ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍເດີນ ທາງໄປຢ້ຽມຢາມຊາອຸດິດອາຣັບ ບີ ເປັນເທື່ອທຳອິດນັບຕັ້ງແຕ່ປີ 2007 ເພື່ອຮັດແໜ້ນ ແລະຍົກ ລະດັບຄວາມສຳພັນລະດັບທະວີ ພາຄີຫຼາຍດ້ານ ໂດຍສະເພາະດ້ານ ພະລັງງານ.
ຜູ້ນໍາ ສສ ຫວຽດນາມໝັ້ນ ໃຈວ່າ ຈີດີພີ ປີ 2019 ນີ້ຈະເຕີບ ໂຕຕາມເປົ້າໝາຍທີ່ຕັ້ງໄວ້ 6,8% ແຕ່ນັກເສດຖະສາດສະແດງຄວາມ ກັງວົນຕໍ່ຜົນກະທົບຈາກເສດຖະກິດ ສປ ຈີນ ລໍຕົວລົງ.
ສິງກະໂປຫຼຸດຜ່ອນນະໂຍບາຍການເງິນໃນຮອບຫຼາຍກວ່າ 3 ປີ ເນື່ອງຈາກສົງ ຄາມການຄ້າອາມລິກາ-ສປ ຈີນ ເລີ່ມສົ່ງຜົນກະທົບ.
ຕາມຂ່າວຕ່າງປະເທດລາຍງານວ່າ ທະນາຄານກາງຂອງສິງກະໂປຮ່ວມກັບປະເທດອື່ນໆທົ່ວໂລກຕັ້ງແຕ່ເອີຣົບເຖິງອາເມລິກາພາກັນຫຼຸດຜ່ອນນະໂຍບາຍເນື່ອງ
ຕາມການເປີດເຜີຍຂອງລັດຖະບານກຳປູເຈຍລະບຸວ່າ ກຳປູເຈຍດຶງດູດເງິນລົງທຶນຈາກ ສປ ຈີນ ປະມານ 7,9 ຕື້ໂດລາສະຫະລັດ ໃນລະຫວ່າງປີ 2016 ເຖິງເດືອນສິງຫາປີ 2019.
ບໍລິສັດຊຳຊຸງອິເລັກໂຕນິກລາຍງານວ່າກຳໄລຈາກຜົນປະກອບການໃນໄຕມາດ 3 ທີ່ສິ້ນສຸດໃນເດືອນກັນຍາທີ່ຜ່ານມາມີທ່າອຽງຫຼຸດລົງຫຼາຍກວ່າເຄິ່ງໜຶ່ງເມື່ອທຽບກັບປີທີ່ຜ່ານມາ.
ສປ ຈີນ ເລີ່ມທົດລອງທາງລົດໄຟຄວາມໄວສູງປັກກິ່ງ-ຈາງເຈຍໂຂ່ວ ເພື່ອຄົ້ນຄວ້າ ແລະແກ້ໄຂຈຸດທີ່ມີບັນຫາກ່ອນຈະມີການໃຊ້ແລ່ນປົກກະຕິ.
ຕອນເຊົ້າວັນທີ 8 ຕຸລາ ຢູ່ຮ່າໂນ້ຍ ໄດ້ເປີດຕະຫຼາດນັດສາກົນສິນຄ້າອຸດສາຫະກຳ ສສ ຫວຽດ ນາມ 2019 ໂດຍພາຍໃນງານຕະຫຼາດນັດມີການເຄື່ອນໄຫວສົ່ງເສີມການລົງທຶນ ແລະການຄ້າປະຈຳປີສະເພາະກ່ຽວກັບເຄື່ອງຈັກ ແລະອຸປະກອນອຸດສາຫະກຳ.
ເຫັດພິດປະກາຣັງໄຟໜຶ່ງໃນເຫັດສາຍພັນອັນຕະລາຍທີ່ສຸດໃນໂລກຖ້າຫຼົງສຳພັດອາດເຖິງຕາຍຖືກຄົ້ນພົບໃນອົດສະຕຣາລີເປັນເທື່ອທຳອິດທັງທີ່ມີຖິ່ນຕົ້ນກຳເນີດຕາມທຳມະຊາດຢູ່ພູແຖບຍີ່ປຸ່ນ ແລະ ສ.ເກົາຫຼີ.
ທ່ານ Stephanie Grishan ເລຂານຸການຂ່າວສານທຳນຽບຂາວໃຫ້ຮູ້ວ່າເນື້ອໃນຂອງການເຈລະຈາການຄ້າຮອບໃໝ່ລະຫວ່າງ ສປ ຈີນ ແລະ ອາເມລິກາຈະລວມມີການຖ່າຍທອດເຕັກໂນໂລຊີແບບບັງຄັບ, ສິດຊັບສິນທາງປັນຍາ, ການບໍລິການ, ຮົ້ວປອດພາສີ, ກະສິກຳ ແລະບັນດາມາດຕະການປະຕິບັດ.
ທ້າຍອາທິດທີ່ຜ່ານມາເກີດເຫດບໍ່ຄຳຖະຫຼົ່ມຢູ່ກົງໂກສົ່ງຜົນເຮັດໃຫ້ກຳມະກອນໃນບໍ່ຄຳເສຍຊີວິດຢ່າງໜ້້ອຍ 16 ຄົນ .ຕາມຂ່າວຕ່າງປະເທດລາຍງານວ່າເຈົ້າໜ້າທີ່ລະດັບສູງຂອງກົງໂກໃຫ້ຮູ້ວ່າ:ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະບາດເຈັບໜັກ 3 ຄົນຈາກອຸບັດເຫດບໍ່ຄຳຖະຫຼົ່ມຢູ່ເມືອງກຳເຟນ,ຫ່າງຈາກ