ການສອນມະນຸດໃຫ້ຮູ້ຈັກຖິ້ມຂີ້ເຫຍື້ອເປັນທີ່ເປັນທາງຖືວ່າຍາກ, ຈາກມູມມອງດັ່ງກ່າວ, ບໍລິສັດເຮັດຄວາມສະອາດ ໂຄວິດ-ຄລີນນິ້ງ ຂອງປະເທດສະວີເດນ, ຈິ່ງທຳການຝຶກໂຕກາໃຫ້ເກັບຂີ້ເຫຍື້ອຕ່ອນເລັກຕ່ອນນ້ອຍທີ່ຖືກຖິ້ມຊະຊາຍຕາມທ້ອງຖະໜົນ, ຊຶ່ງໂຕກາກໍຈະໄດ້ຮັບອາຫານເປັນຄ່າຕອບແທນ.
ແມ່ຍິງຊາວແອຟຣິກາໃຕ້ໄວ 22 ປີຄົນໜຶ່ງ ຊຶ່ງມີເຊື້ອ HIV ທີ່ບໍ່ໄດ້ຮັບຢາ ແລະຕິດເຊື້ອໂຄວິດ-19 ເປັນເວລາ9ເດືອນ; ແຕ່ໃນໄລຍະເວລາດັ່ງກ່າວ, ເຊື້ອໂຄວິດ-19 ໃນຮ່າງກາຍຂອງນາງໄດ້ມີການກາຍພັນຢ່າງໜ້ອຍ 21 ຄັ້ງ.
ມີລາຍງານວ່າ ລາຄານໍ້າມັນດິບຊື້ຂາຍລ່ວງໜ້າ ( ວັນທີ 2 ກຸມພາ2022) ພຸ່ງທະລຸ 90ໂດລາສະຫະລັດຕໍ່ບາຣ໌ເຣລ (ຫົວໜ່ວຍວັດແທກຂອງແຫຼວ 1 ບາຣ໌ເຣລເທົ່າກັບ 42 ແກລລອນຫຼື ປະມານ158,97 ລິດ) ນັບເປັນລາຄານໍ້າມັນດິບທີ່ສູງທີ່ສຸດນັບແຕ່ເດືອນຕຸລາ 2014 ເປັນຕົ້ນມາ.
ອົງການອະນາໄມໂລກ (WHO) ກວດພົບຄົນຕິດເຊື້ອໂຄວິດ-19 ກາຍພັນ “ໂອມິຄຣອນສາຍພັນຍ່ອຍ” BA.2 ທີ່ຖືກຂະໜານນາມວ່າ “ໂອມິຄຣອນລ່ອງຫົນ” ເພີ່ມຂຶ້ນໃນທົ່ວໂລກ, ເຖິງແມ່ນວ່າຈະຍັງບໍ່ທັນຈັດໃຫ້ເປັນສາຍພັນທີ່ໜ້າກັງວົນ, ແຕ່ພາກສ່ວນກ່ຽວຂ້ອງກໍພວມຕິດຕາມຢ່າງໃກ້ຊິດ.
ນປີ 2021 ສປ ຈີນ ໄດ້ກາຍເປັນຕະຫຼາດບໍລິໂພກໃຫຍ່ອັນດັບ 2 ຂອງໂລກ, ຂະນະທີ່ຍອດມູນຄ່າການຄ້າສິນຄ້າແມ່ນຢູ່ໃນອັນດັບ 1 ຂອງໂລກ ເປັນໄລຍະເວລາ 5 ປີຕິດຕໍ່ກັນ.
ອົງການອະນາໄມໂລກ ຫຼື WHO, ອອກມາເຕືອນວ່າ: ຄວາມສ່ຽງຈາກໄວຣັສກາຍພັນ “ໂອມິຄຣອນ”
ການປິດໂຮງຮຽນເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19, ສົ່ງຜົນຕໍ່ເດັກນັກຮຽນຫຼາຍກວ່າ 616 ລ້ານຄົນໃນທົ່ວໂລກ, ຜົນກະທົບຈາກການລະບາດໄດ້ປິດກັ້ນການພັດທະນາທັກສະໂດຍພື້ນຖານ ແລະ ມີຜົນກະທົບຕໍ່ສຸຂະພາບຈິດ;
ສະວີເດນ ເລັ່ງຕາມຕົວຜູ້ຖືຜົນກວດໂຄວິດປອມ, ຊຶ່ງຄາດວ່າອາດເດີນທາງອອກໄປທ່ອງທ່ຽວຕາງແດນຈຳນວນຫຼາຍ.
“ເດລຕາຄຣອນ” (Deltacron) ບໍ່ມີຢູ່ຈິງ, ຈິ່ງຖືວ່າຈົບກະແສວິພາກວິຈານເລື່ອງການກຳເນີດໂຄວິດ-19 ລູກປະສົມ. ຈາກກໍລະນີທີ່ນັກວິທະຍາສາດມະຫາວິທະຍາໄລໄຊປຣັສ, ໄດ້ເຜີຍແຜ່ຂ່າວໄປທົ່ວໂລກວ່າ: ຄົ້ນພົບໄວຣັສກໍ່ໂຣກໂຄວິດສາຍພັນໃໝ່ຫຼ້າສຸດ ແລະ ຕັ້ງຊື່ໃຫ້ພ້ອມຮຽບຮ້ອຍວ່າ “ເດລຕາຄຣອນ”
ໃນຂະນະທີ່ຊາວໂລກສ່ວນໃຫຍ່ຕົກທຸກໄດ້ຍາກເພາະເກີດສະພາບລະບາດພະຍາດໂຄວິດ-19 ໃນໄລຍະ 2 ປີຜ່ານມາ, ແຕ່ຫາກວ່າກຸ່ມຄົນພຽງໜ້ອຍໜຶ່ງຊຶ່ງຈັດຢູ່ໃນລະດັບມະຫາເສດຖີ, ຊໍ້າພັດມີລາຍໄດ້ເພີ່ມຂຶ້ນເປັນ 2 ເທົ່າ, ດ້ວຍເມັດເງິນທີ່ໄຫຼເຂົ້າສູ່ຖົງໂດຍສະເລ່ຍ15 ພັນໂດລາສະຫະລັດຕໍ່ວິນາທີ