ນໍ້າກັດຢໍລະປ່າ ກຳນົດ 4 ເປົ້າໝາຍໃຫຍ່ພັດທະນາໂຄງການໃນຕໍ່ໜ້າ

  ແຫຼ່ງທ່ອງທ່ຽວທຳມະຊາດນໍ້າກັດຢໍລະປ່າໃນໄລຍະຜ່ານມາໄດ້ຮັບການພັດທະນາຫຼາຍດ້ານໂດຍສະເພາະການພັດທະນາໃຫ້ເປັນແຫຼ່ງທ່ອງທ່ອງທ່ຽວທຳມະຊາດແບບອະນຸລັກຕາມທິດສີຂຽວ ແລະຍືນຍົງຈົນເຮັດໃຫ້ແຫຼ່ງທ່ອງທ່ຽວດັ່ງກ່າວກາຍເປັນທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດພິເສດຍັງໄດ້ຮັບນາມມະຍົດໃນຫຼາຍດ້ານແນວໃດກໍດີໃນຕໍ່ໜ້ານີ້ດ້ານຜູ້ສຳປະທານໄດ້ກຳນົດ 4 ເປົ້າໝາຍເພື່ອການພັດທະນາໂຄງການດັ່ງກ່າວໃຫ້ມີຄວາມຍືນຍົງ ແລະກາຍເປັນທີ່ຮູ້ຈັກຂອງສັງຄົມຫຼາຍຂຶ້ນ.

   ທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດພັດທະນາແຫຼ່ງທ່ອງທ່ຽວທຳມະຊາດນໍ້າກັດຢໍລະປ່າໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໃນຫົວຂໍ້: “ການພັດທະນາການທ່ອງທ່ຽວແບບຍືນຍົງທີ່ຈັດຂຶ້ນຫວ່າງບໍ່ດົນມານີ້ວ່າ: ຍ້ອນເຫັນໄດ້ຄວາມສຳຄັນຂອງການພັດທະນາການທ່ອງທ່ຽວທຳມະ ຊາດແບບຍືນຍົງ, ກອງປະຊຸມໃຫຍ່ຄັ້ງທີ ຂອງພັກຈຶ່ງໄດ້ກຳນົດວ່າ: “ພັດທະນາຂະແໜງທ່ອງທ່ຽວໃຫ້ກາຍເປັນອຸດສາຫະກຳທີ່ຄົບວົງຈອນເປັນທ່າແຮງຂອງພື້ນ ຖານເສດຖະກິດແຫ່ງຊາດດ້ວຍການສົ່ງເສີມການທ່ອງທ່ຽວວັດທະນະທຳທຳມະຊາດ ແລະ ປະຫວັດສາດສ້າງເສດຖະກິດແຫ່ງຊາດໃຫ້ເຕີບໃຫຍ່ຢ່າງແຂງແຮງຕໍ່ ເນື່ອງຕາມທິດພັດທະນາແບບຍືນຍົງມີຄວາມກົມກຽວກັບສັງຄົມແລະສິ່ງແວດລ້ອມແນວທາງດັ່ງກ່າວໄດ້ເປັນໄມ້ງັດສຳຄັນໃນການຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດຫັນມາລົງທຶນໃສ່ທຸລະກິດທີ່ສ້າງຖານລາຍຮັບທີ່ຍືນຍົງໃຫ້ກັບທ້ອງຖິ່ນ ແລະ ປະເທດຊາດໂດຍສະເພາະການພັດທະນາການທ່ອງທ່ຽວທຳມະຊາດແບບອະນຸລັກຕາມທິດສີ ຂຽວແລະຍືນຍົງ.

