ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຢ່າງສຸດໃຈ

   ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມໃນວັນທີ 15 ມັງກອນ 2021ຊຶ່ງໄດ້ດໍາເນີນມາ ເປັນເວລາ 3 ວັນທີ່ນະຄອນຫຼວງວຽງຈັນພາຍໃຕ້ຄໍາຂວັນຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບ ປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ,  ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູຈຸດໝາຍສັງຄົມນິຍົມໂດຍມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 768 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວປະເທດ 348.686 ສະຫາຍ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຈໍານວນໜຶ່ງ.

   ກອງປະຊຸມໃຫຍ່ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງສູງ, ຄຽງຄູ່ກັບຄວາມສົນໃຈ, ການຕິດ ຕາມຢ່າງໃກ້ຊິດຂອງທົ່ວສັງຄົມແລະຜູ້ແທນໄດ້ພ້ອມກັນຄົ້ນຄວ້າ, ຕົກລົງບັນຫາສໍາຄັນຂອງພັກ ແລະຂອງຊາດດ້ວຍຄວາມເອກະພາບສູງໂດຍສະເພາະໄດ້ຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ຮັບຮອງເອົາຢ່າງເປັນເອກະສັນຕໍ່ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ຊຶ່ງໄດ້ຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດໃນ 5 ປີຜ່ານມາແລະໄດ້ຮັບຜົນສໍາເລັດອັນສໍາຄັນໃຫຍ່ຫຼວງ ແລະ ຜົນງານອັນພົ້ນເດັ່ນຮອບດ້ານທີ່ຍາດມາໄດ້ຊຶ່ງໄດ້ສ້າງໜໍ່ແໜງສໍາຄັນໃນທຸກຂົງເຂດເພື່ອເປັນປັດໄຈຍູ້ການຫັນປ່ຽນໃຫ້ແຂງແຮງເລິກເຊິ່ງ ແລະຮອບດ້ານໃນຊຸມປີຕໍ່ໜ້າ, ສືບຕໍ່ນໍາພາປະເທດຊາດກ້າວເດີນຕາມເສັ້ນທາງ ແລະ ຈຸດໝາຍສັງຄົມນິຍົມ, ພ້ອມໆກັບຜົນສໍາເລັດຍັງເປັນເອກະພາບຢ່າງພາວະວິໄສດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງໃນການນໍາພາ-ຊີ້ນໍາຂອງພັກກໍ່ຄືການຈັດຕັ້ງປະຕິບັດໜ້າທີ່, ວຽກ ງານຈຸດສຸມບາງດ້ານທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນສາເຫດຕົ້ນຕໍເພື່ອກໍານົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະແທດເໝາະເພື່ອຮັບປະກັນໃຫ້ແກ່ການຫັນປ່ຽນໃໝ່ຢ່າງຈິງຈັງໃນການຈັດຕັ້ງປະຕິບັດແນວທາງຂອງພັກໃນຕໍ່ໜ້າ.

