ເປີດຝຶກອົບຮົມ ຫຼັກສູດການພັດທະນາຜູ້ນໍາ

ເພື່ອເປັນການສ້າງຂະບວນການຕ້ອນຮັບ ແລະ ຊົມເຊີຍຕໍ່ກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນສະມາຄົມນັກທຸລະກິດຊາວໜຸ່ມແຫ່ງຊາດຮ່ວມກັບສະມາຄົມການສຶກສາເອກະຊົນ ແລະບໍລິສັດອີງໂວລູເຊັນ ຈໍາກັດ ແຫ່ງປະເທດໄທໄດ້ຈັດຝຶກອົບຮົມຫຼັກສູດການພັດທະນາຜູ້ນໍາຂຶ້ນໃນວັນທີ 17 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ.

ຜົ້ງສາລີ ປ່ອຍປາ 1,24 ແສນໂຕ ສູ່ແຫຼ່ງນໍ້າທໍາມະຊາດ

  ອົງການປົກຄອງແຂວງຜົ້ງສາລີ ຮ່ວມກັບພະແນກກະສິກໍາ ແລະປ່າໄມ້ ແລະເມືອງຜົ້ງສາລີ ໄດ້ຈັດພິທີປ່ອຍປາຈໍານວນ 1,24 ແສນໂຕ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດຂຶ້ນໃນວັນທີ 13 ກໍລະກົດ 2019 ທີ່ແຄມແມ່ນໍ້າອູເຂດບ້ານຫາດສາ ແລະ ໜ້າສູນກາງພັກເລຂາພັກແຂວງເຈົ້າແຂວງຜົ້ງສາລີມີທ່ານຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງພ້ອມດ້ວຍອົງການປົກຄອງເມືອງແລະພໍ່ແມ່ປະຊາຊົນ ເມືອງຜົ້ງສາລີ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ສສງ ຫົວແຊຈະເລີນ ເນັ້ນສິນເຊື່ອກະຊິກຳ

 ໃນເວລາເຄິ່ງປີມານີ້ສະຫະກອນສິນເຊື່ອ ແລະເງິນຝາກປະຢັດຫົວແຊຈະເລີນ ໄດ້ສະໜອງສິນເຊື່ອໃຫ້ແກ່ສະມາຊິກຈໍານວນ 14 ຕື້ກວ່າກີບ ໂດຍເນັ້ນໜັກໃສ່ຂົງເຂດກະສີກໍາເປັນຫຼັກຂະນະທີ່ປະຈຸບັນສາມາດສ້າງຜົນກໍາໄລແລ້ວ 1 ຕື້ກວ່າກີບ.

ສາລີໃນລາວເສຍຫາຍເກືອບ 30 ພັນເຮັກຕາ ຍ້ອນບົ້ງລະບາດ, ລັດບໍ່ເຫັນດີໃຊ້ເຄມີຈຳກັດ

  ບົ້ງຝູງສາລີລະບາດໜັກໃນລາວໂດຍສະເພາະ 12 ແຂວງ ມີຕົ້ນສາລີຖືກທຳລາຍແລ້ວ 28 ພັນກວ່າເຮັກຕາ ຈາກເນື້ອທີ່ທັງໝົດທົ່ວປະເທດ 2 ແສນກວ່າເຮັກ ຕາ ຂະນະທີ່ວິທີກຳຈັດ ແລະໄດ້ຜົນໄວແມ່ນການໃຊ້ສານເຄມີຊະນິດອີມາ ເມກຕິນ ເບນໂຊເອທ ແຊນອີມາ 5, 

ແຈ້ງວັນພັກຊົດເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

 ອີງຕາມແຈ້ງການສະບັບເລກທີ 1199/ຫສນຍ ນະຄອນຫຼວງວຽງຈັນ ລົງວັນທີ 16 ກໍລະກົດ 2019 ກ່ຽວກັບວັນພັກຊົດເຊີຍທາງລັດຖະການວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 2019 ຄົບຮອບ 64 ປີ

ແຈ້ງການ !! ປັບຂຶ້ນລາຄານໍ້າມັນ ທົ່ວປະເທດໃນມື້ອື່ນຕອນເຊົ້າ

  ກະຊວງອຸດສາຫະກຳ ແລະການຄ້າ ໄດ້ມີການປັບລາຄານໍ້າມັນໜ້າປໍ້າຂີ້ນ ໃນຂອບເຂດທົ່ວປະເທດເລີ້ມປະຕິບັດວັນທີ 18/07/2019 ເວລາ 06:00 ໂມງ

 

ອຸດົມໄຊ ສຳເລັດກອງປະຊຸມຄະນະບໍລິຫານງານ ພັກແຂວງ ຄັ້ງທີ 10

 ກອງປະຊຸມຄົບຄະນະບໍລິຫານງານພັກແຂວງອຸດົມໄຊເປີດກວ້າງ ຄັ້ງທີ 10 ສະໄຫມທີ VIII ໄດ້ໄຂຂຶ້ນໃນວັນທີ 11 ແລະສໍາ ເລັດໃນຕອນແລງວັນທີ 12 ກໍລະ ກົດ 2019 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງອຸດົມໄຊ.

ໄຟຟ້າຫົງສາ ສະໜັບສະໜູນພັນປາ 29 ພັນໂຕ ປ່ອຍສູ່ແຫຼ່ງນໍ້າ

 ເນື່ອງໃນວັນປ່ອຍປາ ແລະ ວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດປະຈຳປີ 2019, ບໍລິສັດໄຟຟ້າຫົງສາຈຳກັດ ໃຫ້ການສະໜັບສະໜູນພັນປາຈໍານວນ 29 ພັນໂຕໃຫ້ 3 ເມືອງຂອງແຂວງໄຊຍະບູລີເພື່ອປ່ອຍຄືນສູ່ແຫຼ່ງນໍ້າຕາມທຳມະຊາດໃນນັ້ນເມືອງຫົງສາຈຳນວນ 15 ພັນໂຕ, ເມືອງເງິນ 10 ພັນໂຕ ແລະ ເມືອງຊຽງຮ່ອນຈຳນວນ 4 ພັນໂຕ.

7 ແຂວງ ປະກອບຄໍາເຫັນໃສ່ຮ່າງດໍາລັດ ວ່າດ້ວຍລາຍຮັບ

  ວັນທີ 9 ກໍລະກົດ 2019, ກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນໄດ້ຈັດຕັ້ງກອງປະຊຸມເພື່ອລະດົມແນວຄວາມຄິດປະກອບຄໍາເຫັນໃສ່ຮ່າງດຳລັດວ່າດ້ວຍລາຍຮັບ ແລະການແບ່ງລາຍຮັບຈາກຊັບສິນຂອງລັດຂຶ້ນທີ່ໂຮງແຮມຫົງຄໍາແຂວງເຊກອງ

ກະຊວງສາທາລະນະສຸກຮຽກຮ້ອງອັດຕະປືເຝົ້າລະວັງໄຂຍຸງລາຍ

  ວັນທີ 12 ກໍລະກົດ 2019   ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານສາທາລະນະສຸກຢູ່ ແຂວງອັດຕະປື ເຂົ້າຮ່ວມໃນພິທີຕ້ອນຮັບດັ່ງກ່າວໂດຍມີ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ, ອັດຕະປືມີຄະນະພັກໃນຂົງເຂດສາທາລະນະສຸກແຂວງ ແລະເມືອງເຂົ້າຮ່ວມ.