ກອງປະຊຸມຄະນະກຳມະການເຈລະຈາດ້ານການຄ້າ RCEP ຄັ້ງທີ 29 ຄາດວ່າຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 23–27 ມີນາຢູ່ຈາກາຕາ, ປະເທດອິນໂດເນເຊຍກໍຈະໄດ້ຈັດຕັ້ງຕາມຮູບການທາງອອນລາຍ.
ອ້າງຕາມຂໍ້ມູນຈາກອົງການອະນາໄມໂລກວັນທີ 17 ມີນານີ້ ລະບຸວ່າ: ສະຖານະການແຜ່ລະບາດເຊື້ອພະຍາດໂຄໂຣນາສາຍພັນໃໝ່ ຫຼືໂຄວິດ-19 ບໍ່ມີທ່າອຽງຈະຫຼຸດຜ່ອນລົງໂດຍສະເພາະໃນເອີຣົບຫຼັງຈາກເຢຍລະມັນ ແລະອັງກິດປະກາດເຂັ້ມງວດມາດຕະການຕໍ່ສູ້ກັບໂຄວິດ-19 ຢ່າງເຂັ້ມແຂງ.
ທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ປະກາດຫຼຸດດອກເບ້ຍເພື່ອປົກປ້ອງເສດຖະກິດເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ.
ການແຫ່ກັກຕຸນສິນຄ້ານັບຕັ້ງແຕ່ຍີ່ປຸ່ນໄທໄປຈົນເຖິງອິນເດຍສະທ້ອນສະພາບຄວາມຢ້ານກົວ ແລະຕື່ນຕົກໃຈຂອງຜູ້ຄົນທີ່ວ່າຈະເກີດການຂາດແຄນສິ່ງຂອງອຸປະໂພກບໍລິໂພກທ່າມການສະຖານະການການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 (ໂຄວິດ-19).
ນັບແຕ່ເວລາ 00 ໂມງ ວັນທີ 12 ມີນາ, ສສ ຫວຽດນາມ ຢຸດອອກວີຊ່າໃຫ້ພົນລະເມືອງ 8 ປະເທດ ເພາະວ່າມີຄວາມກັງວົນກ່ຽວກັບພະຍາດໂຄວິດ-19 ພວມແຜ່ລະບາດໜັກ.
ອົງການອະນາໄມໂລກປະກາດໃຫ້ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ເປັນການລະບາດໃຫຍ່ລະດັບໂລກຫຼັງຈາກເຊື້ອພະຍາດລຸກລາມໄປໃນ 118 ປະເທດ ແລະດິນແດນທົ່ວໂລກ.