ສຶກສາພັດທະນາຄົນຕາມທິດຄຸນນະພາບ

  ສະຫາຍ ພຸດ ສີມມາລາວົງ ເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ (ສສກ) ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກກ່ຽວກັບການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງຊຶ່ງການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບເປັນປັດໄຈສໍາຄັນຂອງການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວແລະຍືນຍົງຊຶ່ງ 5 ປີຜ່ານມາ; ກະຊວງສສກໃນຖານະ ເປັນໃຈກາງຂອງວຽກງານພັດທະນາຊັບພະຍາກອນມະນຸດຮ່ວມກັບຂະແໜງການກ່ຽວຂ້ອງໄດ້ດໍາເນີນການສຶກສາຄົ້ນຄວ້າວິໄຈກ່ຽວກັບແນວຄິດ-ທິດສະດີ ແລະ ບົດ ຮຽນໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງຂອງບຸກຄົນ ແລະ ປະເທດຕ່າງໆເພື່ອຄວາມເຂົ້າໃຈ ແລະ ເປັນບົດຮຽນໃຫ້ແກ່ການພັດທະນາຢູ່ ສປປ ລາວ ໂດຍສ້າງໃຫ້ມີນັກວິຊາການທີ່ມີຄວາມຮູ້ຄວາມເຂົ້າໃຈການພັດທະນາໃນທິດທາງດັ່ງກ່າວຕາມນະໂຍບາຍຂອງພັກໄດ້ຈໍານວນໜຶ່ງ.

  ພ້ອມນີ້;ຍັງປູກຈິດສໍານຶກບັນຫາດັ່ງກ່າວໃຫ້ນັກຮຽນ,ນັກສຶກສາໂດຍນໍາເອົາຄວາມຮູ້ເຂົ້າໃນຫຼັກສູດ;ພະຍາຍາມປັບປຸງຄຸນນະພາບຢູ່ທຸກຊັ້ນ ແລະທຸກລະບົບຂອງການສຶກສາຮ່ວມມືຫຼາຍຂຶ້ນລະຫວ່າງສະຖານການສຶກສາ ແລະ ຜູ້ປະກອບການພັດທະນາຫຼັກສູດ-ຝຶກປະຕິບັດ ແລະການປະເມີນຮ່ວມກັນພະຍາຍາມຫັນປ່ຽນໂຄງປະ ກອບໃນການພັດທະນາຊັບພະຍາກອນມະນຸດໃຫ້ສອດຄ່ອງຂຶ້ນໃນນີ້ສຸມໃສ່ພັດທະນາວຽກງານອາຊີວະສຶກສາຢູ່ໂຮງຮຽນ ແລະ ວິທະຍາໄລເຕັກນິກວິຊາຊີບຂະຫຍາຍທົ່ວປະເທດ, ນໍາເອົາວິຊາຊີບເຂົ້າສອນຢູ່ບາງໂຮງຮຽນໃນສົກຮຽນ 2019 -2020

 ມີນັກຮຽນ-ນັກສຶກສາ 52.252 ຄົນ ແລະມີບັນດາມະຫາວິທະຍາໄລມີນັກສຶກສາ 39.277 ຄົນ; ສົ່ງເສີມພັດທະນາຫຼັກສູດ ແລະສ້າງຊັບພະຍາກອນມະນຸດໃນສາ ຂາວິຊາຕິດພັນສະເພາະກັບການພັດທະນາສີຂຽວ ແລະຍືນຍົງໃນສະຖາບັນການສຶກສາຊັ້ນສູງຕ່າງໆເປັນຕົ້ນການຜະລິດ ແລະປຸງແຕ່ງກະສິກໍາ, ເຕັກໂນໂລຊີຊີວະພາບ,  ຄຸ້ມຄອງຊັບພະຍາກອນປ່າໄມ້ ແລະສິ່ງແວດລ້ອມ, ວິທະຍາສາດສິ່ງແວດລ້ອມ, ຈັດສັນແຫຼ່ງນໍ້າ, ທ່ອງທ່ຽວແບບອະນຸລັກ, ຈັດສັນພື້ນທີ່ເພື່ອການພັດທະນາ ແລະອື່ນໆ; ເພີ່ມການໃຫ້ຄວາມຮູ້ດ້ານວິທະຍາສາດ-ເຕັກໂນໂລຊີ,ວິສະວະກໍາແລະຄະນິດສາດໃຫ້ຄົນຮຸ້ນໜຸ່ມຢູ່ໃນທຸກຊັ້ນການສຶກສາ; ສົ່ງເສີມການປະດິດສ້າງ ແລະນໍາໃຊ້ວິທະ  ຍາສາດ-ເຕັກໂນໂລຊີກາຍເປັນປັດໄຈສໍາຄັນຂະຫຍາຍກໍາລັງການຜະລິດ ແລະເສດຖະກິດພູມປັນຍາ, ຍົກສູງປະສິດທິ ພາບການຜະລິດ, ແກ່ງແຍ່ງແຂ່ງຂັນ; ລົງທຶນຢ່າງເໝາະສົມເຂົ້າໃນການຄົ້ນຄວ້າ ແລະນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ, ປັບປຸງລະບຽບການ, ກົນໄກຄຸ້ມຄອງການເຄື່ອນໄຫວດັ່ງກ່າວ.

