ທຫລ.ຈສ ສຸມ​ໃສ່​ຄຸ້ມ​ຄອງ ແລະ​ແກ້​ໄຂ​ຮ້ານ​ແລກ​ປ່ຽນ

ຫົວໜ້າສາ​ຂາທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ພ​າກ​ໃຕ້ ແຂວງ​ຈຳ​ປາ​ສັກ (ທຫລ.ຈສ) ທ່ານ ນວນຕາ ແກ້ວມະນີ ໃຫ້ສຳ​ພາດພິ​ເສດ ຕໍ່​ຜູ້​ສື່​ຂ່າວ​ ວ່າ: ທ​ຫລ.ຈ​ສ ມີພາລະບົດບາດໃນການຄຸ້ມຄອງມະຫາພາກທາງດ້ານເງິນຕາ-ສິນເຊື່ອ ແລະ ການຊຳລະສະສາງຢູ່ 4 ແຂວງພາກໃຕ້​ມີ: ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື; ​ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ໃນ​ປີ 2022 ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດຫຼາຍ​ດ້ານ ເປັນ​ຕົ້ນ ​​ໄດ​້​ສຸມ​ໃສ່ຄຸ້ມ​ຄອງ ແລະ ແກ້​ໄຂ​ຮ້ານ​ແລກ​ປ່ຽນ​ເງິນ​ຕາໂດຍພາຍຫຼັງທີ່ ທ​ຫລ ໄດ້ປັບປຸງກົນໄກການຄຸ້ມຄອງທຸລະກິດແລກປ່ຽນເງິນຕາ ​​ແ​ລະ ໄດ້​ໂຈະ​ການ​ອອກ​ໜັງ​ສື​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ​ແລກ​ປ່ຽນ​ເງິນ​ຕາ​ ໃນ​ເດືອນມິ​ຖຸ​ນາ 2021 ແລະ ໄດ້ອອກ​ແຈ້ງການ​ເລກ​ທີ 758/ກນງ, ລົງ​ວັນ​ທີ 12 ກໍ​ລະ​ກົດ 2021 ແລະ ເລກ​ທີ 111/ທ​ຫລ, ລົງ​ວັນ​ທີ 12 ສິງ​ຫາ 2021 ເພື່ອຫັນຮ້ານແລກປ່ຽນເງິນຕາ ໄປເປັນຮ້ານຕົວແທນຂອງທະນາຄານທຸລະກິດໃນການດໍາເນີນທຸລະກິດແລກປ່ຽນເງິນຕາ ສົ່ງ​ຜົ​ນເຮັດ​ໃຫ້ 4 ແຂວງພາກ​ໃຕ້ມີ​ຮ້ານ​ແລກ​ປ່ຽນ​ ທີ່​ສຳ​ເລັດ​ການ​ເຊັນ​ສັນ​ຍາພຽງ​ແຕ່ 35 ຮ້ານ (ຈໍາປາສັກ 26 ຮ້ານ, ສາລະວັນ 6, ເຊກອງ 2 ແລະ ອັດຕະປື 1 ຮ້ານ) ຈາກ 48 ຮ້ານ ແລະ ສ່ວນ​ທີ່​ເຫຼືອ 13 ຮ້ານ (ຈໍາປາສັກ 10, ສາລະວັນ 1, ເຊກອງ 1 ແລະ ອັດຕະປື 1) ບໍ່​ສາ​ມາດ​ເຊັນ​ສັນ​ຍາເປັນຕົວແທນທະນາຄານທຸລະກິດໄດ້​ທັນ​ຕາມ​ແຈ້ງ​ການ​ຂອງ ທ​ຫລ ; ສະ​ນັ້ນ, ທ​ຫລ.ຈ​ສ ໄດ້ປະ​ສານ​ສົມ​ທົບ​ກັບເຈົ້າ​ໜ້າ​ທີ່ ແລະ ປ​ສກ ທ້ອງ​ຖິ່ນ ດຳ​ເນີນ​ການ​ຖອນ​ໃບ​ອະ​ນຸ​ຍາດ​ທຸ​ລະ​ກິດ​ແລກ​ປ່ຽນ​ເງິນ​ຕາ​ຂອງ​ຮ້ານ​ແລກ​ປ່ຽນ ທັງ​ໝົດ 13 ຮ້ານ ແລະ ປິດ​ຮ້ານ​ແລກ​ປ່ຽນ​ຕ່າງໆ ​ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ.

