ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານກະສິກໍາ, ປ່າໄມ້ (ກປ) ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ໃນວັນທີ 8 ກຸມພາ 2023 ທີ່ສູນຮ່ວມມືສາກົນ ແລະຝຶກອົບຮົມ (ICTC) ຊຶ່ງໄດ້ເນັ້ນບາງບັນຫາເພື່ອເຮັດໃຫ້ມີການຫັນປ່ຽນໃໝ່ຢ່າງແຂງແຮງເລິກຊຶ່ງຮອບດ້ານ.
ໃນການໂອ້ລົມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກໍຄືຜົນງານຂອງຄະນະພັກ-ຄະນະນໍາ ແລະ ພະນັກງານທັງໝົດໃນຂະແໜງ ກປ ແລະພັດທະນາຊົນນະບົດທີ່ໄດ້ເອົາໃຈໃສ່ເຄື່ອນໄຫວ, ຊຸກຍູ້, ຕິດຕາມ ແລະ ສົ່ງເສີມຈົນສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ. ແຕ່ເຖິງຢ່າງໃດກໍຕາມ, ຄະນະພັກ-ຄະນະນໍາແຕ່ລະຂັ້ນທັງສູນກາງ ແລະທ້ອງຖິ່ນຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າແທ້ໆ, ບໍ່ຄວນແລ່ນນໍາແຕ່ໂຕເລກ ແລະຊື່ນຊົມກັບຜົນງານເກົ່າແບບລວມໆ, ເວລາຈັດຕັ້ງປະຕິບັດຕົວຈິງຢາກໃຫ້ເບິ່ງສາເຫດ ແລະປຶກສາຫາລືກັນຕື່ມເພື່ອແກ້ໄຂບັນຫາຕົວຈິງຢ່າງພາວະວິໄສໂດຍຕິດພັນຢ່າງໜັກແໜ້ນກັບຄວາມຮັບຜິດຊອບຂອງຕົນ.
ສໍາລັບທິດທາງແຜນການຂອງຂະແໜງ ກປ ແລະ ພັດທະນາຊົນນະບົດ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2023 ເຫັນວ່າລະອຽດຈະແຈ້ງດີສົມຄວນແລ້ວ ແຕ່ເພື່ອເຮັດໃຫ້ມີການຫັນປ່ຽນໃໝ່ ຢ່າງແຂງແຮງເລິກເຊິ່ງຮອບດ້ານ ທ່ານາຍົກລັດຖະມົນຕີ ໄດ້ເນັ້ນບາງບັນຫາ ດັ່ງນີ້: 1: ສໍາລັບແຜນງານຄໍ້າປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ໂພຊະນາການ, ຕ້ອງໃຫ້ຕິດພັນກັບການປະເມີນຕາມຜົນຕົວຈິງທີ່ລົງມືຈັດຕັ້ງປະຕິບັດ. ແຜນງານດັ່ງກ່າວນີ້ ຕ້ອງຮັບປະກັນໃຫ້ໄດ້ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ນັບແຕ່ສົ້ນເຂົ້າຫາສົ້ນອອກ, ໝາຍເຖິງ ນັບແຕ່ແນວພັນພືດ-ແນວພັນສັດ, ປັດໄຈການຜະລິດ ແລະ ເຕັກນິກຕ່າງໆ ເປັນຕົ້ນການປັບປຸງດິນ, ອາຫານສັດ, ຝຸ່ນ ແລະ ຢາ, ຈົນເຖິງ ຜົນຜະລິດພືດ-ສັດ ໃນຂັ້ນສຸດທ້າຍຂອງການບໍລິໂພກ ຊຶ່ງຕ້ອງຮັບປະກັນ 4 ລັກສະນະສໍາຄັນຄື (1) ມີສະບຽງອາຫານມີປະລິມານພຽງພໍໃນທົ່ວປະເທດເປັນກົກ ແລະ ພະຍາຍາມໃຫ້ກຸ້ມໄດ້ໃນລະດັບຂັ້ນແຂວງໂດຍພື້ນຖານ; (2) ມີການເຂົ້າເຖິງທາງດ້ານການຈໍລະຈອນລະຫວ່າງແຂວງຕໍ່ແຂວງ ແລະແຂວງຕໍ່ເມືອງ; (3) ມີການບໍລິໂພກ ແລະນໍາໃຊ້ທີ່ຖືກຕ້ອງພ້ອມທັງມີສ່ວນແຮໄວ້ໂດຍມີໂພຊະນາການທີ່ດີ,ປອດໄພ ແລະມີລາຄາທີ່ເໝາະສົມກັບສະພາບເສດຖະກິດ-ສັງຄົມ; (4) ມີຄວາມໝັ້ນຄົງສາມາດຮັບມືໄດ້ຕໍ່ການປ່ຽນແປງຕ່າງໆ ເຊັ່ນ: ໄພທໍາມະຊາດ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດ. 2: ກ່ຽວກັບການຜະລິດກະສິກໍາເປັນສິນຄ້າ, ພວກເຮົາຕ້ອງເຂົ້າໃຈ ໃຫ້ຖືກຕ້ອງວ່າ ເປັນການຜະລິດສິນຄ້າ ເພື່ອບໍລິໂພກພາຍໃນ ແລະສົ່ງອອກເພື່ອໃຫ້ຊາວກະສິກອນ ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ບໍ່ແມ່ນເນັ້ນໃສ່ແຕ່ການສົ່ງອອກສະເພາະ, ຕ້ອງສ້າງເປັນສິນຄ້າ ເພື່ອທົດແທນ ແລະ ປ້ອງກັນການນໍາເຂົ້າໂດຍລວມໃຫ້ໄດ້ຢ່າງໜັກແໜ້ນສາກ່ອນ. ດັ່ງນັ້ນ, ພວກເຮົາຕ້ອງໜັກແໜ້ນ ແລະ ຮ່ວມມືກັນຫຼາຍຂຶ້ນກວ່າເກົ່າ, ຕີຖອຍແນວຄິດເດີມທີ່ມັກຈະໂຍນຄວາມຮັບຜິດຊອບໃຫ້ກັນບໍ່ວ່າຈະເປັນຂະແໜງການຄ້າ, ຂະແໜງສິນເຊື່ອ-ທະນາຄານ ຫຼື ຂະແໜງໃດກໍຕາມ; ຕ້ອງປະສານສົບທົບກັນໃຫ້ກົມກຽວ ແລະ ແຂງແຮງ, ສ້າງການຫັນປ່ຽນໄປສູ່ການຜະລິດກະສິກໍາ ທີ່ມີຕະຫຼາດຮອງຮັບທີ່ໝັ້ນຄົງ, ມີການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ແລະ ສ້າງໄດ້ຄ່ານິຍົມໃນການບໍລິໂພກ ແລະ ຊົມໃຊ້ສິນຄ້າພາຍໃນປະເທດ ທີ່ມີຄຸນນະພາບດີ, ລາຄາສົມເຫດສົມຜົນ ແລະ ເປັນສິນຄ້າ ຮັບໃຊ້ຂະແໜງການທ່ອງທ່ຽວໄດ້. 3: ກ່ຽວກັບວຽກງານຟື້ນຟູ ແລະ ຂະຫຍາຍປ່າໄມ້, ພວກເຮົາຕ້ອງໄດ້ເພີ່ມຄວາມ ເອົາໃຈໃສ່ ຢ່າງເຂັ້ມງວດໃນການຄຸ້ມຄອງປ່າໄມ້, ກວດກາຄືນເນື້ອທີ່ປ່າໄມ້ຕ່າງໆ ແລະ ຈັດຕັ້ງປະຕິບັດ ແຜນການພັດທະນາໃຫ້ໄປຕາມທິດຍືນຍົງ ແລະ ສີຂຽວ. ໃນນີ້, ຄວນເອົາໃຈໃສ່ເປັນພິເສດຕໍ່ກັບການຄຸ້ມຄອງ 3 ປະເພດປ່າ ໃຫ້ຮັບປະກັນດ້ານຜົນກະທົບຕໍ່ລະບົບນິເວດ ແລະ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງເຄັ່ງຄັດ, ໃນເງື່ອນໄຂການປ່ຽນແປງດິນຟ້າອາກາດທົ່ວໂລກ ເພື່ອປ້ອງກັນ ບໍ່ໃຫ້ພວກເຮົາ ພົບບັນຫາ ໄພແລ້ງ, ໄພນໍ້າຖ້ວມ ທີ່ຮ້າຍແຮງ ແລະ ຮັບປະກັນໄດ້ແຫຼ່ງນໍ້າ ທີ່ພຽງພໍສໍາລັບຮັບໃຊ້ໃນການຜະລິດກະສິກໍາ. 4: ສໍາລັບການພັດທະນາຊົນນະບົດ ຕິດພັນກັບການລຶບລ້າງຄວາມທຸກຍາກ, ຕ້ອງຖືເອົາ ການຜະລິດກະສິກໍາ ເປັນໃຈກາງຂອງການພັດທະນາ ແລະຮັບປະກັນຄວາມຍືນຍົງ ທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ. ວຽກງານ ສົ່ງເສີມຜ່ານມາ ບໍ່ທັນໜັກແໜ້ນດ້ານກໍາລັງຂອງການລົງໄປຊຸກຍູ້, ເປັນຕົ້ນເຕັກນິກວິຊາການຂອງພະນັກງານເຮົາເອງບໍ່ທັນສຳນິຊໍານານ, ການໄປນໍາພາຊີ້ນໍາຈຶ່ງບໍ່ທັນໄດ້ຮັບໝາກຜົນດີ, ທຶນຮອນທີ່ໄປຍູ້ໜູນກໍມີຈໍາກັດ ສ້າງຄອບຄົວຕົວແບບ ແລະກຸ່ມຜະລິດ ຍັງໄດ້ໜ້ອຍບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ. ສະນັ້ນ, ຈໍາເປັນຕ້ອງຄົ້ນຄິດຫາວິທີການຈັດຕັ້ງກຸ່ມການຜະລິດທີ່ສາມາດປະກອບດ້ານຄວາມຮູ້ທາງວິຊາການຜະລິດ ແລະທຸລະກິດ (ການເງິນ, ການຕະຫຼາດ) ແລະທຶນຮອນ ທີ່ດອກເບ້ຍຕໍ່າ ໄປຄວບຄູ່ກັນ.
ພ້ອມກັນນັ້ນ, ກໍຕ້ອງສົມທົບກັບອົງການປົກຄອງທ້ອງຖິ່ນ ສຶກສາອົບຮົມແນວຄິດ, ປຸກລະດົມສະຕິຄວາມເປັນເຈົ້າຂອງຊາວກະສິກອນໃຫ້ສູງຂຶ້ນ,ຕີຖອຍແນວຄິດເອື່ອຍອີງ, ລໍຄອຍຖ້າແຕ່ພາກລັດ, ອົງການຈັດຕັ້ງສາກົນ ຫຼືບໍລິສັດມາຊ່ວຍ ແລະຖືເອົາການຂັບເຄື່ອນຂະບວນການພັດທະນາກະສິກໍາ ແລະຊົນນະບົດເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການສ້າງສັງຄົມນິຍົມນັບແຕ່ຮາກຖານຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ.
ຂ່າວ-ພາບ: ສຸກສະຫວັນ