ຍີ່ປຸ່ນ ຊ່ວຍປັບປຸງຊີວິດການເປັນຢູ່ແກ່ຄົນພິການທາງປັນຍາ

ໂດຍ: ສະຫງວນສັກ - ນສພ ເສດຖະກິດ-ສັງຄົມ

  ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າໃຫ້ແກ່ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໃຫ້ໂຄງການປັບປຸງຊີວິດການເປັນຢູ່ ແລະ ຝຶກວິຊາອາຊີບໃຫ້ແກ່ຄົນພິການ ທາງສະຕິປັນຍາຂອງລັດຖະບານຢີ່ປຸ່ນມູນຄ່າ 217,908 ໂດລາສະຫະລັດ ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ 2019 ລະຫວ່າງ ທ່ານ ຄຸໂນະ ຄາຊູຮິໂລະ ປະທູດຍີ່ປຸ່ນປະຈຳລາວ ແລະທ່ານ ນາງ ຢູກິ ນາກະມຣະ ເລຂາທິການອົງການພັດທະນາອາຊີບ, (ADDP) 

ຕົ້ນກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະມູນເຊື້ອ ຂອງອົງການສະຫະພັນກຳມະບານລາວ

ໂດຍ: ນຸດ ເຮົ້າອ່ອນຈັນ - ນສພ ເສດຖະກິດ-ສັງຄົມ

   ໃນທ້າຍສັດຕະວັດທີ 19 ພວກລ່າເມືອງຂຶ້ນຝຣັ່ງເຂົ້າຮຸກຮານຍຶດຄອງເອົາຫວຽດນາມ, ລາວ ແລະກຳປູເຈຍເປັນຫົວເມືອງຂຶ້ນ, ແລ້ວສ້າງຕັ້ງເປັນສະຫະພັນ ອິນດູຈີນຝຣັ່ງເສດຂຶ້ນ, ສ່ວນປະເທດລາວພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຍຶດຄອງແຕ່ປີ 1893-1954 (61 ປີ) 

 

ຄະນະຈັດຕັ້ງສູນກາງພັກ ເຊື່ອມຊຶມມະຕິ 7 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ

ໂດຍ: ຄອນຄຳ - ນສພ ເສດຖະກິດ-ສັງຄົມ

 ໃນລະຫວ່າງວັນທີ 29- 30 ມັງກອນ 2019, ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ແລະສະຫຼຸບວຽກງານວິຊາສະເພາະປະຈຳປີ 2018 ພ້ອມວາງທິດທາງແຜນການປີ 2019 ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນສີ ໂພສີຄຳ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ.

ກສຕສ ສະພາແຫ່ງຊາດ ສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ບຸກຄະລາກອນ

ຂ່າວ: ປາກາລັກ ພົມມີໄຊ

     ໃນລະຫວ່າງວັນທີ 28-29 ມັງກອນ 2019 ທີ່ເມືອງວັງວຽງ ແຂວງວຽງຈັນ, ກຳມາທິການເສດຖະກິດເຕັກໂນໂລຊີ ແລະສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດໄດ້ຈັດກອງປະຊຸມເຝິກອົບຮົມສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ບຸກຄະລາກອນຂອງ ກສຕສ ໂດຍເປັນປະທານຂອງ ທ່ານ ບຸນປອນ ສີສຸລາດ ປະທານ ກສຕສ; ມີຮອງປະທານຫົວໜ້າ-ຮອງຫົວໜ້າກົມທີ່ສັງກັດ ກສຕສ, ຮອງເລຂາທິການສະພາປະຊາຊົນ ແຂວງວຽງຈັນ

5 ບ້ານເມືອງໝື່ນຮັບອຸປະກອນເຕືອນໄພລ່ວງໝ້າ

ຂ່າວ: ແຫວນຄຳ

      ພິທີມອບ - ຮັບອຸປະກອນເຕືອນໄພລ່ວງໜ້າ ແລະເງິນສົມທົບກອງທຶນເບື້ອງຕົ້ນຈັດຂຶ້ນໃນ ວັນທີ 25 ມັງກອນ 2019  ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງ ເມືອງໝື່ນ ແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳບົງ ຄອນສະຫວັນ ສະມາຊິກສະພາແຫ່ງຊາດຊຸດທີ 8 ປະຈຳເຂດເລືອກຕັ້ງເເຂວງວຽງຈັນ

