ສືບຕໍ່ເຜີຍແຜ່ດຳລັດ ວ່າດ້ວຍຊັບສິນທີ່ຖືກຢຶດອາຍັດ ແລະຮິບເປັນຂອງລັດ ຢູ່ 4 ແຂວງພາກໃຕ້

ກົມກົດໝາຍກະຊວງຍຸຕິທໍາ ແລະ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນສືບຕໍ່ຈັດກອງປະຊຸມເຜີຍແຜ່ ດຳລັດສະບັບເລກທີ 280/ລບ,ລົງວັນທີ 09 ສິງຫາ 2022 ວ່າດ້ວຍຊັບສິນທີ່ຖືກຢຶດ, ອາຍັດ ແລະຮິບເປັນຂອງລັດໃຫ້ຂະແໜງການກ່ຽວຂ້ອງ 4 ແຂວງພາກໃຕ້ ຄື: ແຂວງຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ໃນລະຫວ່າງວັນທີ 9-10 ກຸມພາ ທີ່ຜ່ານມາຢູ່ແຂວງຈໍາປາສັກ ໂດຍການເປັນປະທານຂອງທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ,ຮອງຫົວໜ້າຄະນະຮັບຜິດຊອບເຜີຍແຜ່ດຳລັດດັ່ງກ່າວ ແລະພາກສ່ວຍກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ໃຫ້ຮູ້ວ່າ: ດໍາລັດສະບັບເລກທີ 280/ລບ ໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດລວມທັງຊັບສິນທີ່ສານຕັດສິນໃຫ້ລັດຄຸ້ມຄອງເພື່ອປົກປັກຮັກສາ, ຂຶ້ນບັນຊີ, ຂຶ້ນທະບຽນ, ຄຸ້ມຄອງ, ນໍາໃຊ້ ແລະຂາຍຊັບສິນດັ່ງກ່າວ ຕາມກົດໝາຍ ແນໃສ່ປົກປ້ອງສິດ, ຜົນປະໂຫຍດຂອງລັດ, ຂອງບຸກຄົນ, ລວມໝູ່ ແລະການຈັດຕັ້ງເຮັດໃຫ້ສັງຄົມມີຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍ.

ໂອກາດດຽວກັນ, ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍກະຊວງຍຸຕິທໍາໄດ້ສະເໜີຄວາມເປັນມາຂອງການຄົ້ນຄວ້າດໍາລັດສະບັບນີ້ເຊິ່ງປະກອບມີ 9 ໝວດ ແລະ 41 ມາດຕາ, ໄດ້ອະທິບາຍໂດຍຫຍໍ້ກ່ຽວກັບບົດບັນຍັດ, ຂັ້ນຕອນການດໍາເນີນຄະດີ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ, ການຄຸ້ມຄອງຊັບສິນທີ່ຖືກຢຶດ ຫລືອາຍັດ, ການນໍາໃຊ້ຊັບສິນທີ່ຮິບເປັນຂອງລັດ ແລະ ບັນດາຂັ້ນຕອນໃນການຕິດຕາມ, ກວດກາອື່ນໆອີກ. ພ້ອມກັນນີ້, ເຂົ້າຮ່ວມ ແລະ ຄະນະຮັບຜິດຊອບໄດ້ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນ ໂດຍໄດ້ຍົກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງໃນໄລຍະຜ່ານມາຂອງຂະແໜງຄຸ້ມຄອງຊັບສິນເພື່ອແກ້ໄຂໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້, ເພື່ອໃຫ້ແຕ່ລະພາກສ່ວນເຂົ້າໃຈ, ເປັນເຈົ້າການໃນການຈັດຕັ້ງປະຕິບັດໄປໃນທິດທາງດຽວກັນ, ບັນດາອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ ປກສ, ປກຊ, ປ່າໄມ້, ພາສີ, ອາກອນ, ຊັບສິນ ແລະ ອົງການກ່ຽວຂ້ອງໃຫ້ເອົາໃຈໃສ່ ຈັດຕັ້ງປະຕິບັດຕາມດໍາລັດສະບັບນີ້ກໍຄືຄວາມຮັບຜິດຊອບຂອງເຈົ້າໜ້າທີ່ລັດທີ່ຕິດພັນກັບການປະຕິບັດໜ້າທີ່ຕາມພາລະບົດບາດ, ເປັນການຄຸ້ມຄອງ, ປົກປັກຮັກສາຊັບສິນຂອງລັດເຊັ່ນ: ຊັບສິນທີ່ຖືກຢຶດ, ອາຍັດ ແລະຮິບເປັນຂອງລັດຕ້ອງມີການຄຸ້ມຄອງ, ປົກປັກຮັກສາບໍ່ໃຫ້ຕົກເຮ່ຍ, ເສຍຫາຍ ແລະບັນທຶກຂໍ້ມູນໃຫ້ລະອຽດ ເພື່ອໃຫ້ສະດວກໃນຄຸ້ມຄອງ, ຕິດຕາມ ແລະກວດກາ. ໃນນັ້ນ, ຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດຕ້ອງໄດ້ຮັບການແກ້ໄຂຢ່າງເໝາະສົມ ແລະ ຊັບສິນຕ້ອງຂາຍອອກແລ້ວນໍາເງິນມາເປັນຊັບສິນແທນເຊັ່ນ: ຊັບສິນທີ່ເສື່ອມຄຸນນະພາບໄວ, ຊັບສິນທີ່ຫຍຸ້ງຍາກໃນການປົກປັກຮັກສາແຕ່ຕ້ອງບັນທຶກຂໍ້ມູນລະອຽດເພື່ອຄວາມຍຸຕິທໍາ ແລະໂປ່ງໃສໃນເວລາສະຫລຸບສໍານວນຄະດີ.
ຂປລ. ຂ່າວ-ພາບ: ກະຊວງການເງິນ