ນອກ​ຈາກ​ນັ້ນ, ທ​ຫລ.ຈ​ສ ໄດ້​ແຈ້ງ​ໃຫ້ທະນາຄານທຸລະກິດຕ້ອງເປັນເຈົ້າການຕິດຕາມກວດກາການເຄື່ອນໄຫວຂອງຮ້ານແລກປ່ຽນເງິນຕາຕົວແທນຂອງຕົນຢ່າງເຂັ້ມງວດ, ການຈຳກັດຂອບເຂດການເຄື່ອນໄຫວຂອງຮ້ານແລກປ່ຽນເງິນຕາຕົວແທນ ແລະ ໃຫ້ບັນດາທະນາຄານທຸລະກິດ ປະ​ເມີນ​ການ​ປະ​ຕິ​ບັດ​ສັນ​ຍາ​ຂອງ​ຮ້ານ​ແລກ​ປ່ຽນ​ເງິນ​ຕາ​ຕົວ​ແທນ ພ້ອມທັງໃຫ້ຈັດປະເພດບັນດາຮ້ານແລກປ່ຽນດັ່ງ ກ່າວ ​ຊຶ່ງ​ຜ່ານ​ການ​ສັງ​ລວມ​ລາຍ​ງານ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ ເຫັນ​ໄດ້​ວ່າ: ​ຮ້ານ​ແລກ​ປ່ຽນ​ເງິນ​ຕາ​ຕົວ​ແທນຈໍານວນ 35 ຮ້ານ ໃນນັ້ນ, ຖືກຈັດ​ໃນປະເພດ B ຈຳນວນ 30 ຮ້ານ ແລະປະເພດ C ຈໍານວນ 5 ຮ້ານ ​ຊຶ່ງ​ຮ້ານທີ່ຖືກຈັດປະເພດ C ​​ໄດ້​ຖືກຖອນໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາຕາມ​ການ​ຄົ້ນ​ຄວ້າ​ຂອງ ທ​ຫລ.

ມາ​ຮອດ​ທ້າຍ​ເດືອນ ຕຸ​ລາ 2022 ເພື່ອ​ແກ້​ໄຂ​ບັນ​ຫາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ບໍ​ລິ​ການ​ແລກ​ປ່ຽນ​ເງິນ​ຕາ​ທີ່ບໍ່​ສອດ​ຄ່ອງ​ກັບ​ລະ​ບຽບ​ກົດ​ໝາຍແນໃສ່​ຫັນ​ເອົາ​ການ​ບໍ​ລິ​ການ​ແລກ​ປ່ຽນ​ເງິນ​ຕາ ​ເຂົ້າ​ສູ່​ລະ​ບົບ​ທະ​ນາ​ຄານ; ທ​ຫລ.ຈ​ສ ​ໄດ້​ປະ​ຕິ​ບັດ​ຕາມ​ແຈ້ງ​ການ ເລກ​ທີ 1778/ກນງ ໃນ​ການ​ດຳ​ເນີນ​ການ​ຖອນ​ໃບ​ອະ​ນຸ​ຍາດ ແລະປິດ​ຮ້ານ​ແລກ​ປ່ຽນ​ເງິນ​ຕາ ​ທີ່ບໍ່ຄົບເງື່ອນໄຂ ​ບໍ່ໄດ້​ຕໍ່​ສັນ​ຍາເປັນຕົວແທນ​ກັບ​ທະ​ນາ​ຄານ​ທຸ​ລະ​ກິດ​ໃນ​ປີ 2022, ເຊິ່ງ​ໄດ້​ສຳ​ເລັດ​ການ​ອອກ​ແຈ້ງ​ການ​ເຖິງບັນ​ດາ​ຮ້ານ​ແລກ​ປ່ຽນຮັບ​ຊາບ ແລະ ​ຢຸດ​ຕິ​ການ​ດຳ​ເນີນ​ທຸ​ລະ​ກິດແລກປ່ຽນເງິນຕາ, ພ້ອມທັງ ແຈ້ງເຖິງອຳນາດການປົກຄອງ, ປະ​ສານ​ສົມ​ທົບ​ກັບເຈົ້າ​ໜ້າ​ທີ່​​ ປກ​ສ ແຕ່ລະທ້ອງ​ຖິ່ນລົງລຸ​ລ່ວງ​​ບັນ​ດາ​ຮ້ານ​ແລກ​ປ່ຽນດັ່ງ​ກ່າວ, ​ມາ​ຮອດ​ປະ​ຈຸ​ບັນ ຮ້ານ​ແລກ​ປ່ຽນ​ເງິນ​ຕາ​ຕົວ​ແທນ​ທະ​ນາ​ຄານ​ທຸ​ລະ​ກິດ​ ທີ່ໄດ້ຮັບອະນຸຍາດຈາກ ທຫລ ມີພຽງ​ 8 ຮ້ານ (ຕັ້ງ​ຢູ່​ແຂວງ​ຈຳປາ​ສັກ​ທັງ​ໝົດ)ຈາກຈຳນວນ 30 ຮ້ານ ແລະ ທ​ຫລ.ຈ​ສ ໄດ້​ສືບ​ຕໍ່​ຕິດ​ຕາມກວດ​ກາ​ຢ່າງໃກ້ຊິດຮ້ານ​ແລກ​ປ່ຽນ​ເງິນ​ຕາ​ຕົວ​ແທນ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດດັ່ງກ່າວເພື່ອຮັບປະກັນການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງວ່າ​ດ້ວຍ​ການ​ກຳ​ນົດ​ອັດ​ຕາ​ແລກ​ປ່ຽນ ເລກ​ທີ 779/ທ​ຫລ ທີ່​ກຳ​ນົດ​ໃຫ້​ຮ້ານ​ແລກ​ປ່ຽນຕ້ອງ​ກຳ​ນົດ​ອັດ​ຕາ​ຊື້​ເງິນ​ໂດ​ລາ​ຂອງ​ຕົນພາຍ​ໃນ​ຂອບ ±3% ທຽບ​ກັບ​ອັດ​ຕາ​ແລກ​ປ່ຽນ​ອ້າງ​ອີງ​ຂອງ ທ​ຫລ ແລະ ກຳ​ນົດ​ອັດ​ຕາ​ຊື້​ເງິນ​ຕາ​ຕ່າງ​ປະ​ເທດ​ສະ​ກຸນ​ອື່ນໆ ບໍ່​ເກີນ​ຂອບ​ອັດ​ຕາ​ແລກ​ປ່ຽນ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ຕົນ​ຂຶ້ນ​ກັບ ພ້ອມ​ນັ້ນຮ້ານ​ແລກ​ປ່ຽນ​ຕົວ​ແທນບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຂາຍ​ເງິນ​ຕາ​ຕ່າງ​ປະ​ເທດ.

