ຈຸດຈົບຂອງສາຍເມົາ! ເຫດການເກີດຂຶ້ນຢູ່ຣັດເຊຍປະຊາຊົນພາກັນດື່ມເຫຼົ້າໝົດແລ້ວພາກັນຫັນດື່ມແອລກໍຮໍຂ້າເຊື້ອເສຍຊີວິດ 7 ຄົນ ແລະອີກ 2 ຄົນອາການໜັກ.
ທາງການ ສສ ຫວຽດນາມ ເປີດເຜີຍໃນເມື່ອບໍ່ດົນມານີ້ວ່າຈະໃຫ້ຄວາມສຳຄັນກັບມາດຕະການຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19 ຫຼາຍກວ່າການຈັດຫາວັກແຊງປ້ອງກັນໂຄວິດທີ່ມີລາຄາແພງ ແລະອາດມີອັນຕະລາຍ.
ທ່ານ ໂຈ ໄບເດນ ວ່າທີ່ປະທານາທິບໍດີອາເມລິກາ ຄົນທີ 46 ກຽມຈັດຕັ້ງລັດຖະບານຊຸດໃໝ່ເພື່ອເຮັດໃຫ້ວຽກງານຂອງລັດຖະບານຊຸດໃໝ່ເປັນໄປຢ່າງຮຽບຮ້ອຍ ແລະມີຄວາມຕໍ່ເນື່ອງໂດຍທ່ານ ໄບເດນ ມຸ້ງໝັ້ນຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19 ແລະຊຸກຍູ້ແຜນກະຕຸ້ນເສດຖະກິດສະບັບໃໝ່.
ສຳນັກງານພາສີອາກອນ ສປ ຈີນ ເປີດເຜີຍວ່າຍອດສົ່ງອອກຂອງຈີນຂະຫຍາຍຕົວສູງສຸດໃນຮອບ 19 ເດືອນໃນເດືອນຕຸລາ ແລະການນໍາເຂົ້າຂະຫຍາຍຕົວເຂັ້ມແຂງເຊັນກັນຂະນະທີ່ເສດຖະກິດຈີນຍັງຟື້ນຕົວຈາກຜົນກະທົບຂອງເຊື້ອໂຄວິດ-19 ເມື່ອຕົ້ນປີນີ້.
ທ່ານນາຍົກລັດຖະມົນຕີ ສສ ຫວຽດາມ ຫງວຽນຊວັນຟຸກສະເໜີໃຫ້ຫວຽດນາມ-ໄທເພີ່ມຄວາມມານະພະຍາຍາມນຳວົງການຄ້າ 2 ຝ່າຍ ໃຫ້ບັນລຸຄາດໝາຍ 20 ຕື້ໂດລາສະຫະລັດຕໍ່ປີຕາມຂ່າວຕ່າງປະເທດລາຍງານວ່າທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ
ສປຊ ເປີດເຜີຍວ່ານໍ້າຖ້ວມ -ດິນເຈື່ອນສົ່ງຜົນກະທົບຕໍ່ການກຳລົງຊີວິດປະຊາກອນອາຟຣິກາຕາເວັນອອກ 3,6 ລ້ານຄົນ.
ທ່ານ ຮຸນເຊນ ນາຍົກລັດຖະມົນຕີຂອງກຳປູເຈຍກ່າວວ່າຜົນກະທົບຈາກການແຜ່ລະບາດຂອງເຊື້ອໂຄວິດ-19 ເຮັດໃຫ້ຊາວກຳປູເຈຍຕົກວຽກປະມານ 3 ແສນຄົນ ໂດຍສ່ວນໃຫຍ່ຢູ່ໃນອຸດສາຫະກຳການທ່ອງທ່ຽວ ແລະຕັດຫຍິບເສື້ອຜ້າສຳເລັດຮູບ.