ເສດຖະກິດຫວຽດນາມເຕີບໂຕໄວທີ່ສຸດ ໃນອາຊຽນ

ໃນບົດລາຍງານສະບັບຫຼ້າສຸດທີ່ຫາກໍ່ໄດ້ປະກາດ ໂດຍທະນາ ຄານ Satandard Chartered ຄາດວ່າ ສສ ຫວຽດນາມ ຈະສືບຕໍ່ ແມ່ນພື້ນຖານເສດຖະກິດມີລະດັບການເຕີບໂຕໄວທີ່ສຸດຢູ່ອາຊຽນໃນໄລຍະສັ້ນດ້ວຍລະດັບການເຕີບໂຕ ຄາດວ່າຈະບັນລຸໄດ້ 6,9% ໃນປີ 2019.

ບໍລິສັດຊາອຸດິອາຣາມໂກ ມີກຳໄລຫຼາຍສຸດໃນໂລກ

ຊາອຸດິອາຣາມໂກ ບໍລິສັດ ນໍ້າມັນຂອງລັດຖະບານຊາອຸດິດ ອາຣັບບີ ເປີດເຜີຍຜົນປະກອບ ການໃນວັນທີ 12 ສິງຫາວ່າ ຕົ້ນປີນີ້ຜົນກຳໄລຫຼຸດລົງ 12% ຢູ່ທີ່ 46,9 ຕື້ໂດລາສະຫະລັດ ເນື່ອງ ຈາກລາຄານໍ້າມັນໂລກຫຼຸດລົງ ແຕ່ບໍລິສັດຍັງເປັນບໍລິສັດທີ່ສ້າງກຳ ໄລຫຼາຍທີ່ສຸດໃນໂລກ.

ຣັດເຊຍຕິດຕັ້ງເຕັກໂນໂລຊີກວດຈັບໃບໜ້າ ໃນລົດແທັກຊີ

ຍານເດກ ເອັນວີ (YandexNV) ບໍລິສັດດ້ານບໍລິການທີ່ກ່ຽວ ຂ້ອງກັບອິນເຕີເນັດຣັດເຊຍ ໄດ້ ຕິດຕັ້ງເຕັກໂນໂລຊີກວດຈັບໃບໜ້າ (facial-recognition) ກັບລົດແທັກຊີໃນເຄືອ ເພື່ອປ້ອງ ກັນຄົນຂັບຫຼັບໃນ ຫຼັງຈາກເກີດອຸບັດເຫດທາງຈາລະຈອນຈາກລົດແທັກຊີສູງຂຶ້ນ.

ຫວຽດນາມສົ່ງອອກ ເຕີບໂຕຕາມເປົ້າໝາຍ 7,5% ປີນີ້

ກະຊວງອຸດສາຫະກຳ ແລະການຄ້າຂອງ ສສ ຫວຽດນາມ ຈະບໍ່ປັບເປົ້າໝາຍຕົວ ເລກການນໍາເຂົ້າ ແລະສົ່ງອອກ ເຖິງແມ່ນວ່າຈະມີສະຖານະການຫຍຸ້ງຍາກໃນປະຈຸບັນ ກໍຕາມ.

ອົດສະຕຣາລີຢຶດຢາອີໄດ້ເກືອບ 800 ກິໂລກຣາມ

 ຕຳຫຼວດອົດສະຕຣາລີຮ່ວມກັບນູແວນເຊລັງ ແລະອັງກິດ ທຳລາຍແກ້ງຄ້າຢາອີຂ້າມຊາດ ຢຶດຢາອີໄດ້ຫຼາຍທີ່ສຸດເທົ່າທີ່ເຄີຍມີມາໃນອົດສະຕຣາລີເຖິງ 766 ກິໂລກຣາມ ແລະຈັບກຸມຜູ້ຊາຍອັງ ກິດໄດ້ 4 ຄົນ.

ສິງກະໂປ ປະກາດຫາ້ມຂາຍງາຊາ້ງ

ລັດຖະບານສິງກະໂປປະ ກາດຫ້າມຂາຍງາຊ້າງປ່າພາຍໃນ ປະເທດ ໂດຍຈະເລີ່ມບັງຄັບໃຊ້ພາຍ ໃນປີ 2021 ເພື່ອໃຫ້ສອດຄ່ອງກັບນະໂຍບາຍຕໍ່ຕ້ານການຄ້າສັດປ່າ ຜິດກົດໝາຍ.

ຫວຽດນາມ ອະນູມັດແຜນຊຸກຍູ້ເສດຖະກິດແບ່ງປັນ

ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ຫງວຽນຊວັນຟຸກຫາກໍປະກາດຂໍ້ຕົກລົງວ່າດ້ວຍ ການອະນຸມັດແຜນຮ່າງຊຸກຍູ້ຮູບແບບເສດຖະກິດແບ່ງປັນ.

ຕາມຂ່າວຕ່າງປະເທດດລາຍ ງານວ່າ ເປົ້າໝາຍຂອງແຜນຮ່າງດັ່ງກ່າວ ແມ່ນຮັບປະກັນສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໃຫ້ສະເໝີພາບ

ຄົນເປັນພະຍາດໝາກແດງທົ່ວໂລກເພິ່ມຂື້ນເກືອບ 3 ເທົ່າ

ອົງການອະນາໄມໂລກລາຍງານວ່າ ຈຳນວນຄົນເຈັບທີ່ເປັນພະຍາດ ໝາກແດງທົ່ວໂລກຕະຫຼອດ 7 ເດືອນທຳອິດຂອງປີນີ້ ເພີ່ມຂຶ້ນເກືອບ 3 ເທົ່າ ຈາກປີທີ່ຜ່ານມາ ເປັນຫຼາຍກວ່າ 360.000 ຄົນ.

ເຢຍລະມັນ ກຽມອອກກົດໝາຍຫ້າມໃຊ້ຖົງຢາງ

ກະຊວງສິງແວດລ້ອມເຢຍ ລະມັນ ປະກາດກຽມອອກກົດໝາຍ ຫ້າມໃຊ້ຖົງຢາງ ຫຼັງຈາກຍັງບໍ່ພໍ ໃຈເຖິງແມ່ນວ່າຈະຫຼຸດການໃຊ້ຖົງຢາງລົງໄດ້ແລ້ວ 64% ນັບຈາກ ປີ 2015.

ຫວຽດນາມ ຜະລິດຊີມັງເປັນອັນດັບ 3 ຂອງໂລກ

ຄວາມສາມາດໃນການຜະລິດຊີມັງຂອງ ສສ ຫວຽດນາມ ເປັນ ອັນດັບ 3 ຂອງໂລກ, ສ່ວນ ສປ ຈີນ ເປັນອັນດັບ 1 ຂອງໂລກ.

ຕາມຂ່າວ Cri ລາຍງານວ່າ Global Cement ໄດ້ລະບຸວ່າ: ນັບ ມາຮອດເດືອນທັນວາປີ 2018 ຜ່ານມາ, ຈີນເປັນປະເທດຜະລິດຊີມັງ ໃຫຍ່ທີ່ສຸດໃນ