ຜົນການສຳຫຼວດຂອງອົງການອະນາໄມໂລກຊີ້ໃຫ້ເຫັນວ່າ: ລະບົບສາທາລະນະສຸກພື້ນຖານ 92% ໃນ 129 ປະເທດທີ່ມີການເກັບຂໍ້ມູນ, ຍັງຄົງຖືກແຮງຕ້ານທານຢ່າງໜັກຈາກການລະບາດຂອງພະຍາດໂຄວິດ-19.
ນັບເປັນເວລາເກືອບ 2 ປີ ທີ່ເກາະດອນບາຫຼີໄດ້ປິດຕົວລົງເນື່ອງຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19, ຫຼ້າສຸດ ເມື່ອວັນທີ 3 ກຸມພາ 2022 ຜ່ານມາ ເກາະດອນບາຫຼີ ກໍໄດ້ເປີດຮັບນັກທ່ອງທ່ຽວຕ່າງຊາດ, ຊຶ່ງນັບເປັນແຂກຕ່າງດ້າວທ້າວຕ່າງແດນກຸ່ມທຳອິດທີ່ໄດ້ເຂົ້າໄປໃນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງອິນໂດນີເຊຍ.
ຖືເປັນການປ່ຽນຮູບແບບໜ້າກາກອະນາໄມແບບປິດດັງລົງເຖິງຄາງ, ໂດຍບໍລິສັດແຫ່ງໜຶ່ງຂອງ ສ.ເກົາຫຼີ ໄດ້ປະດິດໜ້າກາກອະນາໄມແບບໃໝ່ຊຶ່ງຫວັງວ່າຈະຊ່ວຍໃຫ້ຜູ້ສວມໃສ່ສາມາດກິນເຂົ້າໄດ້ຢ່າງສະດວກສະບາຍ.
ຂະນະນີ້, ຫຼາຍປະເທດທົ່ວໂລກເລີ່ມຜ່ອນຄາຍມາດຕະການປ້ອງກັນໂຄວິດ ເຫັນໄດ້ຈາກການທີ່ຜູ້ຄົນກັບມາໃຊ້ຊີວິດຕາມປົກກະຕິ, ເປັນຕົ້ນກໍແມ່ນການປາຣ໌ຕີ້-ສັງສັນ ທີ່ເຮັດໃຫ້ຄົນສ່ວນຫຼາຍຕ້ອງຖອດໜ້າກາກອະນາໄມ ແລະ ໃກ້ຊິດກັນຈົນໜ້າກັງວົງໃຈ;
ກຳລັງເປັນທີ່ຕິດຕາມຂອງວົງການແພດ, ສຳລັບເຊື້ອໂອມິຄຣອນລ່ອງຫົນ ຊຶ່ງພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍໃນ 57 ປະເທດ ໃນນັ້ນ,
ການສອນມະນຸດໃຫ້ຮູ້ຈັກຖິ້ມຂີ້ເຫຍື້ອເປັນທີ່ເປັນທາງຖືວ່າຍາກ, ຈາກມູມມອງດັ່ງກ່າວ, ບໍລິສັດເຮັດຄວາມສະອາດ ໂຄວິດ-ຄລີນນິ້ງ ຂອງປະເທດສະວີເດນ, ຈິ່ງທຳການຝຶກໂຕກາໃຫ້ເກັບຂີ້ເຫຍື້ອຕ່ອນເລັກຕ່ອນນ້ອຍທີ່ຖືກຖິ້ມຊະຊາຍຕາມທ້ອງຖະໜົນ, ຊຶ່ງໂຕກາກໍຈະໄດ້ຮັບອາຫານເປັນຄ່າຕອບແທນ.
ແມ່ຍິງຊາວແອຟຣິກາໃຕ້ໄວ 22 ປີຄົນໜຶ່ງ ຊຶ່ງມີເຊື້ອ HIV ທີ່ບໍ່ໄດ້ຮັບຢາ ແລະຕິດເຊື້ອໂຄວິດ-19 ເປັນເວລາ9ເດືອນ; ແຕ່ໃນໄລຍະເວລາດັ່ງກ່າວ, ເຊື້ອໂຄວິດ-19 ໃນຮ່າງກາຍຂອງນາງໄດ້ມີການກາຍພັນຢ່າງໜ້ອຍ 21 ຄັ້ງ.
ມີລາຍງານວ່າ ລາຄານໍ້າມັນດິບຊື້ຂາຍລ່ວງໜ້າ ( ວັນທີ 2 ກຸມພາ2022) ພຸ່ງທະລຸ 90ໂດລາສະຫະລັດຕໍ່ບາຣ໌ເຣລ (ຫົວໜ່ວຍວັດແທກຂອງແຫຼວ 1 ບາຣ໌ເຣລເທົ່າກັບ 42 ແກລລອນຫຼື ປະມານ158,97 ລິດ) ນັບເປັນລາຄານໍ້າມັນດິບທີ່ສູງທີ່ສຸດນັບແຕ່ເດືອນຕຸລາ 2014 ເປັນຕົ້ນມາ.
ອົງການອະນາໄມໂລກ (WHO) ກວດພົບຄົນຕິດເຊື້ອໂຄວິດ-19 ກາຍພັນ “ໂອມິຄຣອນສາຍພັນຍ່ອຍ” BA.2 ທີ່ຖືກຂະໜານນາມວ່າ “ໂອມິຄຣອນລ່ອງຫົນ” ເພີ່ມຂຶ້ນໃນທົ່ວໂລກ, ເຖິງແມ່ນວ່າຈະຍັງບໍ່ທັນຈັດໃຫ້ເປັນສາຍພັນທີ່ໜ້າກັງວົນ, ແຕ່ພາກສ່ວນກ່ຽວຂ້ອງກໍພວມຕິດຕາມຢ່າງໃກ້ຊິດ.
ນປີ 2021 ສປ ຈີນ ໄດ້ກາຍເປັນຕະຫຼາດບໍລິໂພກໃຫຍ່ອັນດັບ 2 ຂອງໂລກ, ຂະນະທີ່ຍອດມູນຄ່າການຄ້າສິນຄ້າແມ່ນຢູ່ໃນອັນດັບ 1 ຂອງໂລກ ເປັນໄລຍະເວລາ 5 ປີຕິດຕໍ່ກັນ.