ເປີດຫ້ອງຂາຍລົດ ບີວາຍດີ ໄຟຟ້າ ຢູ່ສູນການຄ້າວຽງຈັນເຊັນເຕີ້

ໃນວັນທີ 11 ກຸມພາ 2023 ບໍລິສັດ ໂມກ ຈໍາກັດ (MOK CO.LTD) ເປີດຫ້ອງຂາຍລົດ BYD ໄຟຟ້າ ສາຂາ 2 ຢູ່ດ້ານໜ້າສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໂດຍທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະການຄ້າ, ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະກີລາ ພ້ອມດ້ວຍລູກຄ້າ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພາຍໃນງານທ່ານ ຄຳໝິງ ມິດປະສົງ ຜູ້ຖືຮຸ້ນ ບໍລິສັດ ໂມກ ຈຳກັດ ໄດ້ກ່າວວ່າ: ບໍລິສັດ ໂມກຈຳກັດ ເປັນຜູ້ນໍາເຂົ້າ ແລະຈຳໜ່າຍລົດໄຟຟ້າຍີ່ຫໍ້ BYD ຢູ່ ສປປ ລາວ ໂດຍນຳເຂົ້າຈາກ ສປ ຈີນ 100%, ເຊິ່ງມີໂຮງງານໃຫຍ່ຕັ້ງຢູ່ ເມືອງເຊີນເຈິນ ປະເທດຈີນ. ພວກເຮົາໄດ້ເປີດຫ້ອງຂາຍຈຳໜ່າຍແຫ່ງທຳອິດໃນປີ 2019 ຜ່ານມາ ທີ່ບ້ານໂພນະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະໄດ້ມີຜົນຕອບຮັບເປັນຢ່າງດີຈາກລູກຄ້າ ແລະຜູ້ຊົມໃຊ້ເປັນຈຳນວນຫຼາຍ.

ທ່ານກ່າວວ່າ: ບໍລິສັດ ໂມກ ຈຳກັດ ມີຈຸດປະສົງເພື່ອນໍາເຕັກໂນໂລຊີໃໝ່ໆທີ່ຈະອຳນວຍຄວາມສະດວກ, ພ້ອມທັງປະຢັດຄ່າໃຊ້ຈ່າຍໃນຊີວິດປະຈໍາວັນຂອງປະຊາຊົນລາວ ແລະ ລົດໄຟຟ້າຍີ່ຫໍ້ BYD ຕິດຍອດຂາຍເປັນອັນດັບ 1 ໃນລາວ ແລະທົ່ວໂລກ, ພວກເຮົາມີຄວາມຕັ້ງໃຈ ແລະ ມີແຜນທີ່ຈະພັດທະນາເຄືອຂ່າຍການຂາຍ ແລະຫລັງການຂາຍທົ່ວປະເທດລາວລວມເຖິງສະຖານນີສາກລົດໄຟຟ້າເພື່ອສ້າງສາຍສຳພັນທີ່ແໜ້ນແຟ້ນກັບລູກຄ້າ ແລະ ໃນປີ 2025 ທີ່ຈະມາເຖິງ BYD ມີເປົ້າໝາຍທີ່ຈະຕິດຕັ້ງສະຖານນີສາກລົດໄຟຟ້າຈຳ ນວນ 200 ຈຸດ ແລະ ຈະເຜີຍແຜ່ຄວາມຮູ້ກ່ຽວກັບລະບົບກົນຈັກ ແລະເຕັກໂນໂລຊີກ່ຽວກັບລົດໄຟຟ້າເພື່ອຍົກລະດັບໃຫ້ຄົນລາວໃຫ້ຮູ້ກ່ຽວກັບລົດໄຟຟ້າພ້ອມທັງສ້າງໂອກາດທາງດ້ານອາຊີບໃຫ້ແກ່ໄວໜຸ່ມລາວຫຼາຍຂຶ້ນ, ໃນນີ້ພວກເຮົາຍັງເປີດຮັບບັນດານັກລົງທຶນຜູ້ທີ່ມີຄວາມສົນໃຈທີ່ຈະເປັນຕົວແທນຈໍາໜ່າຍລົດເພື່ອຮ່ວມກັນສ້າງຍອດຂາຍໃຫ້ໄດ້ຫຼາຍທີ່ສຸດໃນປີ 2023.

ໃນໂອກາດເປີດຫ້ອງຂາຍສາຂາ 2 ນີ້ ລູກຄ້າທ່ານຜູ້ໃດມີຄວາມສົນໃຈກໍສາມາດເຂົ້າໄປຕິດຕໍ່ພົວພັນໄດ້ທີ່ສູນໃຫຍ່ຕັ້ງຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍຈະມີສ່ວນຫຼຸດ 5% ແລະແຜນການໃນຕໍ່ໜ້າຈະຂະຫຍາຍສາຂາຢູ່ນະຄອນຫຼວງວຽງຈັນ ແລະ 8 ສາຂາຢູ່ບັນດາແຂວງຄື: ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະອື່ນໆຕື່ມອີກ.