ກາແດງລາວ ສືບຕໍ່ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພ

ຂ່າວ: ວົງມະນີ

   ຫວ່າງບໍ່ດົນມານີ້ອົງການກາແດງລາວໄດ້ຊ່ວຍເຫຼືອປະຊາຊົນເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນປີຜ່ານມາເປັນເງິນສົດ 1 ຕື້ກວ່າກີບມອບໃຫ້ຈຳນວນ 1.464 ຄອບຄົວ, 6.127 ຄົນລວມທັງໝົດ 9 ບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ຄຳມ່ວນ-ນະຄອນພະນົມສືບຕໍ່ເສີມຂະຫຍາຍຄວາມສຳພັນ

 (ນສພ ເສດຖະກິດ-ສັງຄົມ)

  ວັນທີ 22 ມັງກອນ 2019 ທ່ານ ສະຫຍາມ ສິຣິມົງຄົນ ຜູ້ວ່າຣາດຊະການຈັດຫວັດນະຄອນພະນົມຣາຊາອານາຈັກໄທ ພ້ອມດ້ວຍບັນດາທ່ານໃນຄະນະບໍລິຫານງານຈັງຫວັດໄດ້ເຄື່ອນໄຫວພົບປະຢ້ຽມຢາມຄະນະການນຳແຂວງຄຳມ່ວນໂດຍໄດ້ຈັດພິທີພົບປະຂຶ້ນທີ່ເຮືອນພັກເລກ 1 ແຂວງຄຳມ່ວນ

ຄຳໄພຊະນະ ຮັບລາງວັນປະກອບສ່ວນດີເດັ່ນຈາກ ສຄອຊ 4 ປີຊ້ອນ

 (ນສພ ເສດຖະກິດ-ສັງຄົມ)

  ກຸ່ມບໍລິສັດຄຳໄພຊະນະໄດ້ເປັນໜຶ່ງໃນ 68 ຫົວໜ່ວຍທຸລະກິດທີ່ໄດ້ຮັບໃບຍ້ອງຍໍ ແລະ ໂລ້ລາງວັນຫົວໜ່ວຍທຸລະກິດດີເດັ່ນ 30 ປີ ທີ່ມີຜົນງານປະກອບສ່ວນສະໜັບສະໜູນດ້ານທຶນຮອນ ແລະວັດຖຸປັດໄຈໃນການສ້າງຄວາມເຂັ້ມແຂງແກ່ ສຄອຊ ຊຶ່ງການຮັບຄັ້ງນີ້ແມ່ນເປັນປີທີ 4 ຊ້ອນຂອງກຸ່ມບໍລິສັດດັ່ງກ່າວ.

ຟິນູແຄບພັດສ໌ ຕອບໂຈດເພີ່ມນ້ຳນົມແມ່ 5 ເທົ່າ

 (ນສພ ເສດຖະກິດ-ສັງຄົມ)

 ນໍ້ານົມແມ່ແມ່ນອາຫານທີ່ດີສຸດສໍາລັບເດັກມີຄຸນປະໂຫຍດມະຫາສານເຮັດໃຫ້ເດັກສຸຂະພາບແຂງແຮງມີໂພສະນາການດີມີການຈະເລີນເຕີບໂຕການພັດທະນາຮ່າງກາຍ ແລະສະໝອງດີເຮັດໃຫ້ເດັກສະຫຼາດຮຽນຮູ້ໄດ້ໄວເພາະວ່ານົມແມ່ມີສານອາຫານຄົບຖ້ວນ ແລະ ຊ່ວຍປົກປ້ອງເດັກຈາກພະຍາດຊືມເຊື້ອຈາກເຫັນໄດ້ເຖິງຄຸນປະໂຫຍດດັ່ງກ່າວທາງບໍລິສັດໄຊໂຢ ການຄ້າ ຈຳກັດ

ກວຕ ສ້າງຄວາມເຂັ້ມແຂງ ວຽກຊັບສິນທາງປັນຍາຢູ່ແຂວງບໍລິຄຳໄຊ

ຂ່າວ: ນໍ້າເໝີຍ

      ຫວ່າງບໍ່ດົນມານີ້ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕ) ຮ່ວມກັບພະແນກວິທະຍາສາດ ແລະເຕັກໂນໂລຊີ (ພວຕ) ແຂວງບໍລິຄຳໄຊ ຈັດກອງປະຊຸມເຜີຍແຜ່ ແລະສ້າງຄວາມເຂັ້ມແຂງວຽກງານຊັບສິນທາງປັນຍາໃຫ້ແກ່ຂະແໜງການທ້ອງຖິ່ນ ແລະຜູ້ປະກອບການ ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ  ແລະ ທ່ານ ແດນປີ ມູນທະດີ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊ.

