ນາຍົກລັດຖະມົນຕີອິນ ເດຍກ່າວສູນທອນພົດ ເນື່ອງ ໃນໂອກາດຄົບຮອບ 74 ປີ ທີ່ອິນ ເດຍໄດ້ຮັບເອກະລາດ ປະກາດ ທຸ້ມງົບມະຫານສານຫຼາຍກວ່າ 90 ພັນຕື້ຣູປີ ເພື່ອພັດທະນາໂຄງ ສ້າງພື້ນ ຖານເຖິງ 7 ພັນໂຄງການ ຊຶ່ງຈະຊ່ວຍກະຕຸ້ນເສດຖະກິດໃຫ້ ຂະຫຍາຍຕົວຫຼາຍຂຶ້ນ.
ກອງປະຊຸມປຶກສາຫາລືທາງອອນລາຍກ່ຽວກັບຂໍ້ຕົກລົງການຄ້າລະຫວ່າງອາເມລິກາ ແລະ ສປ ຈີນ ທີ່ຄາດວ່າດຳເນີນໃນວັນທີ 15 ສິງຫານັ້ນ ໄດ້ຖືກໂຈະໄວ້ 2 ຝ່າຍຍັງບໍ່ທັນມີຄວາມເປັນເອກະພາບກັນກ່ຽວກັບວັນເວລາທີ່ຈະຈັດກອງປະຊຸມປຶກສາຫາລືດັ່ງກ່າວ.
ກະຊວງສາທາລະນາສຸກ ສສ ຫວຽດນາມກຳລັງພິຈາລະນາຈັດຊື້ວັກແຊງຕ້ານໂຄວິດ-19 ຈຳນວນຫຼາຍ ເພື່ອໃຊ້ປ້ອງກັນເຊື້ອໄວຣັດໂຄວິດ-19 ຈາກຣັດ ເຊຍ ເຖິງແມ່ນວ່າທົ່ວໂລກຍັງສົງໄສເລື່ອງປະສິດພາບ ແລະຄວາມປອດໄພ.
ຕຳຫຼວດໂຮນລັງບຸກທຳລາຍໂຮງງານຜະລິດຢາເສບຕິດປະເພດໂຄເຄນ ໃນເມືອງຊົນນະບົດທາງພາກເໜືອ ໂດຍໂຮງງານແຕ່ກ່ອນເປັນຄອກມ້າແຂງ ແຕ່ປ່ຽນເປັນໂຮງຮຽນສອນຂັບລົດຕົບຕາຕໍາຫຼວດ ນັບເປັນໂຮງ
ວັນທີ 13 ສິງຫານີ້ ທີ່ຜ່ານມາ ກະຊວງການຕ່າງປະເທດສະຫະລັດ ອາຣັບອາມິເຣດ(ຢູເອອີ)ອອກຖະແຫຼງການວ່າ, ການພົວພັນລະຫວ່າງ ຢູເອອີ ກັບ ອິດສະຣາແອນໄດ້ຟື້ນຟູສູ່ຄວາມເປັນປົກກະຕິຢ່າງຮອບດ້ານ
ຕາມການລາຍງານລະບຸວ່າ ລາຄາວັກແຊງຕ້ານພະຍາດໂຄວິດ-19 ຂອງຣັດເຊຍ ຈະມີລາຄາຢ່າງໜ້ອຍ 5 ໂດລາສະຫະລັດຕໍ່ໂດສ.
ເກີດເຫດຝົນຕົກລົງມາຢ່າງໜັກໃນພາກໃຕ້ຂອງອິນເດຍເຈົ້າໜ້າທີ່ກູ້ໄພ ແລະອາສາສະໝັກພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 43 ຄົນ ແລະສູນຫາຍ 25 ຄົນ.
ສິງກະໂປທຳລາຍງາຊ້າງ ຜິດກົດໝາຍທີ່ຢຶດໄດ້ 9 ໂຕນ ແລະງາຊ້າງທີ່ຕັດມາຈາກຊ້າງ ອາຟຣິກາ ຫຼາຍກວ່າ 300 ໂຕ ໃນວັນທີ 11 ສິງຫາທີ່ຜ່ານມາຖືວ່າເປັນຄວາມເຄື່ອນໄຫວຕໍ່ຕ້ານ ການຄ້າງາຊ້າງຄັ້ງໃຫຍ່ສຸດຂອງ ໂລກໃນຮອບຫຼາຍປີທີ່ຜ່ານມາ.
ໃນໄລຍະ 7 ເດືອນຕົ້ນປີ 2020 ນີ້ ສສ ຫວຽດນາມສົ່ງ ອອກພືດຜັກບັນລຸເກືອບ 2 ຕື້ໂດລາສະຫະລັດ ຫຼຸດລົງຫຼາຍກວ່າ 12% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງ ປີ 2019.
ວັນທີ 10 ສິງຫາທີ່ຜ່ານມາສະຫະພາບເອີຣົບ (ອີຢູ) ປະກາດອະນຸຍາດໃຫ້ຜູ້ເດີນທາງຈາກ 11 ປະເທດນອກສະຫະພາບເອີຣົບເດີນທາງເຂົ້າເອີຣົບໄດ້.