ຜູ້ປະສົບອັກຄີໄພບ້ານໂພນສົ້ມໂຮງ ໄດ້ຮັບເງິນຊ່ວຍເຫຼືອ

ຂ່າວ: ພັນທະມິດ ວົງສຸທິ

   ຕອນບ່າຍຂອງວັນທີ 29 ມັງກອນ 2019 ທາງຄະນະກໍາມະການຄຸ້ມຄອງກອງທຶນສັງຄົມສົງເຄາະຂັ້ນເມືອງ, ໄດ້ນໍາຮັບເອົາເງິນຊ່ວຍເຫຼືອຈໍານວນໜຶ່ງໄປມອບໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍໄພໄໝ້ເຮືອນໃຫ້ແກ່ຄອບຄົວຂອງ ທ້າວ ແປ ປະຊາຊົນບ້ານໂພນສົ້ມໂຮງ ເມືອງໄຊພູທອງ ແຂວງສະຫວັນນະເຂດ

ເນັ້ນ ຍທຂ ຈຳປາສັກເອົາໃຈໃສ່ຫຼາຍບັນຫາ

ຂ່າວ: ໂພທິຣາຊ  

   ວັນທີ 30 ມັງກອນ ຜ່ານມາ, ທ່ານ ສົມສະນິດ ວຸດຕິວົງ ຮອງເຈົ້າແຂວງໆຈໍາປາສັກ, ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານຢູ່ພະແນກໂຍທາທິການ ແລະຂົນສົ່ງແຂວງເພື່ອກະກຽມຄວາມພ້ອມໃສ່ກອງປະຊຸມໃຫຍ່ສາມຂັ້ນຂອງແຂວງຊຶ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ພົວພັນເຖິງວຽກງານການເມືອງ ແລະວຽກງານວິຊາສະເພາະຂອງຂະແໜງການກ່ຽວຂ້ອງເພື່ອໃຫ້ໄປໃນທິດທາງດຽວທີ່ພັກ ແລະລັດກໍານົດໄວ້.

ຄຳມ່ວນເຜີຍແຜ່ແຜນດຳເນີນໂຄງການອະນຸລັກຊີວະນາໆພັນ

ໂດຍ: ແດງສະຫວັດ

ກອງປະຊຸມເຜີຍແຜ່ແຜນດໍາເນີນງານ ປີທີ 4 ປະຈໍາປີ 2019 ໂຄງການອະນຸລັກຊີ ວະນາໆພັນໃນເຂດປ່າສະຫງວນແຫ່ງຊາດ ແລະແລວເຊື່ອມຕໍ່ (ອຊປ/ICBF) ໄດ້ຈັດຂຶ້ນ ໃນວັນທີ 23 ມັງກອນ 2019 ທີ່ຫ້ອງປະຊຸມ ຂອງພະແນກກະສິກໍາ ແລະປ່າໄມ້ແຂວງຄໍາ ມ່ວນ

ເປີດບໍລິການມູນນິທິຊ່ວຍເຫຼືອຄົນທຸກຍາກສາຂາແຂວງວຽງຈັນ

 (ນສພ ເສດຖະກິດ-ສັງຄົມ)

  ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງວຽງຈັນ ໄດ້ເປີດຂຶ້ນຢ່າງເປັນທາງການໃນທ່າມກາງບັນຍາກາດຂອງການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ເພື່ອເປັນການສືບຕໍ່ຊ່ວຍເຫຼືອດ້ານມະນຸດສະທຳໂດຍສະເພາະແມ່ນການຊ່ວຍເຫຼືອດ້ານຕ່າງໆຕາມຈຸດປະສົງເປົ້າໝ າຍຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ທີ່ປະຕິບັດມາຕະຫຼອດຫຼາຍສິບກວ່າປີຜ່ານມາ.

ຈັບຜູ້ລັກລອບຕັດໄມ້ໃນສວນລ້ານຊ້າງພ້ອມຂະຫຍາຍຜົນພົບ 3 ຄົນທີ່ມີສ່ວນຮ່ວມ

ຂ່າວ: ກິ່ງລັດຕະນະ     

  ເຈົ້າໜ້າທີ່ປ່າໄມ້, ກົມກວດກາປ່າໄມ້ໄດ້ກັກຕົວຜູ້ລັກລອບຕັດໄມ້ຍາງຢູ່ເນື້ອທີ່ດິນເຂດສໍາປະທານຂອງບໍລິສັດ ໂອເຊໂນ (ສວນລ້ານຊ້າງ) ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈໍານວນ 1 ຄົນ ພ້ອມດ້ວຍຂອງກາງໃນລະຫ່ວາງວັນທີ 11-14 ມັງກອນ 2019 ນີ້, ປະຈຸບັນຢູ່ໃນຂັ້ນຕອນການສຶບສວນ-ສອບສວນ ແລະເຮັດໜັງສືໝາຍຮຽກ 3 ຄົນມີສ່ວນຮ່ວມເຂົ້າມາໃຫ້ການຕໍ່ເຈົ້າໜ້າທີ່ຕາມກໍານົດເວລາເພື່ອດໍາເນີນຄະດີ.