ຊຽງຂວາງສະຫຼຸບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານປະຈຳປີ

  ໃນວັນທີ 12 ກຸມພາ 2019 ອົງຄະນະພັກແຂວງຊຽງຂວາງ ຈັດກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານປະຈຳປີ 2018 ທົ່ວແຂວງຊຽງຂວາງ ໂດຍການເປັນປະທານຂອງ ສະຫາຍ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງຊຽງ ຂວາງ, ສະຫາຍວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ

ຈັບຜູ້ຄ້າຢາເສບຕິດ ພົບຢາບ້າ 2,07 ແສນເມັດ

     ເຈົ້າໜ້າທີ່ ປກສ ເມືອງໄຊພູ ທອງ ແຂວງສະຫວັນນະເຂດ ໄດ້ກັກຕົວຜູ້ຖືກຫາຄ້າຢາເສບຕິດ (ຢາບ້າ) ໄດ້ 2 ຄົນ, ຊື່ທ້າວ ກິ ອາຍຸ 43 ປີ ອາຊີບເຮັດນາ ແລະ ທ້າວ ບົວວອນ ອາຍຸ 37 ປີ ອາຊີບເຮັດນາຢູ່ບ້ານນາຄໍາ ເມືອງໄຊ ພູທອງ ພ້ອມຂອງກາງປະເພດຢາບ້າ 103 ມັດ ກັບ 8 ຖົງ ເທົ່າກັບ 207.600 ເມັດ, ລົດຈັກ 1 ຄັນ,ໂທລະສັບ 2 ເຄື່ອງ.

ຊາວໜຸ່ມແຂວງສາລະວັນ ສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ VI

  ກອງປະຊຸມຄົບຄະນບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງສາລະວັນ ຄັ້ງທີ 4 ສະໄໝທີ Vl ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມໃນທ້ານອາທິດທີ່ຜ່ານມາທີ່ຫ້ອງປະຊຸມສະໂມສອນແຂວງໂດຍການເປັນປະທານຂອງທ່ານ ຈັນສີລອນ ສີລິສົມບູນ ເລຂຂາຄະນະບໍລິຫານງານຊາວໜຸ່ມແຂວງ ສາລະວັນ, ເປັນກຽດເຂົ້າຂອງ ທ່ານ ນາງ ບຸນທະວີ ດວງລາສີ ປະທານສະຫະພັນແມ່ຍິງແຂວງ

ນວ ມອບເງິນນະໂຍບາຍ ໃຫ້ຜູ້ມີຜົນງານຕໍ່ປະເທດຊາດ

  ເມື່ອວັນທີ 8 ກຸມພາ 2019 ພະແນກແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີມອບ-ຮັບ ເງິນນະໂຍບາຍໃຫ້ແກ່ຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີຕໍ່ປະເທດຊາດປະຈໍາປີ 2019 ຂຶ້ນໂດຍມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ

ເມືອງວຽງພູຄາ ມີການພັດທະນາດີຂຶ້ນ

ໂດຍ: ກິ່ນນາລົມ

 ການຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ ຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາໃນປີ 2018 ມີການພັດທະນາດີຂຶ້ນ, ໂດຍສະເພາະພື້ນຖານໂຄງລ່າງ, ໄຟຟ້າອື່ນໆຊຶ່ງສະເລ່ຍລາຍຮັບໃສ່ຫົວຄົນ 7 ລ້ານກວ່າກີບຕໍ່ຄົນຕໍ່ປີ.

ໂຮງໝໍແຂວງຫຼວງພະບາງປາຖະກະຖາ ວັນສ້າງຕັ້ງກຳມະບານ

ໂດຍ: ກອງແກ້ວ ຢຸດດາລາ

  ພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 63 ປີ ຂອງສະຫະພັນ ກຳມະບານໂຮງໝໍແຂວງຫຼວງພະບາງໄດ້ຈັດຂຶ້ນໃນທ້າຍເດືີອນມັງກອນ ທີ່ຜ່ານມາຢູ່ຫ້ອງປະຊຸມໂຮງໝໍແຂວງດັ່ງກ່າວເປັນກຽດປະຖະກະຖາຂອງ ທ່ານ ສຸລິສານ ທໍລະວົງ ຮອງປະທານສະຫະພັນກຳມະບານແຂວງ

