ຈັບສອງຜົວເມຍຄ້າຢາເສບຕິດ

  ວັນທີ 21 ທັນວາຜ່ານມາທາງເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີບຸກຄົນບໍ່ດີເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ລະຫວ່າງເມືອງໄຊຍະບູລີ

ຜູ້ປະສົບໄພເມືອງຊົນນະບູລີໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນຜ່ານມານີ້ ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກພ້ອມດ້ວຍຄະນະໂດຍການນຳພາທາງຂອງທ່ານ ບົງສຸວັນ ພັນ         ທະວົງສາ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ, ມີຕາງໜ້າຈາກບໍລິສັດລຸຍຊຽງຫົງວິສາວະກໍາເຕັກໂນໂລຊີ ແລະ ບໍລິສັດໄຊມັງກອນໄດ້ນໍາເອົາເຄື່ອງຊ່ວຍເຫຼືອມອບໃຫ້ເມືອງຊົນນະບູລີ ໂດຍໃຫ້ກຽດຕ້ອນຮັບຈາກທ່ານ ບົວຜັນ ສຸວັນນະແສງ  ຮອງເຈົ້າເມືອງຊົນນະບູລີພ້ອມຄະນະຕະຫຼອດຮອດອໍານາດການປົກຄອງ 8 ບ້ານເອກະລາດເຂົ້າຮ່ວມ.

ເມືອງທ່າແຕງ ສະຫຼຸບໂຄງການພັດທະນາແບບປະສົມປະສານ

 ໃນວັນທີ 20 ທັນວາ  2019 ເມືອງທ່າແຕງໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການພັດທະນາແບບປະສົມປະສານປະຈໍາປີ 2019 ແລະຜ່ານແຜນປະຈໍາປີ 2020, ຢູ່ທີ່ຫ້ອງປະຊຸມໂຮງແຮມແອນນາໂດຍການເປັນປະທານຂອງທ່ານ ສຸກັນ ຈັນສີປະເສິດ ຫົວໜ້າຫ້ອງວ່າການປົກຄອງເມືອງທ່າແຕງ, ມີ ທ່ານ ບຸນສຳ ສີສັກ ຮອງຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງເຊກອງ, ທ່ານ ນາງ ເພັດ ສະລີນ ຜູ້ອຳນວຍການອົງການ GLAD( ສະມາຄົມເຢຍລະມັນ-ລາວເພື່ອການພັດທະນາ ຫຼື ສະມາຄົມເພື່ອການພັດທະນາບ້ານແບບປະສົມປະສານ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ 3 ເມືອງເຂົ້າຮ່ວມ.

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວປະເທດ

 ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວປະເທດປະຈໍາປີ 2019 ໄດ້ໄຂຂຶ້ນໃນລະຫວ່າງວັນທີ 19-20 ທັນວາທີ່ແຂວງໄຊຍະບູລີ, ເຂົ້າຮ່ວມເປັນກຽດມີທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຄະນະຈັດຕັ້ງບັນດາແຂວງທົ່ວປະ ເທດ, ນະຄອນຫຼວງ, ມີຫົວໜ້າກົມຈັດຕັ້ງກະຊວງ, ອົງການ, ຫົວໜ້າ ກົມ, ຮອງກົມ, ມີເລຂາພັກເມືອງ-ເຈົ້າເມືອງ ແລະ ຄະນະຈັດຕັ້ງບັນດາ ເມືອງທົ່ວ ແຂວງໄຊຍະບູລີເຂົ້າຮ່ວມ

ຖວທ ໄຊຍະ ແລະສູນອະນຸລັກຊ້າງ ມອບເຄື່ອງໃຫ້ບ້ານກ້ອງທ່ຽງ

  ພະແນກຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ ແຂວງໄຊຍະບູລີ ແລະ ສູນອະນຸລັກຊ້າງລາວໄດ້ນໍາເອົາເຄື່ອງນຸ່ງຫົ່ມ ແລະເງິນຈໍານວນໜຶ່ງມອບໃຫ້ພໍ່ແມ່ປະຊາຊົນບ້ານກ້ອງທ່ຽງ ເມືອງໄຊສະຖານ.

