ອາຊຽນ-ອີຢູ ໜູນຄົນຮຸ່ນໃໝ່ຮ່ວມພາລະກິດບັນລຸເປົ້າໝາຍ ເອສດີຈີ

ເວທີປະຊຸມອາຊຽນ-ອີຢູດ້ານການພັດທະນາທີ່ຍືນຍົງໜູນຄົນຮຸ່ນໃໝ່ຮ່ວມພາລະກິດບັນລຸເປົ້າໝາຍເອສດີຈີສ້າງລະບົບເສດຖະກິດສີຂຽວເປັນມິດຕໍ່ສິ່ງແວດລ້ອມເຊື່ອມໂຍງການຄ້າສອງພາກພື້ນ.

ພາວະໂລກຮ້ອນ ເຮັດໃຫ້ໝີຂົ້ວໂລກຈ່ອຍແຫ້ງ ເກີດລູກໜ້ອຍ

  ສຳນັກຂ່າວຕ່າງປະເທດ ລາຍງານວ່າ ຜົນການຄົ້ນຄວ້າ ຊຶ່ງໄດ້ຈັດພີມໃນວາລະສານນິເວດວິທະຍາ Ecological Appli cations ສະແດງໃຫ້ເຫັນວ່າໝີ ຂົ້ວໂລກເລີ່ມຈ່ອຍແຫ້ງ ແລະມີລູກໜ້ອຍລົງ ຊຶ່ງທັງສອງຢ່າງລ້ວນແຕ່ກ່ຽວຂ້ອງກັບການລະລາຍ ຂອງນໍ້າກ້ອນຂົ້ວໂລກ.

ຫົວເຫວີຍກຽມຕັ້ງຖານການຜະລິດໃນເອີຣົບ ສ້າງຄວາມເຊື່ອໝັ້ນຄວາມປອດໄພ 5ຈີ

ບໍລິສັດຫົວເຫວີຍຊຶ່ງເປັນບໍ ລິສັດໂທລະຄົມນາຄົມລາຍໃຫຍ່ ຂອງ ສປ ຈີນ ເປີດເຜີຍວ່າບໍລິສັດ ໄດ້ຕັດສີນໃຈທີ່ຈະຕັ້ງຖານການຜະ ລິດສິນຄ້າທີ່ໃຊ້ເທກໂນໂລຊີ 5ຈີ ຂຶ້ນໃນເອີຣົບເພື່ອທີ່ຈະມີຜະລິດ ຕະພັນທີ່ໃຊ້ເທກໂນໂລຊີ 5ຈີ ທີ່ ຜະລິດຂຶ້ນໃນເອີຣົບຢ່າງແທ້ຈິງ

ອັງກິດຜ່ານດ່ານເບຣັກຊິດທຳອິດ ແຕ່ຍັງມີດ່ານເຈລະຈາຂໍ້ຕົກລົງອີຢູປີນີ້

ອັງກິດໄດ້ແຍກຕົວຢ່າງເປັນ ທາງການອອກຈາກສະຫະພາບ ເອີຣົບ (Brexit) ເມື່ອວັນທີ 31 ມັງກອນຫຼັງຈາກນັ້ນກໍໄດ້ເລີ່ມເຂົ້າສູ່ຊ່ວງເວລາການປ່ຽນຜ່ານ 11 ເດືອນຈົນເຖິງທ້າຍປີນີ້ ເພື່ອເຮັດການເຈລະຈາກັບສະຫະພາບເອີຣົບ (EU) ໃນປະເດັນຕ່າງໆນັບຕັ້ງແຕ່ ການຄ້າໄປຈົນເຖິງຄວາມໝັ້ນຄົງ.

ເສຍຫາຍສຸດໃນຮອບ 10 ປີ ເສດຖະກິດມາເລເຊຍ ກຽມຮັບມືກັບໄວຣັດຄຸກຄາມ

 ການເຕີບໂຕທາງເສດຖະກິດຂອງປະເທດມາເລເຊຍ ຊ້າລົງໃນລະດັບຕໍ່າທີ່ສຸດໃນຮອບ 10 ປີ ໃນໄລຍະໄຕມາດທີ 4 ຂອງປີ 2019 ການ ເຕີບໂຕຂອງເສດຖະກິດຊ້າລົງເຖິງ 3,6% ຊຶ່ງເປັນລະດັບຕໍ່າສຸດນັບຕັ້ງ ແຕ່ທ້າຍປີ 2009 ຊຶ່ງເປັນຊ່ວງວິກິດການການເງິນໂລກແມ່ນຮຸນແຮງທີ່ສຸດ.

