ໃນໄລຍະ 7 ເດືອນຕົ້ນປີ 2020 ນີ້ ສສ ຫວຽດນາມສົ່ງ ອອກພືດຜັກບັນລຸເກືອບ 2 ຕື້ໂດລາສະຫະລັດ ຫຼຸດລົງຫຼາຍກວ່າ 12% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງ ປີ 2019.
ວັນທີ 10 ສິງຫາທີ່ຜ່ານມາສະຫະພາບເອີຣົບ (ອີຢູ) ປະກາດອະນຸຍາດໃຫ້ຜູ້ເດີນທາງຈາກ 11 ປະເທດນອກສະຫະພາບເອີຣົບເດີນທາງເຂົ້າເອີຣົບໄດ້.
ມູນຄ່າການສົ່ງອອກເຂົ້າຂອງ ສສ ຫວຽດນາມ ໃນໄລຍະ 8 ເດືອນຕົ້ນປີ 2020 ບັນລຸ 1,9 ຕື້ໂດລາສະຫະລັດ ຊຶ່ງຟິລິບປິນນໍາເຂົ້າຈາກຫວຽດນາມເປັນອັນດັບ 1.
ອຸບັດເຫດເຮືອບິນໂບອິ້ງ 737 ຂອງສາຍການບິນແອ ອິນເດຍເອັກ ເພສ ພ້ອມຜູ້ໂດຍສານ ແລະພະນັກງານລວມ 191 ຄົນ ຕົກອອກນອກທາງແລ່ນໃນລັດກະເຣລະທາງພາກໃຕ້ຂອງອິນເດຍຫຼ້າສຸດມີຜູ້ເສຍຊີວິດຢ່າງໜ້ອຍ 18 ຄົນ.
ໃນວັນທີ 6 ສິງຫາທີ່ຜ່ານມາ ສສ ຫວຽດນາມ ໄດ້ສົ່ງອອກໝາກລໍາໄຍສົດຈຳນວນ 7,5 ໂຕນໄປຍັງລັດເຊົາຂອງອົດສະຕຣາລີ.
ບັນດາຜູ້ແຫ່ຂະບວນປະທ້ວງໄດ້ບຸກເຂົ້າສຳນັກງານສະພາແຫ່ງຊາດຢູ່ລີບັງບັງຄັບໃຫ້ຕຳຫຼວດຕ້ອງຍິງແກັດນໍ້າຕາເພື່ອຍຸບເລີກຜູ້ແຫ່ຂະບວນປະທ້ວງຊຶ່ງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 238 ຄົນ.
ໂມເດີນາ ອິງ ມີແຜນກຳນົດລາຄາຢາວັກແຊງໂຄວິດ-19 ທີ່ຢູ່ລະຫວ່າງການທົດລອງວ່າສາມາດເຂົ້າເຖິງໄດ້ແຕ່ສື່ມວນຊົນລາຍງານຖ້າຫາກທຽບກັນແລ້ວແມ່ນແພງກວ່າຂອງບໍລິສັດອື່ນ.
ກຳປູເຈຍລາຍງານພົບຄົນເຈັບຕິດເຊື້ອໂຄວິດ-19 ເພີ່ມຕື່ມອີກ 7 ຄົນ ໂດຍເປັນຜູ້ຕິດເຊື້ອທີ່ເດີນທາງກັບມາຈາກຕ່າງປະເທດທັງໝົດເຮັດໃຫ້ຈຳນວນຜູ້ຕິດເຊື້ອໂຄວິດຂອງປະເທດຢູ່ທີ່ 233 ຄົນ.
ຫວຽດນາມລະບຸວ່າໃນ 7 ເດືອນຕົ້ນປີ 2020 ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມຄາດວ່າບັນລຸກວ່າ 22 ຕື້ໂດລາ
ຕາມຕົວເລກທີ່ໄດ້ອັບເດດໃນເວັບໄຊ Worldometer.infor ໄລ່ຮອດເວລາ 6 ໂມງເຊົ້າວັນທີ 27 ກໍລະກົດ(ຕາມເວລາຂອງບ້ານເຮົາ), ຍອດຈຳນວນຜູ້ຕິດເຊື້ອພະຍາດໃນທົ່ວໂລກແມ່ນ 16.393.955 ຄົນ, ໃນນັ້ນມີ 651.503 ຄົນເສຍຊີວິດໂລກລະບາດໄດ້ສົ່ງຜົນກະທົບເຖິງ 213 ປະເທດ ແລະເຂດແຄ້ວນໃນທົ່ວໂລກ.