 ຢືນຢູ່ບົນຈິດໃຈສ້າງການຫັນປ່ຽນໃໝ່, ກອງປະຊຸມໃຫຍ່ໄດ້ຮັບຮອງເອົາການເພີ່ມເຕີມບົດຮຽນ 4 ປະການທີ່ຖອດຖອນໄດ້ຈາກພຶດຕິກໍາແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກກໍ່ຄືພຶດຕິກໍາຕົວຈິງໃນການນໍາພາຂອງພັກເຮົາໃນຫຼາຍສິບປີຜ່ານມາເພື່ອບົດຮຽນ ແລະເປັນບ່ອນອີງສໍາຄັນໃນການປັບປຸງການນໍາພາຊີ້ນໍາ ແລະການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃນຕໍ່ໜ້າກ່ຽວກັບການຍົກລະດັບຄວາມສາມາດ ແລະ ຄຸນນະພາບການນໍາພາຂອງພັກ, ມີຄວາມຈໍາເປັນຕ້ອງຮັບປະກັນການກໍານົດເນື້ອໃນໜ້າທີ່ການເມືອງໃຫ້ຖືກຕ້ອງແທດຕົວຈິງ ແລະມີຄວາມເປັນໄປໄດ້ໃນທາງປະຕິບັດຄຽງຄູ່ກັບການແກ້ໄຂບັນຫາດ້ານການຈັດຕັ້ງ,ການຈັດວາງບຸກຄະລາກອນ, ແບບແຜນການນໍາພາ-ຊີ້ນໍາ ແລະການຄຸ້ມຄອງດ້ານລະບຽບວິໄນ; ການພັດທະນາເສດຖະກິດຂອງຊາດຕ້ອງມີການສົມທົບແໜ້ນລະຫວ່າງການຂະຫຍາຍພື້ນຖານການຜະລິດ ແລະບໍລິການຂະໜາດໃຫຍ່ຢ່າງມີຈຸດສຸມ, ສ້າງເປັນຂະແໜງການ ແລະຜະລິດຕະພັນປາຍແຫຼມກັບການຮັບປະກັນໃຫ້ຊາວຊົນ ນະບົດ, ຜູ້ປະກອບການມີການພັດທະນາທີ່ເລີ່ມຈາກສ້າງຄວາມສາມາດເພິ່ງຕົນເອງ ແລະພັດທະນາຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເລື້ອຍໆເພື່ອຮັບປະກັນການສ້າງຖານເສດຖະກິດທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະແກ້ໄຂການຫຼຸດໂຕນແບບບໍ່ເປັນທໍາ;  ຮັບປະກັນການພັດທະນາຊັບພະຍາກອນມະນຸດທັງດ້ານສະໜອງຄວາມຕ້ອງການທັງສ້າງເປັນກໍາລັງຂັບເຄື່ອນໃຫ້ແກ່ການພັດທະນາດ້ານເສດຖະກິດ-ສັງຄົມ ແລະການປົກປ້ອງ-ເສີມຂະຫຍາຍສິດຜົນປະໂຫຍດຂອງພົນລະເມືອງ, ຄຸນຄ່າຄວາມເປັນມະນຸດ ແລະຄວາມສີວິໄລດ້ານຈິດໃຈຂອງຄົນລາວ; ຜັນຂະຫຍາຍ ແລະຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງຂອງພັກ ແລະ ແຜນການ, ໂຄງການພັດທະນາຂອງລັດຢູ່ແຕ່ລະຂັ້ນຕ້ອງບົນພື້ນຖານການສົມທົບລະຫວ່າງຮັບປະກັນການຕົກລົງບັນຫາຕົວຈິງແບບໝູ່ຄະນະຢ່າງເຂັ້ມງວດກັບການເຊີດຊູບົດບາດນໍາພາຊີ້ນໍາ-ບັນຊາຂອງຜູ້ເປັນຫົວໜ້າເຮັດໃຫ້ທຸກຂະບວນການຮັບການກະຕຸ້ນ ແລະຂັບເຄື່ອນ ຖືກທິດ, ຕໍ່ເນື່ອງ, ແຂງແຮງ ແລະກ້າວສູ່ເປົ້າໝາຍທີ່ວາງອອກ.

   ບົນພື້ນຖານດັ່ງກ່າວກອງປະຊຸມໃຫຍ່ໄດ້ກຳນົດທັດສະນະ ແລະຮັບຮອງເອົາ 8 ແຜນນະໂຍບາຍໃຫຍ່ເພື່ອສູ້ຊົນຜັນຂະຫຍາຍ ແລະຈັດຕັ້ງປະຕິບັດສໍາລັບ 5 ປີໃນຕໍ່ໜ້າ, ກອງປະຊຸມໃຫຍ່ໄດ້ມອບໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ XI ຊີ້ນໍາຈັດຕັ້ງການຄົ້ນຄວ້າ, ເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ຢ່າງເປັນລະບົບ, ເລິກເຊິ່ງໂດຍສະເພາະສະມາຊິກພັກ, ພະນັກງານຜູ້ທີ່ເປັນຫຼັກແຫຼ່ງຢູ່ທຸກຂັ້ນເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງລາຍງານການເມືອງສຸມສະຕິປັນ ຍາ, ກໍາລັງວັງຊາເປັນແບບຢ່າງນໍາໜ້າຈັດຕັ້ງປະຕິບັດໃຫ້ເກີດໝາກຜົນ; ພ້ອມກັນນີ້ກໍຊີ້ນໍາອົງການລັດໃຫ້ຫັນເປັນນິຕິກໍາ, ເປັນແຜນງານ ແລະໂຄງການວຽກງານລະອຽດໃຫ້ໄວເພື່ອຍາດແຍ່ງເວລາຈັດຕັ້ງປະຕິບັດໂດຍໄວ ແລະໄດ້ຮັບຜົນສໍາເລັດອັນສະຫງ່າງາມ.

  ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານ ແລະສະແດງຄວາມຍ້ອງຍໍຊົມເຊີຍລັດຖະບານຊຸດທີ VIII ທີ່ໄດ້ຕັ້ງໜ້າປະຕິບັດ ແລະສູ້ຊົນໃຫ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ໄດ້ຮັບຜົນສໍາເລັດເປັນຢ່າງດີ; ພ້ອມນັ້ນກໍ່ສະແດງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025) ເຊິ່ງແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ເປັນແຜນງານ, ໂຄງການລະດັບຊາດ, ລວມທັງຂອບການລົງທຶນສໍາລັບໂຄງການເຫຼົ່ານັ້ນ, ໃນນັ້ນໄດ້ກໍານົດອອກເປັນ 6 ເປົ້າໝາຍໃຫຍ່ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ; ກອງປະຊຸມໃຫຍ່ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ຊຶ່ງໄດ້ຕີລາຄາສູງຕໍ່ຄວາມບາກບັ່ນພະຍາຍາມອັນຕັ້ງໜ້າ ແລະຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະບົດຮຽນຂອງພັກອັນມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກເປັນຜູ້ນໍາໜ້າສາມາດນໍາພາການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ X ໄດ້ຮັບຜົນສໍາເລັດອັນສໍາຄັນໃນຫຼາຍດ້ານ; ພ້ອມນັ້ນກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ການເປັນຄະ ນະນໍາທີ່ມີຄວາມສາມັກຄີເປັນເອກະພາບອັນໜັກແໜ້ນເຂັ້ມແຂງ, ເປັນຫຼັກແຫຼ່ງແກ່ນສານໃຫ້ແກ່ຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວລັດທົ່ວກຳລັງປະ ກອບອາວຸດ ແລະທົ່ວປວງຊົນລາວ, ເປັນເຈົ້າການຢ່າງເຂັ້ມງວດໃນການຕີຖອຍ ແລະແກ້ໄຂການກະທໍາທີ່ຝືນກັບກົດລະບຽບຂອງພັກໃນຖັນແຖວການນໍາ, ສະມາຊິກ ພັກ-ພະນັກງານຂັ້ນຕ່າງໆ.

