ຫວຽດນາມທົດລອງການນຳໃຊ້ລົດໄຟຟ້າສາຍທຳອິດ

 ນະຄອນຫຼວງຮ່າໂນ້ຍຂອງ ສສ ຫວຽດນາມ ເປີດທົດລອງນໍາໃຊ້ລົດໄຟຟ້າທາງການຄ້າຂອງລົດໄຟຟ້າຮ່າໂນ້ຍເມໂທຣເຕັມຮູບແບບເປັນເວລາ 20 ວັນເພື່ອທົດລອງລະບົບຕ່າງໆຂອງລົດໄຟຟ້າລວມທັງຄວາມພ້ອມຂອງເຈົ້າໜ້າທີ່ປະຈຳສະຖານີກ່ອນເປີດໃຫ້ບໍລິການຢ່າງເປັນທາງການ.

ເກີດເຫດແຜ່ນດິນໄຫວຢູ່ຟິລິບປິນ ເສຍຊີວິດ 9 ຄົນ

ວັນທີ 29 ຕຸລາທີ່ຜ່ານມາ ເກີດເຫດແຜ່ນດິນໄຫວຮຸນແຮງ ຂະໜາດ 6,6 ລິກເຕີ ໃນເກາະມິນ ດາເນົາທາງພາກໃຕ້ຂອງຟິລິບປິນ ຫຼ້າສຸດພົບຜູ້ເສຍຊີວິດແລ້ວຢ່າງ ໜ້ອຍ 9 ຄົນ ແລະໄດ້ຮັບບາດເຈັບ ຫຼາຍກວ່າ 100 ຄົນ.

ຈີນ-ມຽນມາ ເປີດເສັ້ນທາງການບິນໂດຍກົງ 25 ສາຍໃນ 1 ປີ

  ເມື່ອບໍ່ດົນມານີ້ ຖ້ຽວບິນນະຄອນມາງ ຊື້ແຂວງຢຸນນານ ສປ ຈີນ ຫານະຄອນຢາງກຸ້ງມຽນມາ ໄດ້ບິນເປັນຄັ້ງທຳອິດ ຊຶ່ງເຮືອບິນ ພົນລະເຮືອນລຳທຳອິດຈາກນະຄອນມາງຊື້ບິນສູ່ຢ່າງກຸ້ງໄດ້ລົງ ຈອດຢູ່ສະໜາມບິນຢ່າງປອດໄພ, ນີ້ແມ່ນເສັ້ນທາງການບິນໃໝ່ສາຍທີ 25 ທີ່ຈີນ ແລະມຽນມາເປີດບິນ ຫຼັງຈາກ

ຫວຽດນາມສົ່ງອອກກະສິກຳ-ສິນໃນນໍ້າ ບັນລຸ 33 ຕື້ໂດລາ

 ກະຊວງກະສິກຳ ແລະພັດທະນາຊົນນະບົດຂອງ ສສ ຫວຽດນາມ ຜັນຂະຫຍາຍການຂຸດຄົ້ນ ໂອກາດທີ່ໄດ້ຮັບຈາກບັນດາສົນທິສັນຍາການຄ້າເສລີຢ່າງຕັ້ງໜ້າ, ມີປະສິດທິຜົນ; ເພີ່ມທະວີບັນດາ ການເຄື່ອນໄຫວພັດທະນາການ ຕະຫຼາດ.

ໂຮນລັງເປີດໂຕເຮືອເກັບຂີ້ເຫຍື້ອໃນແມ່ນໍ້າ

ມູນນິທິ ໂອຊຽນ ຄລິນ ອັບ ຟາວເດຊັນ ຂອງໂຮນລັງທີ່ມີເປົ້າໝາຍໃນການຕໍ່ສູ້ກັບຂີ້ເຫຍື້ອພະລາສະຕິກໃນມະຫາສະໝຸດຕ່າງໆທົ່ວໂລກເປີດໂຕອຸປະກອນໃໝ່ການຢັບຢັ້ງຂີ້ເຫຍື້ອພະລາສະຕິກບໍ່ໃຫ້ລອຍຢູ່ທະເລດ້ວຍການເກັບຂີ້ເຫຍື້ອພະລາສະຕິກຈາກແມ່ນໍ້າສາຍສຳຄັນ.