ທ່ານຫົວໜ້າສາ​ຂາ ທ​ຫລ.ຈ​ສ ​ໄດ້ໃຫ້ຮູ້ຕື່ມອີກວ່າຜ່ານມາ ທຫລ.ຈສ ໄດ້ເອົາໃຈໃສ່ຊຸກຍູ້ ແລະນຳ​ພາສາຂາທະ​ນາ​ຄານ​ທຸ​ລະ​ກິດໃນການຈຳ​ໜ່າຍ​ພັນ​ທະ​ບັດ ທ​ຫລ ຕາມ​ແຈ້ງ​ການ​ ເລກ​ທີ 200/ຫກ, ລົງວັນ​ທີ 13 ມິ​ຖຸ​ນາ 2022 ກ່ຽວ​ກັບ​ກາ​ນ​ອອກ​ຈຳ​ໜ່າຍພັນ​ທະ​ບັດ ທ​ຫລ ເລີ່ມ​ແຕ່​ວັນ​ທີ 15 ມິ​ຖຸ​ນາ 2022 ເປັນ​ຕົ້ນ​ມາ​​ໃນງວດ​ທີ 1 ມູນ​ຄ່າ 5.000 ຕື້​ກີບ ຜ່ານ 9 ທະ​ນາ​ຄານ​ທຸ​ລະ​ກິດຕົວ​ແທນ, ​ຊຶ່ງ ​ທ​ຫລ.ຈ​ສ ໄດ້ຕິດ​ຕາມ ແລະ ສັງ​ລວມ​ລາຍ​ງານ​ສະ​ພາບ​ການຈຳ​ໜ່າຍ​ພັນ​ທະ​ບັດ​ຂອງສາ​ຂາ​ທະ​ນາ​ຄານ​ທຸ​ລະ​ກິດ​ຢູ່​ 4 ແຂວງພາກ​ໃຕ້ໃຫ້ ທ​ຫລ ​ສຳ​ນັກ​ງານ​ໃຫຍ່ເປັນ​ແຕ່​ລະ​ວັນ​, ມາຮອດ​ວັນ​ທີ 15 ພະ​ຈິກ 2022 ເຊິ່ງ​ເປັນ​ມື້​ປິດ​ການ​ຈຳ​ໜ່າຍທົ່ວ​ປະ​ເທດ​ສະ​ເພາະ​​ສາ​ຂາ​ທະ​ນາ​ຄານ​ທຸ​ລະ​ກິດ 4 ແຂວງ​ພາກ​ໃຕ້ ມູນຄ່າການຈຳໜ່າຍມີທັງໝົດ 572,19 ຕື້​ກີບ (ກວມ​ 12,44% ຂອງຍອດ​ການ​ຈຳໜ່າຍ​ພັນ​ທະ​ບັດ​ທັງ​ໝົດທົ່ວ​ປະ​ເທດ) ໃນ​ນີ້ ອັນດັບ ❶ ແມ່ນ ແຂວງຈຳປາ​ສັກ ກວມ​ 60% ຂອງຍອດ​ຂາຍ​ໃນ 4 ແຂວງ​ພາກ​ໃຕ້, ຮອງມາແມ່ນແຂວງອັດ​ຕະ​ປື ກວມ​ 17%, ❸ ສາ​ລະ​ວັນ ກວມ​ 12% ແລະ ❹ ແຂວງເຊກອງ ກວ​ມ​ 11% ແລະເຊິ່ງ​ທະ​ນາ​ຄານ​ທີ່​ຂາຍ​ພັນ​ທະ​ບັດ​ໄດ້ຫຼາຍກວ່າ​ໝູ່​ແມ່ນທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວມະ​ຫາ​ຊົນກວມ​ເອົາ 38% ຂອງຍອດ​ຂາຍ​ທັງ​ໝົດ​ໃນ 4 ແຂວງ​ພາກ​ໃຕ້.

ຂ່າວ-ພາບ: ຣັດ​ສະ​ໝີ ດວງ​ສັດ​ຈະ