ໄຊຍະບູລີ ຮຽນຮູ້ວິທີປ້ອງກັນ ແລະກຳຈັດບົ້ງຝູງສາລີ

ຊຸດອົບຮົມການປ້ອງກັນ ແລະກຳຈັດບົ້ງຝູງສາລີໃຫ້ພະນັກງານຂະແໜງປູກຝັງທົ່ວແຂວງໄຊຍະບູລີໄດ້ຈັດຂຶ້ນໃນວັນທີ27 ມິຖຸນາ ນີ້ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີໃຫ້ກຽດເປັນປະທານຮ່ວມຂອງທ່ານ ວິໄລສຸກເຄນນະວົງ

ອຸບັດຕິເຫດລົດໃຫຍ່ຕຳກັບລົດໃຫຍ່ ບາດເຈັບ1 ຄົນ

  ແຂວງສະຫວັນນະເຂດ ວັນທີ 28/06/2019 ເວລາ 15:00 ນາທີ ໜ່ວຍກູ້ໄພສະຫວັນນະເຂດ1629 ໄດ້ຮັບແຈ້ງເຫດວ່າມີອຸບັດຕິເຫດລົດໃຫ່ຍກັບລົດໃຫ່ຍຕຳກັນທີ່ ບ້ານຂວາດຳ ເສັ້ນທາງເລກທີ13 ໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ,

ກາແດງລາວສ້າງຄວາມເຂັ້ມແຂງໃຫ້ພະນັກງານ

  ໃນລະຫວ່າງວັນທີ 24-27 ມິຖຸນາ 2019 ອົງການກາແດງລາວໄດ້ຈັດຝຶກອົບຮົມກ່ຽວກັບການຂຽນການແຜນການ ແລະ ງົບໃຫ້ແກ່ພະນັກງານກາແດງທີ່ມາຈາກແຂວງຕ່າງໆເຊັ່ນ: ແຂວງບໍລິຄຳໄຊ, ຊຽງຂວາງ, ຫົວພັນ ແລະແຂວງວຽງຈັນ

ອຸດົມໄຊ ເຜີຍແຜ່ບາງນິຕິກຳກ່ຽວກັບການລົງທຶນ

ການເຜີຍແຜ່ບາງນິຕິກໍາທີ່ກ່ຽວຂ້ອງກັບການລົງທຶນທັງພາກລັດ ແລະເອກະຊົນຂອງແຂວງອຸດົມໄຊ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 20 ຫາ 21 ເດືອນມິຖຸນາ 2019 ໂດຍການເປັນປະທານຂອງ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊມີບັນດາການນໍາຂັ້ນແຂວງເມືອງບັນດາພະແນກການຕະຫຼອດຮອດນັກທຸລະກິດພາຍໃນແຂວງອຸດົມໄຊ.

ເຊກອງ-ກວາງນາມ ເສີມຂະຫຍາຍການຮ່ວມມື

   ເພື່ອເປັນການເສີມຂະຫຍາຍການພົວພັນຮ່ວມມືພິເສດຮອບດ້ານຂອງສອງແຂວງໃຫ້ນັບມື້ແໜ້ນແຟ້ນຂຶ້ນໃນລະຫວ່າງວັນທີ 24-25 ມິຖຸນາ 2019 ທີ່ຫ້ອງວ່າການແຂວງທ່ານ ສີດາ ສຸວັນນະສາຍ ຮອງເຈົ້າແຂວງໆເຊກອງ ພ້ອມຄະນະໄດ້ເປັນກຽດຕ້ອນຮັບການມາຢ້ຽມຢາມ ແລະເຮັດວຽກຂອງ ທ່ານ ດິງ ວັນ ທູ ປະທານຄະນະກໍາມະການປະຊາຊົນແຂວງກວາງນາມ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ເຫດລົດສະແຕັກນໍ້າມັນ ປະທະກັບລົດແກ່ເຄື່ອງ ຢູ່ ຂົວນາມອນ ທາງໄປວັງວຽງ

