ບຸນຊ້າງໄຊຍະ 2021 ຈະຈັດ 1 ມື້

  ເພື່ອເປັນການປະຕິບັດຕາມມາດຕະການຂອງໜ່ວຍສະເພາະກິດແຫ່ງຊາດໃນການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ນັ້ນ, ແຂວງໄຊຍະບູລີຈະໄດ້ຈັດງານບຸນຊ້າງປະຈໍາປີ2021 ຂຶ້ນຕາມຮີດຄອງປະເພນີ, ໂດຍຈະໄດ້ຈໍາກັດແຂກຄົນເພື່ອເຂົ້າຮ່ວມງານບຸນດັ່ງກ່າວຈະໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2021, ໍານົດ 1 ມື້.

  ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າ ແຂວງໄຊຍະບູລີ, ປະທານຈັດງານບຸນຊ້າງໄດ້ຖະແຫຼງຂ່າວກ່ຽວກັບການຈັດງານບຸນຊ້າງໃນວັນທີ 17 ມັງກອນ 2021 ທີ່ຫ້ອງວ່າການແຂວງທ່ານໄດ້ກ່າວວ່າ: ການຈັດງານມະຫາກໍາບຸນຊ້າງໃນປີ 2021 ນີ້ຖືວ່າເປັນຄັ້ງທີ 15, ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2021 ຕາມຮີດຄອງທີ່ເຄີຍປະຕິບັດມາ; ແຕ່ປີນີ້ເປັນປີທີ່ມີຄວາມສ່ຽງສູງ, ໂດຍສະເພາະສະພາບການລະບາດຂອງພະຍາດໂຄວິດ-19 ແມ່ນຍັງສືບຕໍ່ຂະຫຍາຍຕົວເປັນວົງກວ້າງ ແລະຍາກທີ່ຈະຢັບຢັ້ງບັນຫາເຊື້ອພະຍາດດັ່ງກ່າວຕໍ່ກັບບັນຫານີ້ແຂວງໄຊຍະບູລີ ຈຶ່ງຈຳເປັນຕ້ອງໄດ້ກໍານົດຈັດງານມະຫາກຳບຸນຊ້າງປະຈໍາປີ 2021 ນີ້ພຽງ 1 ມື້ຈະບໍ່ໄດ້ຈັດ ງານໃຫຍ່ ແລະຈະຈໍາກັດຜູ້ເຂົ້າຮ່ວມພາຍໃນພຽງແຕ່ 200-300 ຄົນເທົ່ານັ້ນ, ຈະບໍ່ມີຕະຫຼາດນັດວາງສະແດງສິນຄ້າ ແລະການບັນເທີງຕ່າງໆ.

 ສະນັ້ນ, ຄະນະຮັບຜິດຊອບຈັດງານມະຫາກໍາບຸນຊ້າງຈຶ່ງໄດ້ຕົກລົງກໍານົດເອົາແຕ່ກິດຈະກໍາທີ່ສຳຄັນ ແລະຈໍາເປັນເຊັ່ນ: ກ່ອນມື້ຈັດງານມະຫາກໍາບຸນຊ້າງກົງກັບວັນທີ 12 ກຸມພາ2021 ຕອນແລງແມ່ນຈະໄດ້ເຮັດພິທີກໍາຄອບເລົ່າສິ່ງສັກສິດເຈົ້າຫຼັກບ້ານຫຼັກເມືອງ,ໃນວັນທີ 13 ກຸມພາ 2021 ເປັນມື້ຈັດງານມະຫາກໍາບຸນຊ້າງພວກເຮົາຈະໄດ້ເຮັດພິທີຕັກບາດເພື່ອອຸທິດສ່ວນບຸນກຸສົນໃຫ້ຊ້າງແຮ່ຂະບວນຊ້າງ,ບາສີສູ່ຂວັນຊ້າງຈັດອາຫານບຸບເຟໃຫ້ຊ້າງກິນເພື່ອເປັນການສ້າງເງື່ອນໄຂໃຫ້ຊ້າງມີໂອ ກາດໄດ້ມາພົບປະກັນ, ສໍາລັບຊ້າງທີ່ຈະເຂົ້າຮ່ວມງານບຸນແມ່ນໄດ້ກໍານົດເອົາຊ້າງຈໍານວນ 16-18 ໂຕ ທີ່ລ້ຽງຢູ່ພາຍໃນເມືອງໄຊຍະບູລີ.

  ທ່ານຮອງເຈົ້າແຂວງໄຊຍະບູລີຍັງໄດ້ແຈ້ງມາຍັງບັນດານັກທ່ອງທ່ຽວຊາບຕື່ມອີກວ່າ: ບຸນຊ້າງຢູ່ແຂວງໄຊຍະບູລີຂອງພວກເຮົາປີນີ້ແມ່ນຈະໄດ້ຈັດຕາມຮີດຄອງປະເພນີທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ, ແຕ່ຫຼຸດລະດັບລົງຄືດັ່ງໄດ້ກ່າວມານັ້ນ ແລະຫວັງວ່າໃນຄັ້ງຕໍ່ໄປງານມະຫາກໍາບຸນຊ້າງນີ້ຈະກັບມາຄຶກຄື້ນອີກຄັ້ງພາຍຫຼັງເຊື້ອພະຍາດໂຄວິດ-19 ດ້ຫາຍໝົດໄປຈາກໂລກມະນຸດຂອງພວກເຮົາ.

-----------

ຂ່າວ: ອຸ່ນເຮືອນ ໂພທິລັກ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