ຫ້ອງເຕັກນິກທະຫານແຂວງສາລະວັນ ສະຫຼຸບຂໍ້ແຂ່ງຂັນ-ຍ້ອງຍໍ

ໂດຍ: ຂາວທອງ

    ໃນວັນທີ 7 ກຸມພາ 2019 ຫ້ອງເຕັກນິກກອງບັນຊາການທະຫານແຂວງສາລະວັນໄດ້ຈັດຕັ້ງພິທີສະຫຼຸບຂໍ້ແຂ່ງຂັນ-ຍ້ອງຍໍ ປະຈຳປີ 2018 ໂດຍການເປັນປະທານຂອງສະຫາຍ ພັນໂທ ຄຳພະໄມ ໄຊພູບານ ຄະນະພັກກອງບັນຊາການທະຫານແຂວງຫົວໜ້າຫ້ອງເຕັກນິກກອງບັນຊາການທະຫານແຂວງ, ມີຄະນະພັກ 5 ຫ້ອງອ້ອມຂ້າງ, ມີຫົວໜ້າພະແນກ-ຮອງພະແນກ, ພະນັກງານ-ນັກ ຮົບທົ່ວຫ້ອງເຕັກນິກເຂົ້າຮ່ວມ.

ຫຼວງນໍ້າທາເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ

ໂດຍ: ອຸ້ມ

   ເມື່ອວັນທີ 7 ກຸມພາ 2019 ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກຄັ້ງທີ VII ສະໄໝທີ X ໃຫ້ພະນັກງານຫຼັກແຫຼ່ງແຂວງໂດຍການເຜີຍແຜ່ຂອງ ທ່ານ ເພັດຖາວອນ ພິລາວັນ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງໆຫຼວງນ້ຳທາເຂົ້າຮ່ວມມີກຳມະການປະຈຳພັກແຂວງ, ກຳມະການພັກແຂວງຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງພ້ອມດ້ວຍພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຈົ້າໝ້າທີ່ທຳລາຍສວນຝິ່ນ 24,4 ເຮັກຕາຢູ່ 3 ບ້ານ ເມືອງວຽງພູຄາ

ຂ່າວ: ສົມພອນ  

  ເພື່ອປະຕິບັດຄຳສັ່ງຂອງທ່ານເຈົ້າແຂວງແຂວງຫຼວງນ້ຳທາສະບັບເລກທີ 01/ຈຂ ລົງວັນທີ 16 ມີນາ 2010 ວ່າດ້ວຍການກວດກາ, ຄວບຄຸ້ມ ແລະສະກັດກັ້ນການລັກລອບປູກຝິ່ນ, ສູບຝິ່ນຄືນໃໝ່ ແລະການລັກລອບຊື້-ຂາຍຢາເສບຕິດປະເພດຕ່າງໆພາຍໃນ ແຂວງຫຼວງນ້ຳທາ ໃນທ້າຍເດືອນມັງກອນຜ່ານມາທາງກອງບັນຊາການ ປກສ ເມືອງວຽງພູຄາ ໄດ້ລົງສົມທົບກັບພະແນກກວດກາ ແລະ ຄວບຄຸມສີ່ງເສບຕິດ (ກຄສ) ປກສ ແຂວງ

ຫ້ອງການອຸດສາຫະກໍາເມືອງຫົງສາ ມອບຮັບຫົວໜ້າໃໝ່

ໂດຍ: ບຸນປອນ

    ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຫ້ອງການຜູ້ເກົ່າ ແລະຜູ້ໃໝ່ຂອງຫ້ອງການອຸດສາຫະກໍາ ແລະການຄ້າເມືອງໄດ້ຈັດຂຶ້ນໃນວັນທີ  31  ມັງກອນ 2019 ຢູ່ທີ່ຫ້ອງປະຊຸມຫ້ອງການການເງິນໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອໆຫົງສາ ມີຫົວໜ້າຫ້ອງການພ້ອມດ້ວຍພະນັກງານ ແລະແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.