ຂະນະທີ່ທະນາຄານແຫ່ງຊາດ ສປ ຈີນ ກຳລັງອັດສີດເງິນ 20 ຕື້ຢວນ ເຂົ້າສູ່ລະບົບທະນາຄານໃນວັນທີ 31 ສິງຫາທີ່ຜ່ານມາທະນາຄານອິນດັສເທຍ ແອນ ຄອມ ເມີເຊຍ ແບງ ອອຟ ໄຊນາ (ICBC) ຊຶ່ງເປັນທະນາຄານການຄ້າລາຍໃຫຍ່ທີ່ສຸດຂອງຈີນປະກາດຜົນກຳໄລຫຼຸດລົງໜັກສຸດໃນຮອບ 10 ປີ
ໃນ 8 ເດືອນຕົ້ນປີ 2020 ນີ້ ສສ ຫວຽດນາມ ດຶງດູດເງິນລົງທຶນຈາກຕ່າງປະເທດ (ເອຟດີໄອ) ຫຼາຍກວ່າ 19 ຕື້ໂດລາສະຫະລັດ.
ທະນາຄານກາງຂອງ ສ.ເກົາຫຼີ ຫຼຸດການຄາດຄະເນການເຕີບໂຕ ໂດຍຄາດວ່າ ເສດຖະກິດຂອງ ສ.ເກົາຫຼີ ຈະຫົດຕົວຫຼາຍກວ່າ 1% ໃນປີນີ້ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.
ສປ ຈີນ ກຽມເປີດຂົວຂ້າມທະເລຍາວທີ່ສຸດໃນໂລກມີຄວາມຍາວ 88,4 ກິໂລແມັດ ໂດຍຈະເປີດນໍາໃຊ້ພາຍໃນທ້າຍປີ 2020.
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ SubrahmanyamJaishankar ລັດຖະມົນຕີກະຊວງການຕ່າງປະເທດອິນເດຍໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມລະຫວ່າງຫວຽດນາມ-ອິນເດຍ
ສປ ຈີນ ຍັງເດີນໜ້າລົງທຶນມະຫາສານໃນການລົງທຶນກໍ່ສ້າງເສັ້ນທາງລົດໄຟໄປຢ່າງໜ້ອຍ 15 ປີ ໂດຍຈະຂະຫຍາຍເຄືອຂ່າຍລົດໄຟຄວາມໄວສູງອີກທົບເຄິ່ງ.
ເກີດເຫດຝົນຕົກລົງມາຢ່າງໜັກທົ່ວປະເທດອິນເດຍຕໍ່ເນື່ອງມາຫຼາຍວັນສົ່ງຜົນເຮັດໃຫ້ເກີດນໍ້າຖ້ວມ ແລະດິນເຈື່ອນເປັນບໍລິເວນກວ້າງເຮັດໃຫ້ມີຜູ້ເສຍຊີວິດແລ້ວ 868 ຄົນ.
ຕາມສະຫະສະມາຄົມທັນຍາຫານ ສສ ຫວຽດນາມ (VFA) ລະບຸວ່ານັບແຕ່ກາງເດືອນກໍລະກົດ ປີ 2020, ລາຄາເຂົ້າສານສົ່ງອອກຂອງຫວຽດນາມໄດ້ເພີ່ມຂຶ້ນຢ່າງລຽນຕິດ ແລະປະຈຸບັນໄດ້ລື່ນກາຍລາຄາເຂົ້າສານປະເພດດຽວກັນຂອງຫຼາຍປະເທດ, ບືນຂຶ້ນນຳໜ້າໂລກ.
ຈຳນວນຄົນເຈັບທີ່ຕິດເຊື້ອໂຄວິດ-19 ທົ່ວໂລກໃນຕອນເຊົ້າຂອງວັນທີ 18 ສິງຫາເພີ່ມຂຶ້ນເປັນສະຖິຕິໃໝ່ຢູ່ທີ່ 22.035.263 ຄົນຫຼັງຈາກມີຜູ້ຕິດເຊື້ອເພີ່ມ 190.239 ຄົນໃນ 24 ຊົ່ວໂມງທີ່ ຜ່ານມາ ເປັນການເພີ່ມຂຶ້ນຂອງ ຜູ້ຕິດເຊື້ອລາຍໃໝ່ອີກ 1 ລ້ານຄົນ ໃນເວລາພຽງ 4 ວັນ.