 

ເຊກອງ-ກວາງນາມ ແລກປ່ຽນບົດຮຽນດ້ານວັດທະນະທຳ ທ່ອງທ່ຽວ ແລະກີລາ

  ກອງປະຊຸມແລກປ່ຽນບົດຮຽນດ້ານວຽກງານວັດທະນະທຳ, ທ່ອງທ່ຽວ ແລະກີລາລະຫວ່າງຄະນະນໍາພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ແຂວງເຊກອງ ສປປ ລາວ ກັບຄະນະນໍາພະແນກວັດທະນະທຳ-ກີລາ ແລະທ່ອງທ່ຽວແຂວງກວາງນາມ ສສ ຫວຽດນາມ

3 ບ້ານ ເມືອງໄຊພູທອງ ປະກອບສ່ວນສ້າງທາງ

    ພິທີເປີດນຳໃຊ້ເສັ້ນທາງດິນແດງຍາວ 11 ກິໂລແມັດລະຫວ່າງບ້ານສົມສະອາດ-ຄໍາ ແຮງ-ນາໂດນ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຫວ່າງບໍ່ດົນຜ່ານມານີ້, ໂດຍການເຂົ້າຮ່ວມຕັດແຖບຜ້າ ແລະລັ່ນຄ້ອງ 9 ບາດຂອງ ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໆໄຊພູທອງ,

ຫາລືແຜນດຳເນີນງານແຫ່ງຊາດເພື່ອຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ

ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກ (ຄຊກມດ) ຮ່ວມກັບອົງການ UNFPA ປະຈຳ ສປປ ລາວ ຈັດກອງປະຊຸມປຶກສາຫາລືຮ່າງແຜນດຳເນີນງານແຫ່ງຊາດເພື່ອຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 5 ປີຄັ້ງທີ II (2021-2025) ຂຶ້ນໃນລະຫວ່າງທີ 18-19 ທັນວາ

ບົວລະພາຈັດກິດຈະກຳກວດສຸຂະພາບໃຫ້ພະນັກງານ

ໃນວັນທີ 17 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ບໍລິສັດ ບົວລະພາ ກະສິກໍາ ແລະ ປ່າໄມ້ຈໍາກັດໄດ້ຈັດກິດຈະກໍາກວດສຸຂະພາບໃຫ້ແກ່ພະນັກງານປະຈໍາປີ 2019 ເພື່ອປະຕິບັດຕາມແຜນນະໂຍບາຍຂອງບໍລິສັດໃນການເອົາໃຈໃສ່ເບິ່ງແຍງສຸຂະພາບພະນັກງານ ແລະ ຕາມລະບຽບກົດໝາຍໃນການອອກແຮງງານຂອງປະເທດລາວ ແລະ ສາກົນໂດຍການເຂົ້າຮ່ວມຂອງທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການບໍລິສັດ ບົວລະພາ ກະສິກຳ ແລະ ປ່າໄມ້ ຈໍາກັດ, ມີບັນດາແພດໝໍ ແລະ ພະນັກງານເຂົ້າຮ່ວມ.

ຄວສຜ ອັດຕະປືໄຂກອງປະຊຸມຄົບຄະນະປະຈຳປີ

ກອງປະຊຸມຄົບຄະນະປະຈໍາປີ 2019 ຂອງຄະນະກຳມະ ການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ (ຄວສຜ) ສະພາປະຊາຊົນແຂວງອັດຕະປື (ສພຂ) ໄຂຂຶ້ນໃນວັນທີ 18 ທັນວາ 2019 ທີ່ຫ້ອງປະຊຸມ ສພຂ ໂດຍການເປັນປະທານຂອງທ່ານ ນາງ ພອນ ມະນີ ຂຽນໄຊຍະວົງ ປະທານ ຄວສຜ, ຮອງປະທານ ສພຂ, ມີ ທ່ານ ສີທົນ ຊາວພູວົງ ຮອງປະທານ ຄວສຜ, ບັນດາທ່ານຄະນະກຳມະການ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ຫົວໜ້າ, ຮອງຫົວໜ້າພະແນການຂອງແຂວງ, ອົງການທຽບເທົ່າພ້ອມດ້ວຍພະນັກງານ-ວິຊາການພາຍໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າເຂົ້າຮ່ວມ.