ສຳນັກຂ່າວຊີເອັນບີຊີລາຍງານວ່າຫຸ້ນເນັດຟລິກຊນັບເປັນຫຸ້ນທີ່ປັບຕົວດີທີ່ສຸດໃນຮອບ 1 ທົດສະວັດໂດຍໃຫ້ຜົນຕອບແທນຫຼາຍກວ່າ 4.000% ທັງນີ້ ໃນໄລຍະຕົ້ນທົດສະວັດ 2010 ເນັດ ຟລິກຊ ມີສະມາຊິກພຽງ 12 ລ້ານຄົນ ແລະ ມີມູນຄ່າຕະຫຼາດບໍ່ທໍ່ໃດຕື້ໂດລາສະຫະລັດ.
ທ່ານ ເດນນິສ ມຸຍເລນເບີກ ປະທານເຈົ້າໜ້າທີ່ຄະນະບໍລິຫານ (ຊີອີໂອ) ບໍລິສັດໂບອິ້ງ ປະກາດລາອອກໃນວັນທີ 23 ທັນວາ ມີຜົນໃນທັນທີຫຼັງຈາກທີ່ໂບອິ້ງຕ້ອງປະເຊີນກັບວິກິດອັນເກີດຈາກເຫດເຮືອບິນລຸ້ນ 737 ແມ໊ກຊຕົກເຖິງສອງຄັ້ງ ແລະ ຍອດຂາຍຂອງບໍລິສັດຫຼຸດລົງຕໍ່ເນື່ອງ.
ປະຕິເສດບໍ່ໄດ້ວ່າ ສປ ຈີນ ເຄີຍເປັນປະເທດທຸກຍາກປະຊາຊົນອຶດຫິວລົ້ມຕາຍຫຼາຍລ້ານຄົນແຕ່ປະຈຸບັນເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ແລະ ມີແຜນກ້າວເປັນເບີ 1 ໃຫ້ໄດ້ແຕ່ຄວາມຝັນນີ້ຍັງມີອຸປະສັກຫຼວງຫຼາຍໃຫ້ຟັນຝ່າ
ສຳນັກອຸຕຸນິຍົມວິທະຍາອົດສະຕຣາລີເປີດເຜີຍວ່ານັບຕັ້ງແຕ່ວັນທີ 18 ທັນວາ ເປັນຕົ້ນໄປອົດສະຕຣາລີຈະມີຄື້ນຄວາມຮ້ອນປົກຄຸມຫຼາຍພື້ນທີ່ຄາດວ່າ ອຸນຫະພູມຈະສູງເຖິງ 50,7 ອົງສາເຊ.
ວັນທີ 17 ທັນວາ ກຸ່ມຜູ້ປະທ້ວງໃນໂກໂລມບີລວມຕົວກັນຊຸມນຸມ ເນື່ອງຈາກບໍ່ເຫັນດີກັບແຜນການປະຕິຮູບພາສີອ້າງວ່າເອື້ອປະໂຫຍດຕໍ່ນາຍທຶນ.
ຕາມຂ່າວຕ່າງປະເທດລາຍງານວ່າທີ່ນະຄອນຫຼວງໂບໂກຕາ ຂອງໂກໂລມບີກຸ່ມຜູ້ປະທ້ວງຊຶ່ງປະກອບດ້ວຍສະມາຊິກສະຫະພາບແຮງງານ, ນັກສຶກສາ
ລັດຖະບານເມັກຊິກເຫັນດີທີ່ຈະຂຶ້ນຄ່າແຮງງານຂັ້ນຕໍ່າລາຍວັນຕື່ມອີກ 20% ຊຶ່ງເປັນການປັບຂຶ້ນຄ່າແຮງງານຂັ້ນຕໍ່າເປັນຄັ້ງທີ 2 ຕິດຕໍ່ກັນດ້ານຜູ້ຊ່ຽວຊານລະບຸວ່າການຂຶ້ນດອກເບ້ຍໃນຄັ້ງນີ້ອາດເຮັດໃຫ້ທະນາຄານກາງຄວບຄຸມອັດຕາເງິນເຟີ້ພື້ນຖານໄດ້ລໍາບາກ.
ອາເມລິກາກຽມຂຶ້ນພາສີນໍາເຂົ້າສິນຄ້າ ຈາກສະຫະພາບເອີຣົບ (ອີຢູ) ໃນອັດຕາທີ່ສູງ ເຖິງ 100% ເພື່ອໂຕ້ຕອບກໍລະນີພິພາກເງິນອຸດ ໜູນແອບັສ.
ຕາມຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ດ້ານການຄ້າຂອງອາເມລິກາກຳລັງພິຈາລະນາທີ່ຈະເກັບພາສີນໍາເຂົ້າສິນຄ້າຈາກອີຢູໃນອັດຕາສູງເຖິງ 100%
ເກີດເຫດແຜ່ນດິນໄຫວຮຸນແຮງຢູ່ເກາະມິນດາເນົາ ທາງພາກໃຕ້ຂອງຟິລິບປິນວັດແທກແຮງສັ່ນສະເທືອນໄດ້ 6,8 ຣິກເຕີ ເບື້ອງຕົ້ນມີລາຍງານເສຍຊີວິດຢ່າງໜ້ອຍ 3 ຄົນ.
ເຈົ້າໜ້າທີ່ອິນໂດເນເຊຍເປີດເຜີຍໃນວັນທີ 15 ທັນວາວ່າ ມີໝູລົ້ມຕາຍຫຼາຍກວ່າ 27 ພັນໂຕ ແລະອີກຫຼາຍພັນໂຕຕົກຢູ່ໃນຄວາມສ່ຽງຈາກການລະບາດຂອງພະຍາດອະຫິວາໝູໃນແຂວງສຸມານຕາເໜືອເທິງເກາະສຸມານຕາຂອງອິນໂດເນເຊຍ.
ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ກຳລັງມານະພະຍາຍາມຜັນຂະຫຍາຍບັນດາວຽກງານທີ່ຈຳເປັນ ເພື່ອປະຕິບັດສັນຍາ ສະບັບຕ່າງໆ ແລະໜູນຊ່ວຍວິສາຫະກິດໃນການຂຸດຄົ້ນຜົນປະໂຫຍດທີ່ ບັນດາ FTA.