 ຈາກຜົນການປະຕິບັດຜ່ານມາເຮັດໃຫ້ການພັດທະນາຊັບພະຍາກອນມະນຸດຕອບສະໜອງການພັດທະນາເສດຖະກິດ-ສັງຄົມມີການຫັນປ່ຽນໄປໃນທິດທາງທີ່ດີຂຶ້ນສັງ ຄົມໄດ້ໃຫ້ຄວາມສົນໃຈໃນການຮຽນລະດັບອາຊີວະສຶກສາ ແລະບັນດາວິຊາຊີບທີ່ສາມາດສ້າງວຽກເຮັດງານທໍາໄດ້ດ້ວຍຕົນເອງຫຼາຍຂຶ້ນ; ແຕ່ພ້ອມດຽວກັນນັ້ນ,ກໍ່ມີຫຼາຍຢ່າງເປັນສິ່ງທ້າທາຍເປັນຕົ້ນຄຸນນະພາບຢູ່ໃນຊັ້ນຮຽນ, ລະບົບການສຶກສາ ແລະ ຂົງເຂດຕ່າງໆ ຍັງມີຄຸນນະພາບບໍ່ທັນສູງຄວາມຫຼາກຫຼາຍຂອງສາຂາວິຊາ, ຄວາມສົນໃຈຂອງສັງຄົມທີ່ຈະຜະລິດບຸກຄະລາກອນໄປສູ່ຂົງເຂດການຜະລິດໂດຍກົງຍັງບໍ່ທັນຫຼາຍ; ກົນໄກ ແລະຊັບພະຍາກອນທີ່ຈະເອື້ອອໍານວຍໃນການຫັນໄປສູ່ຄຸນນະພາບໂດຍສະເພາະໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະຄະນິດສາດຍັງມີຄວາມຈໍາກັດຫຼາຍ.

  ຜົນສໍາເລັດດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ: ຍ້ອນແນວທາງຂອງພັກຖືການສຶກສາເປັນພາລະກິດຂອງມະຫາຊົນຍາມໃດກໍ່ຖືກຕ້ອງແລະຕ້ອງປັບປຸງຄຸນນະພາບການສຶກສາ, ຫັນປ່ຽນຈິນຕະນາການກໍ່ຄືຄ່ານິຍົມໃນການສຶກສາຫາກສັງຄົມບໍຫ້ການຮ່ວມມືແລ້ວຈະມີຄວາມຫຍຸ້ງຍາກ; ການພັດທະນາຊັບພະຍາກອນມະນຸດຕອບສະໜອງໃຫ້ໄດ້ຕາມຄວາມຕ້ອງການທີ່ເປັນຈິງໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະພັດທະນາຕາມທິດສີຂຽວ ແລະ ຍືນຍົງຈໍາເປັນຕ້ອງມີກົນໄກ ແລະ ຊັບພະຍາກອນຕອບສະໜອງທີ່ຈໍາເປັນໃນລະດັບໜຶ່ງຈຶ່ງຈະໄດ້ຮັບຜົນດີ.

-----------

ຂ່າວ: ຣັດສະໝີ ດວງສັດຈະ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