ດັ່ງຂ່າວໜັງສືພິມເສດຖະກິດ-ສັງຄົມເຄີຍນຳສະເໜີໄປແລ້ວວ່າພະຍາດຫ່ຽວເຫຼືອງຂອງກ້ວຍທີ່ພວມລະບາດຢູ່ໃນ 7 ແຂວງຂອງລາວ ແລະໜຶ່ງໃນນັ້ນເປັນສາຍພັນທີ່ຮຸນແຮງ, ແຜ່ລາມໄດ້ໄວ,ໄດ້ຫຼາຍຊ່ອງທາງ,ທີ່ສຳຄັນຍັງສາມາດຝັງຢູ່ກັບດິນໄດ້ດົນເຖິງ 30 ປີ ແລະຮ້າຍແຮງກວ່ານັ້ນຍັງບໍ່ທັນມີຢາຊະນິດໃດກຳຈັດໄດ້,ຢ່າງໃດກໍຕາມແຕ່ສິ່ງທີ່ສູນປ້ອງກັນພືດກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ເຮັດໄດ້ແມ່ນສາມາດສ້າງເຊື້ອຊີວະວິທະຍາ 2 ຊະນິດ ເພື່ອຄວບຄຸມຄວາມຮຸນແຮງຂອງການລະບາດ, ຊຶ່ງປະຈຸບັນພາຍໃນສູນສາມາດສະໜອງໄດ້3-5 ຮ້ອຍກິໂລກຣາມຫາກຜູ້ປະກອບການຕ້ອງການກໍສາມາດພົວພັນເອົາໄດ້.
ທ່ານ ນາງ ຄອນສະຫວັນ ຈິດຕະລາດ ຫົວໜ້າໜ່ວຍງານພະຍາດພືດສູນປ້ອງກັນພືດໃຫ້ສຳພາດເມື່ອບໍ່ດົນມານີ້ຮູ້ວ່າ: ພະຍາດຫ່ຽວເຫຼືອງຂອງກ້ວຍໃນລາວຕາມການສຳຫຼວດແມ່ນໄດ້ຄົ້ນພົບມີ 2 ສາຍພັນຄື: ສາຍພັນ Race 1 (R1) ຈະພົບນຳກ້ວຍນ້ຳທົ່ວປະເທດ ແລະສາຍພັນທີ 2 ແມ່ນ Tropical Race 4 (TR 4) ທີ່ຄົ້ນພົບນຳປະເພດກ້ວຍຫອມ ຕ່າງປະເທດ ແລະປະເພດກ້ວຍງ້າວ, ໂດຍສາຍພັນ TR4 ມີຄວາມສາມາດທໍາລາຍກ້ວຍສາຍພັນພື້ນເມືອງຂອງລາວໄດ້ ແລະ ຍັງອາໄສຢູ່ດິນໄດ້ດົນກວ່າ 30 ປີ, ຖ້າຫາກວ່າພື້ນທີ່ທີ່ມີການລະ ບາດຫາກນຳກ້ວຍໄປປູກອີກບໍ່ວ່າຈະເປັນພັນກ້ວຍຊະນິດໃດກໍຕາມກໍຈະມີການລະບາດຕື່ມ ແລະມີຄວາມເປັນໄປ ໄດ້ສູງທີ່ຈະສາມາດເກີດກັບກ້ວຍຫອມ, ກ້ວຍໄຂ່ແລະກ້ວຍນ້ຳ ທີ່ເປັນພັນກ້ວຍ ພື້ນເມືອງຂອງລາວເຮົາ, ທັງນີ້ກໍເພາະ ພະຍາດດັ່ງກ່າວສາມາດໄປໄດ້ກັບຫຼາຍ ຊ່ອງທາງ ໂດຍສະເພາະນຳເຂົ້າທ່ອນ ພັນຈາກຕ່າງປະເທດກໍຄືເຫງົ້າກ້ວຍ ທີ່ມີດິນຕິດມານຳ, ນ້ຳ, ເສດພືດທີ່ເໜົ່າ ເປື່ອຍ ແລະອຸປະກອນຕ່າງໆ ຕົ້ນຕໍຄືລົດໄຖ, ລົດຂົນສົ່ງປຸ໋ຍ ແລະອຸປະກອນການຜະລິດ.