ສິງກະໂປ ແຈກເງິນໂບນັສໃຫ້ປະຊາຊົນ 1,4 ລ້ານຄົນ

ກະຊວງການເງິນລະບຸວ່າ ປະຊາຊົນສິງກະໂປຫຼາຍກວ່າ 1,4 ລ້ານຄົນ ຈະໄດ້ຮັບເງິນໂບນັສຈາກລັດຖະບານໃນວາລະຄົບຮອບ 200 ປີ ຂອງການສ້າງຕັ້ງປະເທດໃນເດືອນພະຈິກທີ່ຈະມາເຖິງນີ້.

ອິນໂດເນເຊຍ ວາງແຜນສ້າງທາງລົດໄຟເຊື່ອມຕໍ່ລາວ- ຫວຽດນາມ

ບໍລິສັດຮ່ວມລົງທຶນພັດທະນາທາງລົດໄຟອິນໂດເນເຊຍກຳ ລັງວາງແຜນທີ່ຈະສ້າງເສັ້ນທາງ ລົດໄຟເຊື່ອມຕໍ່ ສປປ ລາວ ແລະ ສສ ຫວຽດນາມ ມີຄວາມຍາວ 400 ກິໂລແມັດ ໃນມູນຄ່າການກໍ່ສ້າງປະມານເກືອບ 2 ຕື້ໂດລາ ສະຫະລັດ.

ຈຳນວນຊາວຈີນຜູ້ມີຄວາມມັ່ງຄັ່ງແຊງໜ້າ ອາເມລິກາ

ບໍລິສັດ ເຄຣດິດສະວິດ (Credit Suisse) ເປີດເຜີຍລາຍ ງານການສຳຫຼວດຄວາມມັ່ງຄັ່ງ ໂລກປະຈຳປີ 2019 ວ່າຈຳນວນ ຜູ້ມີຄວາມມັ່ງຄັ່ງຂອງຈີນແຊງ ໜ້າອາເມລິກາເປັນເທື່ອທຳອິດ.

ບໍລິສັດເຢຍລະມັນທົດລອງແທັກຊີບິນໄດ້

ແທັກຊີບິນໄດ້ລຸ້ນຕົ້ນແບບຂອງບໍລິສັດ ລິລຽມໃນເຢຍລະມັນປະສົບຄວາມສຳເລັດໃນການທົດ ລອງບິນດ້ວຍຄວາມໄວເກີນກວ່າ 100 ກິໂລແມັດຕໍ່ຊົ່ວໂມງ ເຮັດ ໃຫ້ບໍລິສັດຊຶ່ງຕັ້ງຢູ່ເມືອງມິວນິກ ມີຄວາມໝັ້ນໃຈທີ່ຈະຂະຫຍາຍ ການຜະລິດ ເພື່ອນໍາອອກວາງ ຂາຍໃນທ້ອງຕະຫຼາດໃນປີ 2025.

ແຄວນຕັສທົດລອງທ້ຽວບິນ, ບິນໄກທີ່ສຸດໃນໂລກ

 ແຄວນຕັສ ສາຍການບິນ ແຫ່ງຊາດອົດສະຕຣາລີ ສຳເລັດໃນການທົດລອງຖ້ຽວບິນໂດຍສານທາງການຄ້າແບບບິນບາດດຽວໃນໄລຍະທາງໄກທີ່ສຸດໃນໂລກຈາກນີວຢອກເຖິງຊິດນີດ້ວຍເວລາເກືອບ 20 ຊົ່ວໂມງ.