຍດສ້າງລາຍໄດ້ແກ່ສະມາຊິກໃນການຜະລິດກະສິກໍາ-ຄ້າຂາຍຍ່ອຍການກໍ່ສ້າງສ້ອມແປງເຮືອນເປັນທຶນການສຶກ ສາ,ບັນເທົາຄວາມເດືອດຮ້ອນເວລາເຈັບເປັນ ແລະອື່ນໆເຮັດໃຫ້ຄອບຄົວສະມາຊິກໄດ້ຮັບການພັດທະນາ-ມີຄວາມສະຫງົບ,ປະກອບສ່ວນຍົກຖານະຄວາມເປັນຢູ່ທາງດ້ານເສດຖະກິດ ແລະສັງຄົມດີຂຶ້ນເປັນກ້າວໆ.

  ແຜນດໍາເນີນງານຂອງ ສສງມ ໃນປີ 2021 ຈະສືບຕໍ່ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນຜ່ານມາ,້າງຄວາມເຂັ້ມແຂງໃນການບໍລິຫານຈັດການ-ການຄຸ້ມຄອງ,ຮັບ ປະກັນໃຫ້ສະຫະກອນມີສະພາບຄ່ອງທາງດ້ານການເງິນ, ປະຕິບັດໜ້າທີ່ຢ່າງມືອາຊີບ, ມີຄຸນນະພາບ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້ ແລະສະໜອງແຫຼ່ງທຶນດ້ວຍການວິເຄາະລົງເລິກຕິດຕາມກວດກາສະພາບຕົວຈິງກ່ອນ-ຫຼັງປ່ອຍສິນເຊື່ອໃຫ້ຖືກເປົ້າໝາຍພ້ອມນັ້ນຍັງຈະລະດົມທຶນຈາກສະມາຊິກດ້ວຍການເພີ່ມຮຸ້ນ, ຝາກເງິນເພື່ອໃຫ້ມີທຶນພຽງພໍກັບຄວາມຕ້ອງການຂອງ ສສງ ເພື່ອໃຫ້ມີຄວາມໝັ້ນຄົງ ແລະຮັບປະກັນສະຖຽນລະພາບທາງດ້ານການເງິນຂອງ ສສງມ.

  ຈາກນັ້ນທີ່ປະຊຸມຍັງໄດ້ມີກິດຈະກໍາຄືນກໍາໄລໃຫ້ສະມາຊິກ ສສງມ ດ້ວຍການຈົກສະຫຼາກມອບເຄື່ອງໃຊ້ຄົວເຮືອນໃຫ້ບັນດາທ່ານທີ່ໂຊກດີໃນນີ້ທີ 3 ໄດ້ ຮັບເຄື່ອງປັ່ນໝາກໄມ້ມີ 10 ລາງວັນ; ທີ 2 ຮັບເຕົາແກັດ 5 ລາງວັນ ແລະທີ 1 ໄດ້ຮັບຕູ້ນໍ້າເຢັນ 1 ລາງວັນ; ກອງປະຊຸມຍັງໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນຖານະເຈົ້າຂອງຮຸ້ນ ຫຼື ສະມາຊິກໃສ່ບົດສະຫຼູບ ແລະແຜນປີ 2021; ພ້ອມນີ້ຍັງສະເໜີກ່ຽວກັບການຈັດສັນກໍາໄລປີ 2020, ແຈ້ງເງິນປັນຜົນໃຫ້ສະມາຊິກໃນປີ 2020 ແລະດໍາເນີນການເລືອກຕັ້ງເອົາຄະນະ ສະພາບໍລິຫານ 5 ທ່ານ ຢ່າງເປັນປະຊາທິປະໄຕບົນພື້ນຖານການສະເໜີຜົນງານການເຄື່ອນໄຫວວຽກງານຕົວຈິງໃນຜ່ານມາຂອງຕົນ ແລະກໍ່ມີການຄັດເລືອກ-ເລືອກເຟັ້ນຢ່າງຄັກແນ່ຈາກບັນດາສະມາຊິກຊຶ່ງຜົນປະກົດອອກມາແມ່ນທ່ານ ສຸວັນທອນ ລັດຕະນະວົງ ໄດ້ຮັບການເລືອກຕັ້ງເປັນປະທານ ສສງມ ຊຸດໃໝ່, ພ້ອມທັງເລືອກເອົາຄະນະຄຸ້ມຄອງສິນເຊື່ອ ແລະຄະນະກວດກາພາຍໃນຕື່ມອີກ.

ຂ່າວ: ຣັດສະໝີ ດວງສັດຈະ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