ສານປະຊາຊົນເຂດ I ແຂວງຫຼວງນໍ້າທາ ສະຫຼຸບວຽກງານຜ່ານມາ

 ວັນທີ 20 ພະຈິກ 2020 ຢູ່ທີ່ສານປະຊາຊົນເຂດ I ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2020 ແລະວາງທິດທາງແຜນ ການ 2021 ໂດຍການເປັນປະທານຂອງທ່ານ ສົມແພງ ຄຳມະວົງ ປະທານສານປະຊາຊົນເຂດ I ແຂວງຫຼວງນໍ້າທາ

ຫຼາຍແຂວງຮຽນຮູ້ວິທີຫຸ້ມຫໍ່ ແລະໃສ່ສະຫຼາກສິນຄ້າ

 ກົມຊັບສິນທາງປັນຍາ,ກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕ) ຈັດກອງປະຊຸມຝຶກອົບຮົມກ່ຽວກັບວິທີການຫຸ້ມຫໍ່,ການໃສ່ສະຫຼາກສິນຄ້າ ແລະການຕະຫຼາດເພື່ອເພີ່ມມູນຄ່າໃຫ້ສິນຄ້າຖິ່ນກຳເນີດຂອງລາວຢູ່ຕະຫຼາດພາຍໃນ ແລະຕ່າງປະເທດຂຶ້ນໃນວັນທີ 19 ພະຈິກ 2020, ທີ່ນະຄອນຫຼວງວຽງຈັນ

ທາບທາມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກບັນດາແຂວງໃຈກາງ

  ກອງປະຊຸມທາບທາມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກບັນດາແຂວງເຂດໃຈກາງໄດ້ຈັດຂຶ້ນໃນວັນທີ 23 ພະຈິກ ທີ່ແຂວງໄຊສົມບູນໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,

  ວັນທ 20 ພະຈິກ ຜ່ານມາທີ່ຫ້ອງຕໍາຫຼວດ ປກສ ນວ ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງ ຈັນ ພ້ອມຄະນະໄດ້ມອບລົດຈັກເວບ 100 ສີດໍາແດງໝາຍເລກທະບຽນ ຍຫ 1708 ກໍາແພງນະຄອນທີ່ເກັບກູ້ຄືນໄດ້ໃນວັນທີ 26 ມິຖຸນາ 2020

ປັບປຸງການຈັດຕັ້ງຮາກຖານພັກດ່ານສາກົນນໍ້າກັ່ນ

  ກອງປະຊຸມປັບປຸງການຈັດຕັ້ງຮາກຖານພັກດ່ານສາກົນນໍ້າກັ່ນ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2020 ຢູ່ທີ່ດ່ານສາກົນນໍ້າກັ່ນເມືອງໜອງແຮດແຂວງຊຽງຂວາງໂດຍການເປັນປະທານຂອງສະຫາຍ ຄຳແສງ ພົມມະວັນ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພັກ, 

ຄະນະໂຄສະນາອົບຮົມແຂວງຄຳມ່ວນປາຖະກະຖາ 2 ວັນປະຫວັດສາດ

  ວັນທີ 20 ພະຈິກ 2010 ທີ່ສະໂມສອນໂຮງຮຽນການເມືອງ-ການປົກຄອງແຂວງຄຳມ່ວນໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນປະຫວັດສາດສຳຄັນຂອງຊາດຄື: ວັນຊາດທີ 2 ທັນວາ ຄົບຮອບ 45ປີ (2 ທັນວາ1975-2 ທັນວາ 2020 )

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ເປັນປະທານສະພາການຄ້າເມືອງຫາດຊາຍຟອງ

 ໃນວັນທີ 20 ພະຈິກ ຜ່ານມາທີ່ຫ້ອງການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດສ້າງຕັ້ງ ແລະແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະອຸດສາຫະກຳ ເມືອງຫາດຊາຍຟອງ 

ແນະນໍາຂັ້ນຕອນການຂຶ້ນທະບຽນ ແລະອອກໃບອະນຸຍາດວິຊາຊີບປິ່ນປົວ

  ວັນທີ 17 ພະຈິກຜ່ານມາທີ່ພະແນກສາທາລະນະສຸກ ແຂວງຫຼວງນໍ້າທາ, ໄດ້ຈັດພິທີເຜີຍແຜ່ ແລະແນະນໍາກ່ຽວກັບຂັ້ນຕອນການກະກຽມຈັດຕັ້ງປະຕິບັດການຂຶ້ນຖະບຽນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໄລຍະຂ້າມຜ່ານໂດຍບໍ່ໄດ້ສອບເສັງລະດັບຊາດ,

ເຜີຍແຜ່ເປົ້າໝາຍການພັດທະນາແບບຍືນຍົງຢູ່ 2 ໂຮງຮຽນ

  ເມື່ອອາທິດຜ່ານມາ, ກອງເລຂາຄະນະຊີ້ນຳລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງນຳໂດຍທ່ານ ກັນຍາ ຄຳມຸງຄຸນ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ,

ຄະນະກວດກາສາລະວັນ ສະຫຼຸບວຽກກໍ່ສ້າງ ໜ່ວຍພັກເຂັ້ມແຂງ

  ໜ່ວຍພັກຄະນະກວດກາ ແຂວງສາລະວັນໄດ້ປະເມີນໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະປະເມີນການຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນປະຈຳປີ 2020, ໄດ້ຈັດຂຶ້ນໃນວັນທີ 18 ພະຈິກ ຜ່ານມາ