ທ່ານ ສົມເພັດ ມ້າວປະເສີດ ກ່າວວ່າ: ດັ່ງນັ້ນບໍລິສັດພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຂອງພວກເຮົາຈຶ່ງໄດ້ສະເໜີຂໍອະນຸຍາດລົງທຶນພັດທະນາສະຖານທີ່ທ່ອງທ່ຽວທຳມະຊາດແບບຍືນຍົງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມແບບປະຊາຊົນມີສ່ວນຮ່ວມ ແລະການອະນຸລັກຮັກສາວິຖີການດຳລົງຊີວິດຂອງຊົນເຜົ່າຕ່າງໆ ໃນເຂດພື້ນທີ່ອ່າງໂຕ່ງຂອງສາຍນໍ້າກັດເມືອງໄຊ ແຂວງອຸດົມໄຊ ຊຶ່ງເປັນໂຄງການລິເລີ່ມໂດຍໃສ່ຊື່ວ່າ: ສະຖານທີ່ທ່ອງທ່ຽວທຳມະຊາດນໍ້າກັດຢໍລະປ່າ,ຈາກຜົນສຳເລັດຂອງການພັດທະນາໂຄງການດັ່ງກ່າວຜ່ານມາສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປ່າຂອງພວກເຮົາໄດ້ຮັບນາມມະຍົດໃນຫຼາຍດ້ານເຊັ່ນ: ລາງວັນສະຖານທີ່ທ່ອງທ່ຽວປະຊາຊົນມີສ່ວນຮ່ວມດີເດັ່ນຂອງອາຊຽນປີ 2018,ລາງວັນສະຖານທີ່ທ່ອງທ່ຽວສີຂຽວຍືນຍົງຂອງອາຊຽນປີ 2019,ສະຖານທີ່ທ່ອງທ່ຽວດີເດັ່ນແຫ່ງຊາດປະຈຳປີ 2018, ຄະ ແນນດີເລີດຈາກທິບແອັດວາຍເຊີປີ 2017, 2018, 2019, ຄະແນນດີເລີດຈາກບຸກຄິ້ງດ໋ອດຄັອມປີ 2017, 2018, 2019, ຄະແນນດີເລີດຈາອາໂກດາ ປີ  2018, 2019 ແລະຄະແນດີເລີດຈາກເອັກພີເດຍ ປີ2018 ແລະປີ 2019, ພິເສດທີ່ສຸດແມ່ນໄດ້ຮັບຄວາມຍ້ອງຍໍຊົມ ເຊີຍຈາກພັກ-ລັດຖະບານ.

  ທ່ານ ສົມເພັດ ມ້າວປະເສີດ ກ່າວຕື່ມວ່າ: ສຳລັບທິດທາງໃນການພັດທະນາໂຄງການໃນຕໍ່ໜ້າແມ່ນໄດ້ກຳນົດເປົ້າໝາຍຄື: 1) ປັບປຸງຂອດການບໍລິການ, ຂະຫຍາຍກິດຈະການຕາມຄວາມຕ້ອງການຂອງຕະຫຼາດ ແລະເລັ່ງໃສ່ການຂະຫຍາຍຕະຫຼາດໃຫ້ກວ້າງຂວາງ, 2) ປະສານສົມທົບກັບອົງການປົກຄອງແຂວງເພື່ອວາງແຜນຄຸ້ມ ຄອງ, ອະນຸລັກເຂດປ່າສະຫງວນແຫ່ງຊາດພູຫຼີຜີໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, 3) ວາງແຜນແບບມີສ່ວນຮ່ວມກັບພັກ-ລັດ,ປະຊາຊົນໃນຂອບເຂດພື້ນທີ່ໂຄງ ການໃນການອະນຸລັກວັດທະນະທຳ ແລະ ຮີດຄອງປະເພນີວິຖີຊີວິດຂອງບັນດາເຜົ່າໃນທ້ອງຖິ່ນໃຫ້ມີຄວາມຍືນຍົງຕິດພັນກັບໂຄງການ ແລະ ສ້າງແຜນພັດທະນາວິຊາອາຊີບ, ສີມືແຮງງານຂອງທ້ອງຖິ່ນໃຫ້ສາມາດສະໜອງພຽງພໍໃນໂຄງການ.

4) ສຶກສາ ແລະສຳຫຼວດຄວາມເປັນໄປໄດ້ເພື່ອຂະຫຍາຍສາຂາຂອງກິດຈະການໃນຮູບແບບດຽວກັນໄປສະຖານທີ່ໃໝ່ໃນທົ່ວປະເທດຕາມເງື່ອນໄຂທີ່ເອື້ອອຳນວຍຊຶ່ງມາ ຮອດປະຈຸບັນແມ່ນສາມາດຂະຫຍາຍສາຂາທີ 2 ລ້ວຕັ້ງຢູ່ເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ, ອ່າງເກັບໂຕ່ງນໍ້າປຽນເມືອງປາກງື່ມ ນະຄອນຫຼວງວຽງຈັນ ຊຶ່ງໂຄງການມີຊື່ວ່າ: ນໍ້າປຽນຢໍລະປ່າໂດຍໂຄງການໄດ້ດຳເນີນສຳເລັດແລ້ວ 50% ຂອງແຜນແມ່ບົດ ແລະໄດ້ເປີດບໍລິການທົດລອງແລ້ວໃນເດືອນກໍລະກົດ 2020 ທີ່ຜ່ານມາ.