ຜົນການແຂ່ງຂັນໂຄງການປັ້ນເຈົ້າໃຫ້ເປັນດາວ

 ໃນໂອກາດເປີດງານວາງສະແດງສູນຝາກຂາຍໂອດ໋ອບລາວ N&N/12 ແລະ ແປ້ງມິສທິນຈຳ ປາລາວ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ສຳລັບກິດຈະ ກຳການແຂ່ງຂັນຜູ້ມີພອນສະຫວັນຄວາມສາມາດພິເສດພາຍໃຕ້ໂຄງການ “ປັ້ນເຈົ້າໃຫ້ເປັນດາວ” 

ເມືອງບົວລະພາເຜີຍແຜ່ຫຼາຍກົດໝາຍສຳຄັນ

ກອງປະຊຸມໂຄສະນາເຜີຍແຜ່ກົດໝາຍຂອງເມືອງບົວລະພາໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2019 ທີ່ສະໂມສອນຂອງເມືອງພາຍໃຕ້ການເປັນປະ ທານຂອງ ທ່ານ ພັທ ບຸນກວ້າງ ແກ້ວບຸນຍົງ ຄະນະປະຈຳພັກເມືອງ ຫົວໜ້າການທະຫານກອງບັນຊາການທະຫານເມືອງບົວລະພາໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳເພົ່າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານນາຍ ແລະ ພົນທະຫານ

ກົມຄຸ້ມຄອງສໍາມະໂນຄົວຊີ້ນໍາ ປກສ ບໍລິຄໍາໄຊ

ເມື່ອວັນທີ 6 ທັນວາ 2019 ທ່ານ ພົນຈັດຕະວາ ຄໍາສາຍ ຈັນ ທະວົງ ຄະນະພັກກະຊວງຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານພ້ອມດ້ວຍຄະນະ ທີມງານໄດ້ລົງມາຊີ້ນຳ, ກວດກາ ການເຮັດວຽກວິຊາສະເພາະຢູ່ ປກສ ແຂວງບໍລິຄໍາໄຊ, ມີທ່ານ ພັນໂທ ຄໍາແພງ ນໍາພາວັນ ຄະນະພັກຮອງຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ພັນໂທ ໄຊຍະສຸກ ຫຼຽນຕະກຸນ ເລຂາຄະນະພັກຮາກຖານຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງ ຮາກຖານ ປກສ ແຂວງ, ມີຄະນະພັກ-ຄະນະຫ້ອງ, ບັນດາພະແນກ, ປກສ ເມືອງ, ຕະຫຼອດພະນັກງານ-ນັກຮົບເຂົ້າຮ່ວມ.

ອົງການຮ່ວມມືສາກົນເກົາຫຼີທົບທວນການຟື້ນຟູໄພພິບັດ ເມືອງສະໜາມໄຊ

 ກອງປະຊຸມທົບທວນວຽກງານຟື້ນຟູໄພພິບັດທີ່ເມືອງສະໜາມໄຊຂອງອົງງການຮ່ວມມືສາກົນເກົາຫຼີ (KOICA) ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ 2019 ໂດຍການເປັນປະທານຂອງທ່ານ ນາງ ອຳຄາສີ ຫາລາດ ຫົວໜ້າພະແນກແຮງງານ-ສະຫວັດດີການສັງຄົມ ແຂວງອັດຕະປື ມີທ່ານ ວິໄລ ພົງ ສີສົມຫວັງ ຫົວໜ້າກົມສົງເຄາະ ທ່ານ ນາງ ຢໍ ວອນຢອງ ຜູ້ຕາງໜ້າອົງການ KOICA ສ. ເກົາຫຼີ, ມີຄະນະທີມປະສານງານອົງການ KOICA ສ. ເກົາຫຼີ, ຄະນະທີມປະ ສານງານຈາກບັນດາກະຊວງກ່ຽວຂ້ອງ ແລະ ຄະນະປະສານງານໂຄງການຂັ້ນແຂວງເຂົ້າຮ່ວມ.

ການນໍາໄຊຍະມອບເຄື່ອງບັນເທົາໜາວໃຫ້ເມືອງໄຊຊະຖານ

ໃນວັນທີ 8 ທັນວາ 2019 ການນໍາແຂວງໄຊຍະບູລີນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງໄຊຍະບູລີ, ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ບໍລິສັດຈໍາປາຄໍາໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາໜາວມອບໃຫ້ຄອບຄົວທຸກຍາກເມືອງໄຊຊະຖານ, ໃຫ້ການຕ້ອນຮັບໂດຍທ່ານ ກອງສີ ວົງສີ ເຈົ້າເມືອງໄຊຊະຖານ.

ແຕ່ງຕັ້ງປະທານ ສານປະຊາຊົນສະຫວັນນະເຂດຄົນໃໝ່

   ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງປະທານສານປະຊາ ຊົນແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 4 ທັນວາ 2019 ທີ່ຫ້ອງປະຊຸມສານປະຊາຊົນ ແຂວງດັ່ງກ່າວພາຍໃຕ້ການເຂົ້າຮ່ວມຂອງ ທ່ານນາງ ບຸນເຍື້ອນ ທິດພຸດທະວົງ ປະທານກວດກາ ພັກ-ລັດແຂວງ, 

ຖວທ ຄໍາມ່ວນເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ

ໃນທ້າຍອາທິດຜ່ານມາຮາກຖານພັກພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວແຂວງຄຳມ່ວນໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນເປັນກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ຂັນຕີ ໂພທິນ ເລຂາພັກຮາກຖານພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ,

ປາກລາຍ ສະຫຼຸບແຂ່ງຂັນຮັກຊາດ ແລະພັດທະນາ

 ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເມືອງປາກລາຍ ແຂວງ ໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ທັນວາ 2019, ທີ່ຫ້ອງປະຊຸມໃຫຍ່ເມືອງ, ເປັນກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ,

ບົວລະພາ ຫາລືຂະຫຍາຍຈຸດສຸມພັດທະນາທີ່ເປັນບຸລິມະສິດ

  ກອງປະຊຸມປຶກສາຫາລືການຈັດຕັ້ງຜັນຂະຫຍາຍຈຸດສຸມພັດທະນາທີ່ເປັນບຸລິມະສິດໄລຍະ 2019-2020 ຮ່າງເປົ້າໝາຍ ແລະກິດຈະກຳພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງເມືອງບົວລະພາໄດ້ຈັດຂຶ້ນໃນທ້າຍເດືອນພະຈິກຜ່ານມາທີ່ຫ້ອງການກະສິກຳ ແລະປ່າໄມ້

ມູນນິທິພົງສະຫວັນ ມອບລົດໃຫ້ໂຮງໝໍສະຫວັນນະເຂດ

  ເມື່ອບໍ່ດົນມານີ້, ມູນນິທິພົງສະຫວັນ ໄດ້ນຳເອົາລົດຮັບ-ສົ່ງຄົນ ເຈັບຈຳນວນ 1 ຄັນ ມາມອບໃຫ້ກັບໂຮງໝໍແຂວງສະຫວັນນະເຂດເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນກໍຄືການບໍລິການຮັບ-ສົ່ງຄົນເຈັບ