  ແຂວງວຽງຈັນ ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ມື້ນີ້ (26/6/ 2019) ເວລາປະມານ 13:00 ໂມງ ໄດ້ເກີດມີອຸບັດຕິເຫດລົດໃຫ່ຍຕຳກັນເຊິ່ງເປັນລົດຂົນສົ່ງຂອງຫວຽດນາມ ແລະລົດສະແຕັກນໍ້າມັນຈຸດເກີດເຫດຂົວນາມອນ ທາງໄປວັງວຽງ ສະພາບລົດສະແຕັກນໍ້ມັນແມ່ນເສຍຫາຍຫລາຍສົມຄວນສ່ວນຄົນເຈັບແມ່ນໄດ້ຖືກພົນ ລະເມືອງດີນຳສົ່ງໂຮງໝໍແລ້ວ.

ວຽງພູຄາ ທຳລາຍສິ້ນສ່ວນສັດປ່າຫວງຫ້າມ

   ວັນທີ 11 ມິຖຸນາ 2019 ຫ້ອງການກະສິກຳ ແລະປ່າໄມ້ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຈູດທຳລາຍສິ້ນສ່ວນສັດປ່າທ່ີຫວງຫ້າມທີ່ຍຶດໄດ້ຈາກຮ້ານອາ ຫານພາຍໃນເມືອງເຂົ້າຮ່ວມມີທ່ານ ພູມອນ ຄູນສີລິເຮືອງ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງ, ມີທ່ານ ໂພທິສັກ ຜ່າພົມແພງ ຮອງຫົວໜ້າກອງ ກວດກາປ່າໄມ້ພະແນກກະສິກຳ ແລະປ່າໄມ້ແຂວງຫຼວງນໍ້າທາພ້ອມພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.

ວັນອະນຸລັກສັດນໍ້າປີນີ້ ສາລະວັນຈະປ່ອຍປາ 9 ແສນໂຕ

 ເນື່ອງໃນວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດວັນທີ 13 ກໍລະກົດນີ້ ທົ່ວແຂວງສາລະວັນ ແມ່ນໄດ້ກະກຽມແຜນທີ່ຈະປ່ອຍປາລົງສູ່ແມ່ນໍ້າໃນປີນີ້ໃຫ້ໄດ້ 9 ແສນໂຕ.

ເຈົ້າແຂວງໄຊສົມບູນຊຸກຍູ້ວຽກກໍ່ສ້າງຮາກຖານຢູ່ຈຸດສຸມ

 ທ່ານ ພົຕ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ແຕ່ລະຈຸດສຸມຂອງ ເມືອງອະນຸວົງ ໃນລະຫວ່າງວັນທີ 19 ຫາ 20 ມິຖຸນາ 2019 ນີ້, ເພື່ອພົບປະໂອ້ລົມພະນັກງານຮາກຖານທີ່ປະຈໍາຢູ່ແຕ່ລະຈຸດສຸມຂອງເມືອງດັ່ງກ່າວ.

ລົດຈັກຕຳທ້າຍລົດເກັບຂີ້ເຫຍື່ອເສຍຊີວິດຄາທີ

  ວັນທີ 17 ມິຖຸນາ 2019 ເວລາ 22: 40 ໂມງ ໄດ້ເກີດມີອຸບັດເຫດລົດຈັກຕຳທ້າຍລົດບັນທຸກຂີ້ເຫຍື້ອຢ່າງຮຸນແຮງຈົນເຮັດໃຫ້ຜູ້ຂັບຂີລົດຈັກເສຍຊີວິດຄາທີ່. ຊຶ່ງເຫດການດັ່ງກ່າວໄດ້ເກີດຂຶ້ນຢູ່ບໍລິເວນເສັ້ນທາງວິໄລບ້ານໂພນສະຫວ່າງໃຕ້, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ (ເສັ້ນຕັດແຕ່ຖະໜົນໄກສອນພົມວິຫານໄປຫາຖະໜົນສັນຕິພາບດ້ານຫຼັງຂອງບໍລິສັດລາວໂທລະຄົມໃກ້ສີ່ແຍກວັດໂພນສະຫວ່າງໃຕ້ຕໍ່ໜ້າຮ້ານປິ່ນງົວໂຊກໄຊ).