ທະນາຄານອຸດສາຫະກຳ ແລະການຄ້າສາກົນຄາດຄະເນວ່າ ປີ 2019 ເສດຖະ ກິດໂລກເຕີບໂຕ 3,1% ເນື່ຶອງຈາກໄດ້ຮັບຜົນກະທົບຈາກຄວາມຂັດແຍ້ງທາງການຄ້າ.
ທາງການອິນເດຍລາຍງານວ່າມີຜູ້ເສຍຊີວິດ 11 ຄົນ ແລະສູນ ຫາຍອີກ 13 ຄົນໃນວັນທີ 3 ກໍລະກົດທີ່ຜ່ານມາຫຼັງຈາກເກີດຝົນຕົກໜັກທີ່ສຸດໃນຮອບຫຼາຍສິບປີ ເຮັດໃຫ້ເຂື່ອນຂະໜາດນ້ອຍແຕກ ໃນລັດມະຫາລາບຣະ ທາງພາກ ຕາເວັນຕົກຂອງປະເທດ.
ໝາກລິນຈີ່ຂອງ ສສ ຫວຽດ ນາມຈຳນວນ 50.000 ໂຕນຈາກ ຜົນຜະລິດທັງໝົດ 90.000 ໂຕນ ທີ່ປູກໃນແຂວງບັກຢາງທາງພາກເໜືອຊຶ່ງເປັນພື້ນທີ່ປູກໝາກລິ່ນຈີ່ ທີ່ສຳຄັນຂອງປະເທດໄດ້ສົ່ງອອກ ຂາຍໃນ ສປ ຈີນ ປີນີ້.
ຜູ້ແທນການຄ້າຂອງອາເມລິກາປະກາດຂຶ້ນພາສີສິນຄ້ານໍາເຂົ້າຈາກສະຫະພາບເອີຣົບມູນຄ່າ 4 ຕື້ໂດລາສະຫະລັດຄວບຄຸມສິນຄ້າເຖິງ 89 ຊະນິດໃນວັນທີ 1 ກໍລະກົດນີ້ເປັນຕົ້ນໄປ.
ອັດຕາວ່າງວຽກໃນເອີໂຣໂຊນເດືອນພຶດສະພາທີ່ຜ່ານມາໄດ້ຫຼຸດລົງຕໍ່າສຸດໃນຮອບ 11 ປີ ຍ້ອນ ຄວາມກັງວົນຈາກສົງຄາມການຄ້າໂລກ.
ຕາມຂ່າວຕ່າງປະເທດລາຍງານໂດຍອ້າງຕາມ ຂໍ້ມູນສະຖິຕິ ຂອງ Eurostat ປະກາດ ເມື່ອ ວັນທີ 1 ກໍລະກົດຜ່ານມາວ່າອັດຕາການວ່າງວຽກໃນພາກ
ໃນວັນທີ 1 ກໍລະກົດທີ່ຜ່ານມາໄດ້ເກີດອຸບັດເຫດລົດບັນທຸກນໍ້າມັນພິກຂວໍ້າແລະເກີດລະເບີດຂະນະທີ່ຜູ້ຄົນພາກັນມາລັກຕັກນໍ້າມັນທີ່ໄຫຼອອກມາເຮັດໃຫ້ ມີຜູ້ເສຍຊີວິດ 50 ຄົນແລະໄດ້ຮັບບາດເຈັບ 100 ຄົນທາງພາກ ກາງຂອງນີເຊຣີ.
ມິຊລິນ ເຈົ້າຂອງບໍລິສັດ ຢາງລາຍໃຫຍ່ຈາກຝຣັ່ງເປີດໂຕ ເຕັກໂນໂລຊີໃໝ່ຢາງລົດແບບບໍ່ ຕ້ອງສູບລົມ ຄາດວ່າຈະເປີດຈຳ ໜ່າຍໃນປີ 2024.
ຕາມຂ່າວຕ່າງປະເທດລາຍ ງານວ່າຖືເປັນການປ່ຽນແປງວົງການຢາງລົດໄປອີກຂັ້ນຫຼັງຈາກມິຊລິນ ເຈົ້າພໍ່ວົງການຢາງລົດລາຍໃຫຍ່ຈາກຝຣັ່ງຮ່ວມມືກັບ
ສ ເກົາຫຼີ ແລະຊາອຸດິດອາຣັບບີລົງນາມຄວາມຮ່ວມມືທາງດ້ານເສດຖະກິດລະຫວ່າງ ສອງຝ່າຍເປັນມູນຄ່າ 8,3 ຕື້ໂດ ລາສະຫະລັດ ໃນລະຫວ່າງເຈົ້າ ຊາຍໂມຮຳເໝັດ ບິນ ຊັລມານ ມົງກຸດຣາດ ຊະກຸມມານ ຊາອຸດິດ ອາຣັບບີສະເດັດຢ້ຽມຢາມ ສ ເກົາ ຫຼີ ເປັນເທື່ອ ທຳອິດ.
ຕຳຫຼວດມຽນມາເຜົາທຳລາຍຢາເສບຕິດທີ່ຢຶດມາໄດ້ລວມມູນຄ່າ108 ລ້ານໂດລາສະຫະລັດໃນນະຄອນຢາງກຸ້ງ,ເມືອງມັນທະເລ ແລະຕອງຈີໃນວັນທີ 26 ມິຖຸນາທີ່ຜ່ານມາເນື່ອງໃນວັນຕໍ່ຕ້ານຢາເສບ ຕິດໂລກ.
ທະນາຄານພັດທະນາອາຊີ (ເອດີບີ)ອະນຸມັດເງິນກູ້ຢືມ 60 ລ້ານໂດລາສະຫະລັດໃຫ້ແກ່ກຳປູເຈຍ ເພື່ອພັດທະນາທັກສະ ແລະການແຂ່ງ ຂັນ.
ຕາມຂ່າວຕ່າງປະເທດລາຍງານໃນວັນທີ 26 ມິຖຸນາທີ່ຜ່ານມາວ່າເອດີບີ ໄດ້ອະນຸມັດເງິນກູ້ຢືມມູນຄ່າ 60 ລ້ານໂດລາ ໃຫ້ແກ່ກຳປູເຈຍ ເພື່ອ