ຄວາມຕ້ອງການໄຟຟ້າໃນອຸດສາຫະກຳຂອງຈີນ ອາດຈະຫຼຸດລົງຍ້ອນໂຮງງານຖືກປິດເປັນເວລາດົນ

 ສຳນັກຂ່າວສານຕ່າງປະເທດລາຍງານວ່າ ບໍລິສັດ IHS Markit ຜູ້ນຳດ້ານຂໍ້ມູນວິເຄາະທາງທຸລະກິດຄາດຄະເນວ່າ ຄວາມຕ້ອງການພະລັງງານໄຟຟ້າໃນຂະແໜງອຸດສາຫະກຳຂອງ ສປ ຈີນ ໃນປີ 2020 ອາດຈະຫຼຸດລົງເຖິງ 73 ຕື້ກິໂລວັດໂມງ ຫຼື 1,5% ຂອງ ການນຳໃຊ້ໄຟ ຟ້າໃນຂະແໜງອຸດສາຫະກຳ

Coca-Cola ສືບຕໍ່ຜະລິດ ເມື່ອຜູ້ບໍລິໂພກຕ້ອງການໃຊ້ຂວດພລາສຕິກ

 ອຸດສາຫະກຳເຄື່ອງດື່ມ ແມ່ນໜຶ່ງໃນອຸດສາຫະກຳ ທີ່ນຳໃຊ້ພລາສຕິກຫຼາຍ ໃນຂະບວນການຜະລິດ ເຊັ່ນ Coca-Cola ເຊິ່ງໃນແຕ່ລະປີ ມີການຜະລິດພລາສຕິກປະມານ 3 ລ້ານໂຕນ ຫຼືສະເລ່ຍ 2 ແສນຂວດຕໍ່ນາທີ.

ແຫຼ່ງທີ່ມາຂອງການລະບາດໄວຣັສຄັ້ງໃຫຍ່ໃນຮອບເກືອບ 20 ປີ

 ສຳນັກຂ່າວອອນລາຍຕ່າງປະເທດລາຍງານວ່າ ການແຜ່ລະບາດຂອງເຊື້ອໄວຣັສສ່ວນຫຼາຍ ແມ່ນມາຈາກສັດ ກ່ອນການແຜ່ລະບາດຂອງພະຍາດເຂົ້າໄປໃນຮ່າງກາຍຂອງມະນຸດ 'SARS' ຫຼືພະຍາດລະບົບຫາຍໃຈຮ້າຍແຮງ ທີ່ເກີດຈາກເຊື້ອໄວຣັສໃນຕະກຸນໂຄໂຣນາ ເຊັ່ນ SARS-CoV ເຊິ່ງເຄີຍແຜ່ລາມຢ່າງ

ແຜ່ນດີນໄຫວລະດັບ 7,7 ສັ່ນສະເທືອນທະເລຄາຣິບບຽນ ມີການເຕືອນໄພຄື້ນສຸນາມິ

 ສຳນັກສຳຫຼວດທໍລະນີສາດແຫ່ງຊາດຂອງອາເມລິກາ ລາຍງານວ່າ: ເວລາປະມານ 2:10 ໂມງ ຂອງວັນພຸດ ທີ 29 ມັງກອນ 2020 ເວລາປະເທດລາວ ໄດ້ເກີດແຜ່ນດິນໄຫວລະດັບ 7,7 ແມັກນິຈູດ ໃນທະເລຄາຣິບບຽນ ສູນກາງແມ່ນຢູ່ລະຫວ່າງປະເທດຈາໄມກາ, ໝູ່ເກາະເຄແມນ ແລະປະເທດຄິວບາ ທີ່ມີ

ຈີນເລີ່ມພັດທະນາຢາປ້ອງກັນເຊື້ອໄວຣັສ ໂຄໂຣນາ

  ທ່ານ ຊູ ເຫວິນໂປ ຫົວໜ້າສະຖາບັນຄວບຄຸມ ແລະປ້ອງກັນໄວຣັສ ສັງກັດສູນຄວບຄຸມ ແລະປ້ອງ ກັນພະຍາດແຫ່ງຊາດ ສປ ຈີນ, ຕອນນີ້ CDC ໄດ້ເລີ່ມ ແຍກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ແລ້ວ ແລະປະຈຸບັນກຳລັງລະບຸຕົ້ນກຳເນີດຂອງສາຍພັນ Novel Coronavirus ພ້ອມທັງຍັງກຳລັງຄັດເລືອກຢາໃນການຮັກສາພະຍາດປອດອັກເສບ ທີ່ເປັນສາເຫດມາ ຈາກໄວຣັສດັ່ງກ່າວ.