ຮອງປະທານສະພາແຫ່ງຊາດຢ້ຽມຢາມປະຊາຊົນເມືອງນາກາຍ

ຂ່າວ: ແດງສະຫວັດ ແສນພານິດ

  ໃນວັນທີ 16 ມັງກອນ 2019 ເປັນມື້ທີສອງຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 06 ຂອງສະພາປະຊາຊົນ ແຂວງຄໍາມ່ວນ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດໄດ້ຈັດສັນເວລາດັ່ງກ່າວລົງໄປເຄື່ອນໄຫວພົບປະຢ້ຽມຢາມພໍ່ແມ່ປະຊາຊົນເມືອງນາກາຍໂດຍໄດ້ເຄື່ອນໄຫວຢູ່ 2 ຈຸ ດຄື : ບ້ານອຸດົມສຸກ ແລະບ້ານດອນຈະເລີນ. ສ່ວນຄະນະທີ່ຮ່ວມເຄື່ອນໄຫວພົບປະໂອ້ລົມປະຊາຊົນປະກອບມີທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ), ທ່ານ ອວນມາ ຂັນຕິຍະວົງ ຮອງປະທານສະພາປະຊາຊົນແຂວງພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງໂດຍການເປັນກຽດຕ້ອນຮັບຂອງ ທ່ານ ຄໍາໝັ້ນ ອິນທະວົງ ປະທານກວດກາພັກ-ລັດເມືອງພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ປະຊາຊົນພາຍໃນສອງບ້ານດັ່ງກ່າວ .

ສສຊ ເຂດເລືອກຕັ້ງ 15 ປະຊຸມປະຈຳປີ

ຂ່າວ: ໂພທິຣາຊ

 ວັນທີ 22 ມັງກອນ 2019 ກອງປະຊຸມປະຈໍາປີ 2018 ຂອງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກໄດ້ເປີດຂຶ້ນທີ່ນະຄອນປາກເຊ ແຂວງຈໍາປາສັກ, ໂດຍການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ, ມີບັນດາທ່ານຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ15 ເຂົ້າຮ່ວມພ້ອມດ້ວຍບັນດາທ່ານ ແຂກຜູ້ແທນທີ່ກ່ຽວຂ້ອງເຂົ້າຮ່ວມ.

ວິສາທອນ ຜູ້ໂຊກດີຮັບລົດຟອດ

     ທ່ານ ວິສາທອນ ນົງວໍຣະຣາດ ກາຍເປັນຜູ້ໂຊກດີປະຈຳ ປີ 2019 ທີ່ໄດ້ຮັບລາງວັນລົດຟອດ ແຣງເຈີ ເອັກແອວ 1 ຄັນ ຈາກບໍລິສັດ ລາວ ຟອດ ຊິຕີ ຕົວ ແທນຈຳໜ່າຍລົດຟອດປະຈຳ ສປປ ລາວ ຈາກງານຈັບສະຫຼາກຄືນກຳໄລໃຫ້ກັບລູກຄ້າທີ່ ໄວ້ວາງໃຈໃນການຊົມໃຊ້ລົດຟອດນອກ ນັ້ນຍັງມີລາງວັນລົດຟອດອີໂຄສະປອດ ຫຼື “Ecosport” ແລະລາງວັນອື່ນໆອີກຫຼາກຫຼາຍ.

ຈັບຕົວເປົ້າໝາຍລັກຊັບ

(ນສພ ເສດຖະກິດ-ສັງຄົມ)

ພາຍຫຼັງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍໃນຄັ້ງວັນທີ 20 ພະຈິກ 2018 ວ່າຜ່ານມາໄດ້ມີຄົນບໍ່ດີຈຳນວນໜື່ງເຄື່ອນໄຫວລັກຊັບຢູ່ທີ່ເຮືອນຂອງຜູ້ຖືກເສຍຫາຍຈາກນັ້ນເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ຈິ່ງລົງກວດກາສະຖານທີ່ດັ່ງກ່າວພ້ອມທັງຂຶ້ນເປົ້າໝາຍ ແລະຕິດຕາມເປົ້າໝາຍໃນທີ່ສຸດກໍ່ສາມາດຈັບຕົວເປົ້າໝາຍໄດ້ 1 ຄົນຄື: ທ້າວ ພັດທະນາ ອາຍຸ 23 ປີ ວ່າງງານຢູ່ບ້ານນາໂພໃຕ້ ເມືອງໂພນໂຮງ ກັກຕົວຄັ້ງວັນທີ 22 ພະຈິກ 2018 ຜ່ານມາໃນຂໍ້ກ່າວຫາລັກຊັບພົນລະເມືອງມາດຳເນີນການສືບ ສວນ-ສອບ ສວນ.

ກິນຊີ້ນງົວເຮືອນດີ ຕົ້ນເຫດຖອກທ້ອງ 61 ຄົນ ທີີ່ເມືອງຈຳພອນ

   ຕາມການລາຍງານຂອງ ທ່ານ ນາງ ສີພະຈັນ ດວງມີໄຊ ຫົວໜ້າໜ່ວຍງານລະບາດວິທະຍາ, ຫ້ອງການສາທາລະນະສຸກເມືອງຈໍາພອນໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເກີດເຫດມີປະຊາຊົນຈຳນວນໜຶ່ງຂອງບ້ານຄໍ້ທີ່ຂຶ້ນກັບເຂດຂາມເຖົ້າ ເມືອງຈໍາພອນ ແຂວງສະຫວັນນະເຂດ ມີອາການເຈັບທ້ອງ ແລະປວດຮາກຢ່າງຮຸນແຮງພາຍຫຼັງທີ່ໄດ້ພາກັນບໍລິໂພກຊີ້ນງົວທີ່ຂ້າເພື່ອປະກອບເປັນອາຫານໃນງານຊາປະນະກິດສົບປະຊາຊົນຜູ້ໜຶ່ງພາຍໃນບ້ານດັ່ງກ່າວ.