ມອບນໍ້າມັນ ແລະຫີນຂຽວທີ່ໂຈນລັກໄປໃຫ້ບໍ່ຄຳເຊໂປນ

  ວັນທີ 30 ກໍລະກົດຜ່ານມາ, ທີ່ກອງບັນຊາການ ປກສ ເມືອງວິລະບູລີ ໄດ້ຈັດພິທີມອບຄືນນ້ຳມັນ, ຫີນຂຽວ (ຫີນແຮ່ທອງ) ແລະວັດຖຸຂອງກາງ ບາງຈຳນວນທີ່ໄດ້ຈາກການປະຕິບັດ ວຽກງານການສະກັດກັ້ນປະກົດການ ຫຍໍ້ທໍ້ໃນເຂດໂຄງການບໍ່ຄຳ-ທອງເຊ ໂປນ ເມືອງວິລະບູລີ ເພື່ອຄືນໃຫ້ແກ່ບໍລິສັດ ລ້ານຊ້າງມິເນໂຣນສ໌ລິມິເຕັດ ໂດຍການ ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບໃນຄັ້ງນີ້ຂອງທ່ານ ທ່ອນແກ້ວ ພຸດທະ ໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ,  ມີທ່ານ ສະໝານ ອະເນ ກາ ອຳນວຍການໃຫຍ່ບໍລິສັດລ້ານຊ້າງ ມິເນໂຣນ, ມີຜູ້ຈັດການໃຫຍ່ບໍລິສັດຊືເຟີງ ຈີຫຼົງຂຸດຄົ້ນບໍ່ຄຳຈຳກັດ, ຜູ້ຈັດການໃຫຍ່ ຂອງບໍລິສັດລ້ານຊ້າງມີເນໂຣນສ໌, ຄະ ນະກອງບັນຊາການ ປກສ ເມືອງວິລະບູລີແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ໃນພິທີ, ທ່ານ ພັທ ບຸນເຫຼືອ ມະນີລາ ຮອງຫົວໜ້າກອງບັນຊາການ ປກສ ເມືອງວິລະບູລີ ກໍ່ໄດ້ຂຶ້ນຜ່ານບົດລາຍງານ ຂອງຄະນະກຳມະການແກ້ໄຂປະກົດການ ຫຍໍ້ທໍ້ໃນສັງຄົມຂັ້ນເມືອງນັບແຕ່ວັນທີ 1 ມັງກອນ 2019 ໂດຍສັງເຂບວ່າ: ມີຄະດີທີ່ເກີດຂຶ້ນທັງໝົດ 200 ລາຍ, ສາມາດກັກຕົວຜູ້ກະທຳຜິດໄດ້ 227 ຄົນ, ຍິງ 90 ຄົນ (ເປັນຄົນຕ່າງປະເທດ 2 ຄົນ), ຢຶດຂອງກາງໄດ້ເປັນປະເພດ ຫີນຂຽວນ້ຳໜັກ 23.348 ກິໂລ, ນ້ຳ ມັນຂຽວ 3.860 ລິດ, ທໍ່ຢາງດຳ 10 ທໍ່, ກັກລົດຈັກທີ່ດັດແປງສະພາບຈຳນວນ590 ຄັນ, ລົດໃຫຍ່ຈຳນວນ 6 ຄັນ, ຕໍ່ກັບການແກ້ໄຂຄະດີທີ່ເກີດຂຶ້ນນີ້, ທາງຄະນະ ປກສ ເມືອງ ໄດ້ທຳການເປີດຊຸດດັດສ້າງສຶກສາອົບຮົມ ແລະປ່ອຍຕົວແລ້ວ 225 ຄົນ, ສົ່ງໃຫ້ ປກສ ແຂວງດຳເນີນ 1 ລາຍ, ມີຜູ້ຕ້ອງຫາ 2 ຄົນ, ມີເຄື່ອງຂອງ ກາງເປັນຫີນຂຽວ 14 ໂຕນ (ເກັບຮັກສາ ໄວ້ຢູ່ທີ່ສາງ ປກສ ເມືອງ), ສ່ວນລົດໃຫຍ່ຍີ່ຫໍ້ກະບະລຸ້ນຟອດເຣນເຈີ້ສີຂາວ 1 ຄັນ, ເງິນກີບທະນາຄານ 102 ລ້ານກີບ, ເງິນດົງຫວຽດນາມ 3,2 ລ້ານດົງແມ່ນໄດ້ສົ່ງໃຫ້ ປກສ ແຂວງສະຫວັນນະເຂດແລ້ວ.

  ສຳລັບເຄື່ອງຂອງກາງທີ່ເກັບກູ້ໄດ້ຈາກການປະຕິບັດວຽກງານສະກັດກັ້ນປະກົດການຫຍໍ້ທໍ້ໃນເຂດໂຄງການບໍ່ຄຳ-ທອງເຊໂປນເມືອງວິລະບູລີ ທີ່ໄດ້ມີການມອບ-ຮັບໃນຄັ້ງນີ້ປະກອບມີ: ຫີນຂຽວຈຳນວນ 19.348 ໂຕນ, ນ້ຳມັນຂຽວ 3.860 ລິດ ແລະທໍ່ຢາງດຳອີກຈຳນວນ 10 ທໍ່ ເຊິ່ງໃຫ້ກຽດມອບໂດຍທ່ານເຈົ້າເມືອງວິລະບູລີ ແລະຮັບໂດຍທ່ານຜູ້ຈັດການໃຫຍ່ຂອງບໍລິສັດລ້ານຊ້າງມີເນໂຣນສ໌.

---------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