ເພື່ອເປັນການຢັບຢັ້ງການລະບາດຂອງພະຍາດດັ່ງກ່າວນີ້ທາງລັດຖະບານກໍຄືກະຊວງກະສິກຳ ແລະປ່າໄມ້ກໍໄດ້ມີການອອກຄຳສັ່ງຫ້າມເຄື່ອນຍ້າຍທ່ອນພັນຈາກແຫຼ່ງທີ່ມີການລະບາດ, ການ ເຄື່ອນຍ້າຍທ່ອນພັນລະຫວ່າງປະເທດ ໂດຍມີມາດຕະການຊັດເຈນແລ້ວ, ພ້ອມດຽວກັນນັ້ນ ກໍໄດ້ເລັ່ງໃສ່ການຈັດຊຸດຝຶກອົບຮົມໃຫ້ພະນັກງານຂັ້ນຮາກຖານຂອງແຕ່ລະທ້ອງຖິ່ນໃຫ້ເຂົ້າໃຈເຖິງການວິໄຈ, ການເກັບຕົວຢ່າງ ແລະ ການຕັ້ງກຸ່ມຫ້ອງກັນ, ປະຈຸບັນພວກເຮົາໄດ້ສ້າງ ແລະພັດທະນາຄູ່ມືການວິໄຈພະ ຍາດຫ່ຽວເຫຼືອງຂອງກ້ວຍ, ສຶກສາ ແລະພັດທະນາຄູມືການປ້ອງກັນ ແລະ ກໍາຈັດພະຍາດຫ່ຽວເຫຼືອງຂອງກ້ວຍ, ໄດ້ສຶກສາການນໍາໃຊ້ເຊື້ອຊີວະວິທະຍາໄທໂຄເດີມາຮາຊີອານໍາ (Trichoderma hazianum) ແລະເຊື້ອແບັກທີເລຍບາຊີລັສ ເອັສພີ (Bacillussp), ພ້ອມໄດ້ມີການສຶກສາພາກສະໜາມຢູ່ບ້ານນາໝ້ຽງ ເມືອງວັງວຽງ ແຂວງວຽງຈັນ, ຊຶ່ງ ຜົນທົດສອບຢູ່ຫ້ອງທົດລອງໄດ້ຜົນແລ້ວຈຶ່ງໄດ້ມີການທົດສອບໃສ່ຕົ້ນກ້ວຍໂດຍສາມາດຄວບຄຸມຄວາມຮຸນແຮງຂອງເຊື້ອ TR4 ໄດ້ເຖິງ 50-85%.
ເພື່ອເປັນການປ້ອງກັນ ແລະຄວບຄຸມແຕ່ຫົວທີສຳລັບຜູ້ຈະລົງທຶນປູກກ້ວຍ,ວິທີທີ່ດີທີ່ສຸດແມ່ນໃຫ້ໃຊ້ທ່ອນພັນລ້ຽງດ້ວຍເນື້ອເຍື່ອ,ຊຶ່ງສາມາດພົວພັນໄດ້ນຳສູນນາພອກ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ສ່ວນສານປ້ອງກັນ ຫຼື ເຊື້ອຈຸລິນຊີ ທີ່ຊ່ວຍປ້ອງກັນແມ່ນ ສາມາດພົວພັນໄດ້ນຳສູນປ້ອງກັນພືດສາລາຄຳ, ຊຶ່ງປະຈຸບັນທາງສູນສາມາດ ຜະລິດ ແລະສະໜອງໃຫ້ໄດ້ປະມານ 300-500 ກິໂລກຣາມ, ສຳລັບຜູ້ທີ່ຕ້ອງການເພາະພັນທ່ອນພັນເອງ ແມ່ນຄວນ ລະວັງດິນຕ້ອງເປັນບ່ອນທີ່ບໍ່ມີການ ລະບາດພະຍາດກ້ວຍມາກ່ອນ ແລະອີກວິທີໜຶ່ງພື້ນທີ່ທີ່ມີການລະບາດຄວນຂຸດຮ່ອງອ້ອມ, ທຳຄວາມສະອາດທັງຄົນ ແລະ ອຸປະກອນ, ພ້ອມທັງໃຊ້ເຊື້ອ Trichode rma hazianum ແລະ ເຊື້ອBacillussp, ລວມທັງສັງເກດການປ່ອຍນ້ຳເດັດຂາດບໍ່ໃຫ້ນ້ຳຈາກສວນກ້ວຍທີ່ຕິດເຊື້ອອອກໄປສູ່ເຂດອື່ນ, ທ່ານ ນາງ ຄອນສະຫວັນ ຈິດຕະລາດ ໃຫ້ຮູ້ຕື່ມ.
ປະຈຸບັນໃນຈຳນວນ 12 ແຂວງທີ່ມີ ການລົງທຶນປູກກ້ວຍມີການລະບາດແລ້ວ 7 ແຂວງຄື: ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ແຂວງວຽງ ຈັນ ແລະນະຄອນຫຼວງວຽງຈັນ, ຊຶ່ງຖື ວ່າເປັນການລະບາດໄວ, ພາຍຫຼັງມີການ ລະບາດ ບໍລິສັດຜູ້ລົງທຶນໄດ້ເລີ່ມຍ້າຍຖານການປູກກ້ວຍລົງມາສູ່ພາກກາງ ແລະພາກໃຕ້ໃນປະຈຸບັນ, ສໍາລັບພາກໃຕ້ແມ່ນຈະເລີ່ມມີການລົງທຶນປູກກ້ວຍຫຼາຍພື້ນທີ່ການປູກກ້ວຍຈະເພີ່ມຂຶ້ນ, ແຕ່ກົງກັນຂ້າມພື້ນທີ່ການປູກກ້ວຍທາງພາກເໜືອຈະຫຼຸດລົງ, ໂດຍຈາກການຮວບຮວມຮອດດຽວນີ້ທົ່ວປະເທດມີເນື້ອທີ່ປູກກ້ວຍທັງໝົດ 19,65 ພັນເຮັກຕາ, ແຕ່ການທຳລາຍຂອງພະຍາດດັ່ງກ່າວເກືອບ 30% ຂອງພື້ນທີ່ທັງ ໝົດ, ເມື່ອທຽບກັບແຂວງທີ່ມີການລົງທຶນປູກກ້ວຍທີ່ມີການລະບາດໃນ 12 ແຂວງ ແລະ ມີເປີເຊັນຕິດເຊື້ອຂອງແຕ່ລະແຂວງປະມານ 58,33%
-------------------
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