  ກອງປະຊຸມໃຫຍ່ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ອອກແຮງເສີມຂະຫຍາຍຈຸດດີໃນດ້ານຕ່າງໆຢ່າງແຂງແຮງ, ພ້ອມທັງວາງມາດຕະການກໍາຈັດ, ແກ້ໄຂຈຸດບົກຜ່ອງ ແລະຄົງຄ້າງທີ່ຜ່ານມາຢ່າງຈິງຈັງ,ຍົກສູງຄວາມສາມາດນໍາພາ ແລະຄວາມເປັນແບບຢ່າງນໍາໜ້າຂອງຄະນະນໍາຂອງສູນກາງພັກໃຫ້ສູງຂຶ້ນຕື່ມອີກ, ເປັນຫຼັກແຫຼ່ງນໍາໜ້າສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນຊຸມປີຕໍ່ໆໄປ, ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານກ່ຽວກັບການດັດແປງກົດລະບຽບຂອງພັກ ແລະໄດ້ຮັບຮອງເອົາກົດລະບຽບຂອງພັກສະໄໝທີ XI, ເພື່ອໃຫ້ສອດຄ່ອງຮອງຮັບການຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມາດພຽງພໍໃນການນໍາພາພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດໃນໄລຍະໃໝ່ກ້າວຂຶ້ນຕາມທິດສັງຄົມນິຍົມ.

 ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XI ຊຶ່ງປະກອບດ້ວຍກຳມະການສົມບູນ 71 ສະຫາຍ ແລະກຳມະການສໍາຮອງ 10 ສະຫາຍ ແລະກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ເປັນເອກະພາບເລືອກຕັ້ງກຳມະການກົມການເມືອງສູນກາງພັກຊຶ່ງປະກອບດ້ວຍ 13 ສະຫາຍ; ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ 9 ສະຫາຍ; ກອງປະຊຸມໄດ້ເປັນເອກະພາບຢ່າງສູງເລືອກເອົາສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກພ້ອມກັນນັ້ນກໍ່ໄດ້ເລືອກເອົາ ສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ເລືອກປະທານ, ບັນດາຮອງປະທານຄະນະກວດກາສູນກາງພັກປະກອບດ້ວຍ 9 ສະຫາຍ ໂດຍແມ່ນສະຫາຍ ຄໍາພັນ ພົມມະທັດ ເປັນປະທານ.

ກອງປະຊຸມໃຫຍ່ສະແດງຄວາມຍ້ອງຍໍຊົມເຊີຍສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການຜະລິດ-ທຸລະກິດ-ບໍລິການ ແລະປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນໃນຂອບເຂດທົ່ວປະເທດ ແລະພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດຳລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດກໍ່ຄືຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຕາມຈິດໃຈມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຕະຫຼອດໄລຍະ 5 ປີທີ່ຜ່ານມາ, ອັນເປັນການສ້າງພື້ນຖານ ແລະຖ່ວງທ່າໃໝ່ໃຫ້ແກ່ການນໍາເອົາປະເທດເຮົາສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້, ພ້ອມກັນນັ້ນກໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງບັນດາພັກອ້າຍນ້ອງ, ບັນດາປະເທດເພື່ອນມິດ ແລະອົງການຈັດຕັ້ງສາກົນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍ ເຫຼືອອັນລໍ້າຄ່າແກ່ພາລະກິດພັດທະນາ ແລະສ້າງສາປະເທດຊາດຂອງປະຊາຊົນເຮົາ.

 ກອງປະຊຸມໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານນໍາພາມະຫາຊົນປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປາກົດຜົນເປັນຈິງ, ພ້ອມກັນນີ້ກໍຮຽກຮ້ອງມາຍັງພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະທໍາມາຫາກິນຢູ່ຕ່າງປະເທດຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມານະຈິດບາກບັ່ນບຸກບືນເຂົ້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະສ້າງສາ, ບູລະນະລະບອບປະຊາທິປະໄຕປະຊາຊົນກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

__________

ຂ່າວຣັດສະໝີ ດວງສັດຈະ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